ກະຊວງອຸດສາຫະກຳ ແລະ ການຄ້າ ກຽມສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ ວັນທີ 26 ເມສາ 2022

ກະຊວງອຸດສາຫະກຳ ແລະ ການຄ້າ ກຽມສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ ວັນທີ 26 ເມສາ 2022 - 279150501 710028160445887 5054441526281877307 n - ກະຊວງອຸດສາຫະກຳ ແລະ ການຄ້າ ກຽມສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ ວັນທີ 26 ເມສາ 2022
ກະຊວງອຸດສາຫະກຳ ແລະ ການຄ້າ ກຽມສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ ວັນທີ 26 ເມສາ 2022 - kitchen vibe - ກະຊວງອຸດສາຫະກຳ ແລະ ການຄ້າ ກຽມສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ ວັນທີ 26 ເມສາ 2022

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 22 ເມສາ ຜ່ານມາ ທີ່ກະຊວງ ອຄ ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ມະຫາວິທະຍາໄລແຫ່ງຊາດ ຈະຈັດພິທີສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ ຂຶ້ນໃນວັນທີ 26 ເມສາ 2022 ພາຍໃຕ້ຄຳຂວັນ ທີ່ວ່າ “ຊັບສິນທາງປັນຍາ ແລະ ໄວໜຸ່ມ: ສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າ” ຊຶ່ງໃນແຕ່ລະປີ ສປປ ລາວ ແລະ ບັນດາປະເທດສະມາຊິກຂອງ ອົງການຊັບສິນທາງປັນຍາໂລກ (WIPO) ໄດ້ພ້ອມກັນສະເຫຼີມສະຫຼອງວັນສໍາຄັນນີ້ ຊຶ່ງໃນປີ 2022 ນີ້ແມ່ນຄົບຮອບ 22 ປີ.

ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວເພື່ອເປັນການເຜີຍແຜ່ ແລະ ສົ່ງເສີມໃຫ້ປະຊາຊົນລາວ ມີການສ້າງຜົນງານທາງດ້ານຊັບສິນທາງປັນຍາໃຫ້ຫຼາຍຂຶ້ນ ເປັນການກະຕຸກຊຸກຍູ້ໃຫ້ ສາມາດສ້າງນະວັດຕະກຳ, ເສີມຂະຫຍາຍຫົວຄິດປະດິດສ້າງ, ຫົວຄິດປະດິດແຕ່ງທາງດ້ານ ສິລະປະກໍາ ແລະ ວັນນະກໍາ, ການສ້າງເອກະລັກສະເພາະຂອງສິນຄ້າ ແລະ ການອອກແບບຜະລິດຕະພັນໃຫ້ໂດດເດັ່ນ, ການປັບປຸງພັນພືດໃໝ່ໃຫ້ເໝາະສົມກັບຄວາມຕ້ອງການຂອງຜູ້ບໍລິໂພກ ລວມທັງ ການນໍາໃຊ້ນະວັດຕະກຳເຂົ້າໃນການພັດທະນາເຕັກໂນໂລຊີ, ການສ້າງສັນຜົນງານທາງດ້ານວິທະຍາສາດ ແລະ ການສົ່ງເສີມຜະລິດຕະພັນຖິ່ນກຳເນີດ, ການສະແດງອອກທາງດ້ານຮີດຄອງປະເພນີ ວັດທະນະທຳແບບດັ່ງເດີມ.

ກະຊວງອຸດສາຫະກຳ ແລະ ການຄ້າ ກຽມສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ ວັນທີ 26 ເມສາ 2022 - Visit Laos Visit SALANA BOUTIQUE HOTEL - ກະຊວງອຸດສາຫະກຳ ແລະ ການຄ້າ ກຽມສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ ວັນທີ 26 ເມສາ 2022

ໃນການສະເຫຼີມສະຫຼອງຄັ້ງນີ້, ພວກເຮົາຈະໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບ ວຽກງານຊັບສິນທາງປັນຍາ ແລະ ການປົກປ້ອງຜົນງານການຄົ້ນຄວ້າຕ່າງໆ ທີ່ສະແດງໃຫ້ເຫັນວ່າ: ຊັບສິນທາງປັນຍາ ຕິດພັນກັບ ໄວໜຸ່ມຄືແນວໃດ ແລະ ຜົນງານໃນການສ້າງສັນສິ່ງໃໝ່ໆ ເພື່ອອະນາຄົດທີ່ດີກວ່າຂອງສັງຄົມເຮົາມີຫຍັງແດ່. ສຳລັບສະຖານທີ່ຈັດງານແມ່ນຈະຈັດຢູ່ ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 26 ເມສາ 2022, ເພື່ອຍົກບົດບາດຄວາມສຳຄັນ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ຂອງໄວໜຸ່ມ ໂດຍສະເພາະໄວທີ່ພວມສຶກສາຮໍ່າຮຽນ ໃນຍຸກຂອງເສດຖະກິດດີຈີຕອນ, ປັດຈຸບັນ ເຕັກໂນໂລຊີຂໍ້ມູນຂ່າວສານທີ່ພັດທະນາຢ່າງທັນສະໄໝເຕົ້າໂຮມເປັນແຫຼ່ງລວມຂອງ ສະຕິປັນຍາ ແລະ ຄວາມຄິດສ້າງສັນ, ມຸມມອງໃໝ່, ຄວາມກະຕືລືລົ້ນໃນການຮຽນຮູ້ ແລະ ກ້າທົດລອງປະດິດສ້າງສິ່ງໃໝ່ໆ ກ້າວໄປສູ່ການສ້າງນະວັດຕະກໍາໃໝ່ໆໃຫ້ຫຼາຍຂຶ້ນ ໂດຍສະເພາະ ຢູ່ໃນຂັ້ນມະຫາວິທະຍາໄລ ໄວໜຸ່ມນັກສຶກສາ ແລະ ອາຈານ ໄດ້ມີການລິເລີ່ມບາດກ້າວພື້ນຖານຂອງການສ້າງສິ່ງປະດິດເຊັ່ນ: ສ້າງຫຸ່ນຍົນຈຳລອງ, ໂປຣແກຣມຄອມພິວເຕີ, ພ້ອມນີ້ ກໍໄດ້ມີການສຶກສາຄົ້ນຄວ້າ ແລະ ເຜີຍແຜ່ຜົນການສຶກສາຄົ້ນຄວ້າດັ່ງກ່າວສູ່ສັງຄົມ.

