ຄບຕ ຍອມຮັບ ການຕຳໜິຈາກສຽງສັງຄົມວ່າເກັບຂີ້ເຫຍື້ອບໍ່ໄດ້ດີເທົ່າທີ່ຄວນ ເນື່ອງດ້ວຍຫລາຍປັດໄຈ

ທ່ານ ບຸນຈັນ ແກ້ວສີທໍາມະ ຫົວຫນ້າຫ້ອງການ ຄບຕ ໃຫ້ສໍາພາດໜັງສືພິມຄວາມສະຫງົບ ເມື່ອບໍ່ດົນມານີ້ວ່າ:
ປັດຈຸບັນ, ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ຍັງພົບຄວາມຄວາມຫຍຸ້ງຍາກ ໃນການເກັບມ້ຽນຂີ້ເຫຍື້ອ ແລະ ຍັງມີຫາງສຽງຈົ່ມວ່າຈາກສັງຄົມ ໃນການຈັດຕັ້ງປະຕິບັດວຽກງານ ເພາະບໍ່ ທັນໄດ້ດີເທົ່າທີ່ຄວນ, ແຕ່ຢ່າງໃດກໍຕາມໃນຕໍ່ຫນ້າ ຫ້ອງການ ຄບຕ ຈະມີການປັບປຸງຮ່າງນິຕິກໍາຄືນໃຫມ່ ແລະ ຂອດຈັດຕັ້ງປະຕິບັດໃຫ້ດີກວ່າເກົ່າ.
ຜ່ານມາ, ການຈັດຕັ້ງປະຕິບັດກ່ຽວກັບ ການເກັບມ້ຽນຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ຍັງພົບຄວາມຫຍຸ້ງຍາກຫຼາຍ ຍ້ອນວ່າຍັງມີປະຊາຊົນຈໍານວນໜຶ່ງບໍ່ເຮັດສັນຍາເກັບມ້ຽນຂີ້ເຫຍື້ອ ຍ້ອນບໍ່ຢາກຈ່າຍເງິນ, ເຮັດໃຫ້ເກີດມີການລັກເອົາຂີ້ເຫຍື້ອໄປຖີ້ມໃສ່ເນື້ອທີ່ດິນເປົ່າຫວ່າງຕ່າງໆ; ຂະນະດຽວກັນ, ບາງຄອບຄົວທີ່ເຮັດສັນຍາແລ້ວເອົາຂີ້ເຫຍື້ອອອກມາປະໄວ້ຫນ້າເຮືອນ ກ່ອນມື້ລົດຈະໄປເກັບເອົາ ເຮັດໃຫ້ມີສັດ ແລະ ບຸກຄົນຈໍານວນຫນຶ່ງທີ່ເລາະເກັບເອົາຕຸກເປົ່າໄປຂາຍ ຄົ້ນຕື້ຈົນເປົ້າຂາດ ຫຼື ເຂັ້ງລົ້ມເຮັດໃຫ້ຂີ້ເຫຍື້ອຕົກເຮ່ຍຊະຊາຍໄປບ່ອນອື່ນ. ນອກນີ້, ມີບາງບ່ອນເປັນທາງຮ່ອມແຄບ ເຮັດໃຫ້ລົດເກັບມ້ຽນຂີ້ເຫຍື້ອ ເຂົ້າເຖິງບໍ່ໄດ້ ແລະອື່ນໆ.
ຄຽງຄູ່ກັນນີ້, ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດເກັບມ້ຽນຂີ້ເຫຍື້ອຂອງ ຫ້ອງການ ຄບຕ ຍັງມີ ຫາງສຽງຈໍານວນໜຶ່ງເກີດຂຶ້ນໃນສັງຄົມກ່ຽວກັບ ບັນຫາລົດບໍ່ໄປເກັບເອົາຂີ້ເຫຍື້ອຢູ່ບັນດາຄອບຄົວທີ່ມີ ສັນຍາກັນໄວ້, ເຊິ່ງຄະນະຮັບຜິດຊອບທີ່ກ່ຽວຂ້ອງຂອງ ຄບຕ ໄດ້ກວດກາຢ່າງລະອຽດ ເຫັນວ່າມີຄົນຂັບລົດ ແລະ ແອັດລົດເກັບມ້ຽນຂີ້ເຫຍື້ອຈໍານວນໜຶ່ງ ສວຍຊ່ອງວ່າງຫາຜົນປະໂຫຍດສ່ວນຕົວ ດ້ວຍການລັກເຮັດ ສັນຍາເກັບມ້ຽນຂີ້ເຫຍື້ອກັບປະຊາຊົນໂດຍທີ່ ຄບຕ ບໍ່ຮູ້ເລື່ອງນໍາ.
