ແຟນບານແມນຢູ ເບື່ອໜ່າຍພຶດຕິກຳ 2 ດາວດັງ ຫລັງຈົບເກມເສຍໃຫ້ອາເຊນອລ

ແຟນບານ ແມນເຊສເຕີ ຢູໄນເຕັດ ບາງສ່ວນເລີ່ມເບື່ອຫນ່າຍກັບພຶດຕິກຳຂອງ 2 ດາວດັງຂອງທີມ ຫລັງຈົບເກມບຸກໄປເສຍໃຫ້ ອາເຊນອລ 1-3 ເມື່ອຄ່ຳຄືນທີ່ຜ່ານມາ.
ບັນດາແຟນບານບາງສ່ວນ ແມນເຊສເຕີ ຢູໄນເຕັດ ທີມດັງຂອງ ພຣີເມຍລີກ ອັງກິດ ພາຍໃຕ້ການນຳທີມຂອງ ຣາຟ ຣັງນິກ ຜູ້ຈັດການທີມຊາວເຢຍລະມັນ ສຸດເບື່ອຫນ່າຍກັບພຶດຕິກຳຂອງ ມາຄັສ ແຣສຟອດ ກອງຫນ້າຊາວອັງກິດ ຫລັງມອບເສື້ອໃຫ້ກັບແຟນບານຄູ່ແຂ່ງ ຫລັງຈົບເກມບຸກເສຍໃຫ້ ອາເຊນອລ ດ້ວຍປະຕູ 1-3 ເມື່ອຄືນທີ່ຜ່ານມາ.
ເຫດການດັ່ງກ່າວ ມາຄັສ ແຣສຟອດ ແລະ ເຈສຊີ ລິນກາດ ທີ່ເກມນີ້ລົງສະຫນາມເປັນຕົວສຳຮອງທັງຄູ່ ເຊິ່ງຫລັງຈົບເກມພວກເຂົາທັງສອງຄົນພວມຍ່າງເຂົ້າອຸໂມງຫ້ອງແຕ່ຕົວ ໄດ້ຖອດເສື້ອແຂ່ງຂັນໃຫ້ກັບແຟນບານຂອງເຈົ້າຖິ່ນຢ່າງຫນ້າປະຫລາດໃຈ ເຊິ່ງເຮັດໃຫ້ແຟນບານຂອງທີມແມນຢູພາກັນຕຳໜິ ແລະ ບາງຄົນຮ້ອງດ່າໃຫ້ຍ້າຍອອກຈາກທີມໄປເລີຍ.
ສຳລັບສະຖານະການປັດຈຸບັນ ແມນເຊສເຕີ ຢູໄນເຕັດ ຕົກມາຢູ່ທີ 6 ຂອງຕາຕະລາງ ດ້ວຍການມີພຽງ 54 ຄະແນນ ຈາກການລົງສະຫນາມ 34 ນັດ ຕາມຫລັງ ອາເຊນອລ ທີມອັນດັບ 4 ເຊິ່ງເປັນໂຄຕາສຸດທ້າຍໃນ ຢູຟາ ແຊ໊ມປຽນລີກ 6 ຄະແນນ ແລະຍັງລົງສະຫນາມຫລາຍກວ່າ 1 ນັດ.