ລັດຈະໄດ້ເງິນ 130. 932 ໂດລາ/ປີ ຈາກການສຳປະທານເນື້ອທີ່ດິນ 33 ເຮັກຕາ ຂອງບໍລິສັດເອກະຊົນເພື່ອການທ່ອງທ່ຽວຢູ່ເມືອງຈອມເພັດ ແຂວງຫລວງພະບາງ


ວັນທີ 20 ເມສາ 2022 ນີ້ ພະແນກແຜນການ ແລະ ການລົງທຶນ ແຂວງຫຼວງພະບາງ ອະນຸຍາດໃຫ້ບໍລິສັດເອກະຊົນ ສໍາປະທານທີ່ດິນຂອງລັດ ໃນເນື້ຶອທີ່ 33 ເຮັກຕາ 3.294 ຕາແມັດ ຢູ່ບ້ານຈ່ານໃຕ້ ເມືອງຈອມເພັດ ເພື່ອພັດທະນາເປັນໂຮງແຮມ-ຣີສອດ, ບ້ານຈັດສັນ, ເຮືອນພັກ, ສວນສັດຂະໜາດນ້ອຍ, ສວນຟື້ນຟູສຸຂະພາບ ຫຼື ສວນສາທາລະນະອອກກໍາລັງກາຍ, ສວນພຶດສາສາດ ແລະແຫຼ່ງທ່ອງທ່ຽວແບບທໍາມະຊາດ, ໂດຍມີມູນຄ່າມູນຄ່າການລົງທຶນ 15 ລ້ານໂດລາສະຫະລັດ ແລະທຶນຈົດທະບຽນ 5 ລ້ານໂດລາສະຫະລັດ, ສ່ວນປະຊາຊົນຜູ້ທີ່ຖືກຜົນກະທົບໃນເຂດຂອງການກໍ່ສ້າງ ແມ່ນບໍລິສັດເປັນຈະເປັນຜູ້ທົດແທນໃຫ້ກັບປະຊາຊົນ, ພ້ອມນີ້ ບໍລິສັດໄດ້ມອບເງິນຄໍ້າປະກັນໂຄງການຈໍານວນ 30.000 ໂດລາສະຫະລັດ ແລະຈະໄດ້ຮັບການຊຳລະຄືນ ພາຍຫຼັງໄດ້ກໍ່ສ້າງພື້ນຖານໂຄງລ່າງ ຂອງໂຄງການສໍາເລັດເກີນ 25% ຂອງໜ້າວຽກຕາມສັນຍາກໍ່ສ້າງ, ສ່ວນຄ່າສໍາປະທານ ທີ່ບໍລິສັດຕ້ອງຈ່າຍໃຫ້ພາກລັດ ແມ່ນປະຕິບັດຕາມລັດຖະບັນຍັດ ຂອງປະທານປະເທດແຫ່ງ ລວມເປັນເງິນທັງໝົດ 130.932 ໂດລາສະຫະລັດຕໍ່ປີ.