ຫລັງປີໃໝ່ລາວ 7 ວັນ ຜູ້ຕິດເຊື້ອຫລຸດລົງຫລາຍກວ່າທີ່ຄາດຄະເນໄວ້
ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ກ່າວໃນ ພິທີຖະແຫລງຂ່າວປະຈຳວັນທີ 25 ເມສາ 2022 ນີ້ວ່າ:
ສປປ ລາວ ເຮົາເຫັນວ່າໂຕເລກລາຍງານຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ກໍຫຼຸດລົງຫຼາຍທຽບໃສ່ໄລຍະຜ່ານມາ, ມື້ນີ້ຈຳນວນຜູ້ຕິດເຊື້ອໃໝ່ກໍເປັນອີກມື້ໜຶ່ງທີ່ມີລາຍງານໜ້ອຍກວ່າ 300 ກໍລະນີ , ນີ້ຖືວ່າເປັນສັນຍານທີ່ດີ ເພາະຕາມຄາດຄະເນໃນເບື້ອງຕົ້ນທີ່ຄາດວ່າໂຕເລກຜູ້ຕິດເຊື້ອຈະເພີ່ມຂຶ້ນຫຼາຍພາຍຫຼັງການສະເຫຼີມສະຫຼອງປີໃໝ່ລາວໃນອາທິດຜ່ານມາ, ຜ່ານການເຝົ້າລະວັງ 7 ວັນເຫັນວ່າຈຳນວນຜູ້ຕິດເຊື້ອບໍ່ໄດ້ເພີ່ມຂຶ້ນຄືດັ່ງທີ່ຄາດຄະເນໄວ້ ທັງນີ້ກໍຍ້ອນທຸກຄົນ ໄດ້ຮ່ວມແຮງຮ່ວມໃຈກັນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດໃນການປ້ອງກັນການຕິດເຊື້ອ ລວມທັງຫຼາຍຄົນໄດ້ມີພຸມຄຸ້ມກັນເປັນຕົ້ນແມ່ນພູມຄຸ້ມກັນຈາກການສັກ ວັກຊີນ ລວມທັງພູມຕ້ານທານຈາກທີ່ເຄີຍຕິດເຊື້ອມາກ່ອນ.
ເຖິງຢ່າງໃດກໍຕາມຂໍການຮ່ວມມື ມາຍັງບັນດາທ່ານຈົ່ງເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ເພື່ອສ້າງເງື່ອນໄຂໃຫ້ພວກເຮົາສາມາດຜ່ອນຜັນມາດຕະການຕ່າງໆເຮັດໃຫ້ທຸກຄົນສາມາດໃຊ້ຊີວິດປົກກະຕິແບບໃໝ່ ໃນການທຳມາຫາກິນ ແລະ ຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຢ່າງໜັກຈາກການລະ ບາດພະ ຍາດໂຄວິດ-19 ເລີ່ມ ແຕ່ ທ້າຍປີ 2019 ເປັນຕົ້ນມາ.