ໄທສັນ ຟິວຣີ ຊະນະນ໊ອກປ້ອງກັນແຊ໊ມໂລກຮຸ່ນ ເຮຟວີເວດ ພ້ອມປະກາດແຂວນນວມ

ໄທສັນ ຟິວຣີ ປ້ອງກັນແຊ໊ມໂລກຮຸ່ນເຮຟວີເວດຕໍ່ໄປໄດ້ອີກ ຫລັງຊະນະນ໊ອກ ດິລລຽນ ໄວ ແບບສະບາຍ ພ້ອມປະກາດວ່າຫລັງຈາກນີ້ຈະແຂວນນວມ.
ໄທສັນ ຟິວຣີ ນັກມວຍຊາວອັງກິດ ເຈົ້າຂອງແຊ໊ມໂລກຮຸ່ນເຮຟວີເວດຂອງສະພາມວຍໂລກ (WBC) ປ້ອງກັນຕຳແຫນ່ງໄວ້ໄດ້ອີກຄັ້ງໃນການຊົກຄັ້ງຫລ້າສຸດ ພ້ອມປະກາດວ່າຫລັງຈາກນີ້ຕົນຈະແຂວນນວມ.
ໃນການຊົກເມື່ອວັນທີ 23 ເມສາ ທີ່ສະຫນາມເວມບຣີ ນະຄອນຫລວງລອນດອນ ປະເທດອັງກິດ ຟິວຣີ ຊະນະນ໊ອກ ດິລຽນ ໄວ ນັກມວຍຈາກຊາດດຽວກັນ ໃນຍົກທີ 6 ເຮັດໃຫ້ຟິວຣີເພີ່ມສະຖິຕິຊົກອາຊີບເປັນ 33 ຄັ້ງ ຍັງບໍ່ເສຍຕໍ່ໄປ ໂດຍຊະນະ 32 (ຊະນະນ໊ອກ 23) ສະເຫມີ 1.
ຟິວຣີ ກ່າວວ່າ : ‘‘ ນີ້ອາດເປັນການປິດສາກຂອງຂ້ອຍ ຂ້ອຍໃຊ້ເວລາໃນເສັ້ນທາງນີ້ມາດົນ ແລະ ຂ້ອຍໄດ້ຕື່ມເຕັມທຸກສິ່ງທີ່ປາຖະຫນາຫມົດແລ້ວ ຂ້ອຍຈະແຂວນນວມແບບບໍ່ເຄີຍເສຍໃຫ້ໃຜເປັນຄັ້ງທີ 2 ໃນປະຫວັດສາດຮຸ່ນເຮຟວີເວດ ຕໍ່ຈາກ ຣ໊ອກກີ ມາເຊຍໂນ ’’.
ທັງນີ້ ຫາກ ຟິວຣີ ອາຍຸ 33 ປີ ຕັດສິນໃຈແຂວນນວມແທ້ ລາວກໍຈະຫມົດສິດຊີງຄວາມເປັນແຊ໊ມໂດຍທິດສະດິ 4 ສາຍແອລຂອງຮຸ່ນນີ້ ເຊິ່ງປັດຈຸບັນອີກ 3 ເສັ້ນຂອງສະມາຄົມວຍໂລກ (WBA) ອົງການມວຍໂລກ (WBO) ແລະ ສະຫະພັນມວຍນາໆຊາດ (IBF) ຕົກເປັນຂອງ ໂອເລັກຊານເດີ ອູຊິກ ຈາກຢູເຄຣນ.