ນອກຈາກນີ້, ຍັງໄດ້ສວຍໂອກາດເກັບເງິນນໍາບາງຄອບຄົວ ທີ່ໄດ້ເຮັດສັນຍາເກັບມ້ຽນຂີ້ເຫຍື້ອ ແຕ່ມີ ຂີ້ເຫຍື້ອເກີນກໍານົດ ເນື່ອງຈາກຕາມສັນຍາທີ່ເຮັດໄວ້ກັບ ຄບຕ ຄອບຄົວໜຶ່ງແມ່ນ ອະນຸຍາດໃຫ້ມີຂີ້ເຫຍື້ອ 1 ເຂັ່ງ ຫຼື 1 ເປົ້າຕໍ່ອາທິດ (ອາທິດຫນຶ່ງມີລົດໄປເກັບເອົາຂີ້ເຫຍື້ອ 1 ຄັ້ງ), ລວມ 1 ເດືອນ ລົດຕ້ອງໄປເກັບ ມ້ຽນຂີ້ເຫຍື້ອ ທັງໝົດ 4 ຄັ້ງ ໃນລາຄາ 40.000 ກີບ/ເດືອນ, ແຕ່ບາງຄອບຄົວມີຂີ້ເຫຍື້ອເກີນກໍານົດ ເຮັດໃຫ້ຄົນຂັບລົດ ແລະ ແອັດລົດສວຍໂອກາດຂໍເງິນເພີ່ມແຕ່ເອົາເຂົ້າຖົງຕົວເອງ, ຖ້າຄອບຄົວໃດຈ່າຍກໍເກັບມ້ຽນຂີ້ເຫຍື້ອໄປ ແຕ່ຄອບຄົວໃດບໍ່ຈ່າຍກໍປະຖິ້ມຂີ້ເຫຍື້ອທີ່ເກີນກໍານົດນັ້ນໄວ້ແລ້ວຫນີໄປ ເຮັດໃຫ້ຂີ້ເຫຍື້ອທີ່ປະໄວ້ເຮ່ຍຊະຊາຍ ເມື່ອຄົນມາເຫັນຈຶ່ງຕີລາຄາວ່າລົດບໍ່ໄປເກັບມ້ຽນຂີ້ເຫຍື້ອ ແລ້ວເກີດມີຫາງສຽງຂຶ້ນ.
ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ທາງ ຄບຕ ໄດ້ຮຽກຄົນຂັບລົດ ແລະ ແອັດລົດທີ່ກະທໍາຜິດ ມາສຶກສາ ອົບຮົມກ່າວເຕືອນແລ້ວ, ຖ້າມີການກະທໍາຜິດອີກ ຈະຖືກໄລ່ອອກທັນທີ.
ນອກຈາກນີ້, ຄບຕ ກໍາລັງປັບປຸງ ນິຕິກໍາກ່ຽວກັບ ການເກັບມ້ຽນຂີ້ເຫຍື້ອຄືນໃໝ່ໃຫ້ເຂັ້ມງວດ ເພື່ອໃຫ້ແຕ່ລະຄອບຄົວໄດ້ຈ່າຍຄ່າຂີ້ເຫຍື້ອ ຕາມຕົວຈິງທີ່ມີໃນຄອບຄົວ ແລະ ຮັບປະກັນບໍ່ໃຫ້ມີການສວຍໃຊ້ຊ່ອງວ່າງຫາຜົນປະໂຫຍດສ່ວນຕົວ ເກີດຂຶ້ນ ແລະ ຮັບປະກັນບໍ່ໃຫ້ມີລາຍຮັບຕົກເຮ່ຍເສຍຫາຍເກີດຂຶ້ນ ເພາະນີ້ຖືເປັນມາດຕະການໜຶ່ງໃນການ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງ ລັດຖະບານ, ເຊິ່ງຄາດວ່າ ການປັບປຸງຈະສໍາເລັດໃນອີກບໍ່ດົນນີ້ ເພື່ອໃຫ້ກອງປະຊຸມສະພາປະຊາຊົນ ນະຄອນຫຼວງວຽງຈັນ ພິຈາລະນາ ແລະ ຮັບຮອງເອົາໃນຕໍ່ໜ້າ.
ດັ່ງນັ້ນ, ຫົວຫນ້າຫ້ອງການ ຄບຕ ໄດ້ຮຽກຮ້ອງໃຫ້ທຸກຄອບຄົວ ຈົ່ງເຮັດສັນຍາເກັບມ້ຽນຂີ້ເຫຍື້ອ ຄບຕ ເພື່ອບໍ່ໃຫ້ມີການຖີ້ມຂີ້ເຫຍື້ອຊະຊາຍເກີດຂຶ້ນ, ທັງເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດ ສ.ສະອາດ ຂອງ ນະຄອນຫຼວງວຽງຈັນ ຕື່ມອີກ.
ທີ່ມາ: ໜັງສືພິມຄວາມສະຫງົບ