ສື່ອັງກິດລາຍງານ, ເທນ ຮາກ ສົນໃຈ ອີກຣິກເຊັນ ເສີມທີມ ແມນຢູ

ສື່ຊື່ດັງຂອງອັງກິດລາຍງານຂ່າວວ່າ ເອຣິກ ເທນ ຮາກ ສົນໃຈຢາກດຶງ ອີຣິກເຊັນ ທີ່ໂຊຟອມເກັ່ງກັບ ເບຣນຟອດ ເສີມທີມ ລະດູການຫນ້າ ຫລັງເຄີຍເຫັນສີຕີນໃກ້ຊິດຕອນດາວເຕະຊາວເດນມາກໄປຊ້ອມກັບ ອາແຈັກ ທ້າຍປີກ່ອນ.
ເດລີ ສະຕາ ສື່ຊື່ດັງໃນປະເທດອັງກິດ ລາຍງານວ່າ : ເອຣິກ ເທນ ຮາກ ວ່າທີ່ຜູ້ຈັດການທີມຄົນໃຫມ່ຂອງ ແມນເຊສເຕີ ຢູໄນເຕັດ ທີມໃຫຍ່ແຫ່ງ ພຣີເມຍລີກ ອັງກິດ ສົນໃຈທີ່ຈະດຶງ ຄຣິສຕຽນ ອີຣິກເຊັນ ກອງກາງຂອງ ເບຣນຟອດ ທີມໃນພຣີເມຍລີກມາເສີມທີມແມນເຊສເຕີ ຢູໄນເຕັດ ໃນລະດູການຫນ້າ ຫລັງດາວເຕະທີມຊາດເດນມາກ ສ້າງຜົນງານໄດ້ຢ່າງດີເດັ່ນ ນັບແຕ່ເຊັນສັນຍາຢູ່ກັບ ເບຣັນຟອດ ເມື່ອເດືອນມັງກອນທີ່ຜ່ານມາ.
ດາວເຕະອາຍຸ 30 ປີ ເຊິ່ງກັບມາຫລິ້ນບານໄດ້ອີກເທື່ອຫນຶ່ງ ຫລັງເກີດອາການຫົວໃຈວາຍຄາສະຫນາມໃນການຫລິ້ນໃຫ້ທີມຊາດເດນມາກ ໃນການແຂ່ງຂັນ ຢູໂຣ 2020 ເມື່ອເດືອນມິຖຸນາປີຜ່ານມາ ແລະຕ້ອງຕິດຕັ້ງເຄື່ອງກະຕຸ້ນຫົວໃຈໄວ້ພາຍໃນເອິກນັ້ນ ລົງສະຫນາມໃຫ້ ເບຣັນຟອດ ໃນລີກໄປແລ້ວ 7 ເກມ ແລະ ຍິງປະຕູໄດ້ 1 ປະຕູ ແລະມີສ່ວນສຳຄັນພາທີມຫຍັບຈາກເຄິ່ງລ່າງຂຶ້ນໄປຢູ່ກາງຕາຕະລາງ ແລະ ຫນ້າຈະລອດຕົກຊັ້ນອ່າວແນ່ນອນແລ້ວ ຈົນມີຂ່າວວ່າຫລາຍທີີມສົນໃຈດຶງໄປຮ່ວມທີມໃນລະດູການຫນ້າ.
ຂະນະທີ່ ຫລ້າສຸດ ສື່ອັງກິດ ລະບຸວ່າ : ເທນ ຮາກ ເຊິ່ງຈະເຂົ້າມາເປັນຜູ້ຈັດການທີມແມນຢູ ໃນລະດູການຫນ້ານັ້ນ ເຄີຍໄດ້ເຫັນ ອີຣິກເຊັນ ຢ່າງໃກ້ຊິດ ລະຫວ່າງທີ່ລາວໄປຮ່ວມຊ້ອມກັບ ອາແຈັກ ເພື່ອຮຽກຄວາມສົມບູນໃນທ້າຍປີກາຍ ແລະ ດ້ວຍຜົນງານການຫລິ້ນອັນສຸດຍອດຂອງລາວກັບ ເບຣນຟອດ ຫນ້າຈະເຮັດໃຫ້ວ່າທີ່ເຈົ້ານາຍຂອງ ແມນເຊສເຕີ ຢູໄນເຕັດ ໃສ່ຊື່ດາວເຕະຄົນນີ້ເປັນຫນຶ່ງເປົ້າຫມາຍເສີມທີມໃນລະດູການຫນ້າແນ່ນອນ.