ສຳລັບໄວໜຸ່ມຢູ່ໃນພາກທຸລະກິດຂອງລາວ ກໍປະກົດໃຫ້ເຫັນ ໂດຍໄດ້ສ້າງສັນງານການອອກແບບແຟຊັ່ນ, ສ້າງສັນສິລະປະດົນຕີ, ບົດເພງທີ່ມີຄວາມນິຍົມຊົມຊອບຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ. ການຄົ້ນຄິດສ້າງໂປຣແກຣມຄອມພິວເຕີ ແລະ ແອັບພລີເຄເຊິນຕ່າງໆໃນໂທລະສັບມືຖື ທີ່ເປັນແພຣັດຟອມ ໃນການສົ່ງເສີມການສ້າງວຽກເຮັດງານທໍາໃຫ້ແກ່ຄົນລາວ, ການຄ້າຂາຍ ແລະ ບໍລິການຕ່າງໆ ຜ່ານທາງອອນລາຍ ແລະ ອື່ນໆອີກ ຊຶ່ງໄດ້ອໍານວຍຄວາມສະດວກໃຫ້ແກ່ການດໍາລົງຊີວິດຂອງຜູ້ຄົນໃນສັງຄົມຍຸກປັດຈຸບັນ ແລະ ຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍລວມ.

ໃນເດືອນຕຸລາຈະເຖິງນີ້ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນອົງການຄຸ້ມຄອງວຽກງານຊັບສິນທາງປັນຍາຢູ່ ສປປ ລາວ ຈະຮ່ວມກັບບັນດາມະຫາວິ ທະຍາໄລ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະຈັດງານມະຫະກຳຊັບສິນທາງປັນຍາ ເພື່ອເປັນເວທີແຫ່ງການ ວາງສະແດງ ຜົນງານທາງດ້ານຊັບສິນທາງປັນຍາ, ສ້າງສະພາບແວດລ້ອມທີ່ສົ່ງເສີມການປົກປ້ອງ, ການສ້າງຍີ່ຫໍ້ ແລະ ການອອກແບບສິນຄ້າ ແລະ ການບໍລິການຂອງລາວເຂົ້າສູ່ຕະຫຼາດ, ພ້ອມທັງເປັນເວທີແລກ ປ່ຽນຄວາມຮູ້ທາງດ້ານຊັບສິນທາງປັນຍາເພື່ອສ້າງຄວາມເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງການສ້າງ ແລະ ການປົກປ້ອງຊັບສິນທາງປັນຍາ ເຊັ່ນ: ສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກຳ, ແບບຜັງວົງຈອນລວມ, ເຄື່ອງໝາຍການຄ້າ, ຖິ່ນກຳເນີດ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ການສະແດງອອກທາງດ້ານຮີດຄອງປະເພນີ ວັດທະນະທຳແບບດັ່ງເດີມ. ພ້ອມດຽວກັນ, ກໍຈະເປັນການສະທ້ອນໃຫ້ເຫັນເຖິງການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳແບບຍືນຍົງຂອງປະເທດເຮົາ, ເຮັດໃຫ້ສາທາລະນະຊົນ ໄດ້ຮັບຮູ້ຂໍ້ມູນຂ່າວສານກ່ຽວກັບ ການຄຸ້ມຄອງ ແລະ ການປົກປ້ອງຊັບສິນທາງປັນຍາຂອງບັນດານັກຄົ້ນຄວ້າ, ນັກປະດິດສ້າງ, ປະດິດຄິດແຕ່ງ ແລະ ຜູ້ເປັນເຈົ້າຂອງຊັບສິນທາງປັນຍາອື່ນໆອີກດ້ວຍ.

ຂ່າວ: ໜັງສືພິມປະຊາຊົນ

ກະຊວງອຸດສາຫະກຳ ແລະ ການຄ້າ ກຽມສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ ວັນທີ 26 ເມສາ 2022 - 3 - ກະຊວງອຸດສາຫະກຳ ແລະ ການຄ້າ ກຽມສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ ວັນທີ 26 ເມສາ 2022
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!