ຮອງນາຍົກລັດຖະມົນຕີ ເນັ້ນແຂວງຊຽງຂວາງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ

ຮອງນາຍົກລັດຖະມົນຕີ ເນັ້ນແຂວງຊຽງຂວາງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ - 279101228 3053558091621398 7336449934323653773 n - ຮອງນາຍົກລັດຖະມົນຕີ ເນັ້ນແຂວງຊຽງຂວາງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ
ຮອງນາຍົກລັດຖະມົນຕີ ເນັ້ນແຂວງຊຽງຂວາງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ - kitchen vibe - ຮອງນາຍົກລັດຖະມົນຕີ ເນັ້ນແຂວງຊຽງຂວາງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ກ່າວໃນໂອກາດເຄື່ອນໄຫວຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ແຂວງຊຽງຂວາງວັນທີ 21-22 ເມສາ 2022 ໂດຍເນັ້ນໃຫ້ການນຳແຂວງດັ່ງກ່າວ ເອົາໃຈໃສ່ຕື່ມສຶກສາອົບຮົມການເມືອງ-ແນວຄິດພະນັກງານຢູ່ແຕ່ລະຂະແໜງການ ໃຫ້ຈົງຮັກພັກດີ, ມີຈັນຍາບັນ, ຮັກວິຊາຊີບ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກ.

ຮອງນາຍົກລັດຖະມົນຕີ ເນັ້ນຕື່ມວ່າ: ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ຕ້ອງປະຕິບັດໃຫ້ເປັນຮູບປະທຳ ໂດຍນຳໃຊ້ທຸກນະໂຍບາຍ, ມາດຕະການ ແລະ ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໂດຍພື້ນຖານ, ແກ້ໄຂຄວາມກົດດັນດ້ານເສດຖະກິດໃຫ້ຜ່ອນເບົາລົງເທື່ອລະກ້າວ ເພື່ອການຂະຫຍາຍຕົວຕາມຄາດໝາຍທີ່ວາງໄວ້. ຂະນະດຽວກັນ ໃຫ້ເອົາໃຈໃສ່ເຮັດໃຫ້ການລົງທຶນຂອງລັດຫັນປ່ຽນໃໝ່ຢ່າງແທ້ຈິງ, ຈັດບຸລິມະສິດໂຄງການລົງທຶນຂອງລັດ ແລະ ສຸມໃສ່ໂຄງ ການທີ່ຈຳເປັນຮີບດ່ວນຄຽງຄູ່ກັບການຈໍາກັດໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ແລະ ບໍ່ຈໍາເປັນຮີບດ່ວນເພື່ອ ບໍ່ໃຫ້ສ້າງໜີ້ສະສົມເພີ່ມຕື່ມ. ທັງນີ້ຕ້ອງໄດ້ປັບປຸງວຽກສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດຢ່າງແຂງແຮງ ໂດຍການບຸກທະລຸແກ້ໄຂຂອດຂັ້ນການບໍລິການປະຕູດຽວໃຫ້ໄວ, ຫັນເອົາມະຕິຄຳສັ່ງ, ເນື້ອໃນແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບວຽກງານ 3 ສ້າງ ໃຫ້ເຂົ້າສູ່ລວງເລິກເປັນແຜນການລະອຽດ ແລະ ສໍາເລັດຕາມຄາດໝາຍທີ່ວາງໄວ້. ພ້ອມນັ້ນ, ໃຫ້ສືບຕໍ່ກະກຽມ, ປະສານງານກັບພາກສ່ວນກ່ຽວຂ້ອງໃຫ້ດີເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຄົບຮອບ 45 ປີ ໃຫ້ເປັນຂະບວນການຟົດຟື້ນ.

อาจเป็นรูปภาพของ 2 คน, ผู้คนกำลังยืน และ สถานที่ในร่ม ຮອງນາຍົກລັດຖະມົນຕີ ເນັ້ນແຂວງຊຽງຂວາງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ - 279139525 3053558128288061 4661010071709943896 n - ຮອງນາຍົກລັດຖະມົນຕີ ເນັ້ນແຂວງຊຽງຂວາງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ

ທ່ານ ບຸນຈັນ ສີວົງພັນ ຕາງໜ້າອົງການປົກຄອງແຂວງຊຽງຂວາງ ລາຍງານຕໍ່ຮອງນາຍົກລັດຖະມົນຕີວ່າ: ພວກເຮົາໄດ້ເອົາໃຈໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປີ 2022 ຢ່າງຫ້າວຫັນ ໂດຍສະເພາະໄຕມາດ 1 ປີ 2022 ລ້ວນແຕ່ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ, ການກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ, ການພັດທະນາຊົນນະບົດລົບລ້າງຄວາມທຸກຍາກ, ການປະຕິບັດວຽກງານ 3 ສ້າງ, ການແຂ່ງຂັນຮັກຊາດ ແລະ ພັດທະນາ. ສຳລັບປີ 2021 ເສດຖະກິດຂະຫຍາຍຕົວ 5,7%, ລວມຍອດຜະລິດຕະພັນພາຍໃນ GDP ບັນລຸກວ່າ 3.889 ຕື້ກີບ; ຈັດເກັບລາຍຮັບທ້ອງຖິ່ນໄດ້ 133 ຕື້ກວ່າກີບ, ລະດົມການລົງທຶນທົ່ວສັງຄົມໄດ້ກວ່າ 1.999 ຕື້ກີບ; ເກັບກູ້ຜົນຜະລິດເຂົ້າໄດ້ 104.000 ໂຕນ. ນອກນີ້ຍັງສຸມໃສ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃນຂົງ ເຂດສຶກສາ ແລະ ສາທາຢ່າງຕໍ່ເນື່ອງ, ເອົາໃຈໃສ່ພັດທະນາສີມືແຮງງານ ແລະ ຈັດຫາວຽກເຮັດງານທຳເພື່ອແກ້ໄຂບັນຫາວ່າງງານ ແລະ ສຸມໃສ່ເກັບກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີ່ການຜະລິດ.

ຮອງນາຍົກລັດຖະມົນຕີ ເນັ້ນແຂວງຊຽງຂວາງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ - 5 - ຮອງນາຍົກລັດຖະມົນຕີ ເນັ້ນແຂວງຊຽງຂວາງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ
ຮອງນາຍົກລັດຖະມົນຕີ ເນັ້ນແຂວງຊຽງຂວາງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ - 4 - ຮອງນາຍົກລັດຖະມົນຕີ ເນັ້ນແຂວງຊຽງຂວາງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ
ຮອງນາຍົກລັດຖະມົນຕີ ເນັ້ນແຂວງຊຽງຂວາງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ - 3 - ຮອງນາຍົກລັດຖະມົນຕີ ເນັ້ນແຂວງຊຽງຂວາງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