ໃນໄຕມາດທຳອິດ ມີສິນຄ້າ ຜ່ານທາງລົດໄຟລາວ-ຈີນ ຫຼາຍກວ່າ 270.000 ໂຕນ
April 23, 2022 - 3:36 PM

ຂ່າວສານ CRI ລາຍງານວັນທີ 22 ເມສາ 2022 ນີ້ວ່າ: ໃນໄຕມາດທຳອິດປີນີ້, ສິນຄ້າຂາເຂົ້າ-ຂາອອກຜ່ານທາງລົດໄຟລາວ-ຈີນ ທີ່ໄດ້ຜ່ານການກວດກາ ແລະອະນຸມັດຈາກດ່ານພາສີຄຸນມິງ ປະເທດຈີນ ມີປະມານ 276.000 ໂຕນ ແລະ ມີມູນຄ່າ 2,9 ຕື້ຢວນ.
ໃນນັ້ນ, ສິນຄ້າສົ່ງອອກມີເຖິງ 9 ໝື່ນໂຕນ, ສ່ວນຫຼາຍແມ່ນເຄື່ອງໃຊ້ປະຈຳວັນ ແລະ ຜະລິດຕະພັນກົນຈັກ ແລະ ເຄື່ອງໄຟຟ້າ;
ສິນຄ້ານຳເຂົ້າມີເຖິງ 185.800 ໂຕນ, ສ່ວນຫຼາຍແມ່ນຢາງພາລາ, ແຮ່ທາດເຫຼັກ, ຖ່ານດັງໄຟ ແລະ ຜະລິດຕະພັນກະສິກຳ ແລະ ແຮ່ທາດອື່ນໆຈາກປະເທດອາຊີຕາເວັນອອກສຽງໃຕ້.