ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 61 ປີ 25/4/1961-25/4/2022

ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 61 ປີ 25/4/1961-25/4/2022 - 5e13e753a310cf3e97af64de - ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 61 ປີ 25/4/1961-25/4/2022
ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 61 ປີ 25/4/1961-25/4/2022 - kitchen vibe - ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 61 ປີ 25/4/1961-25/4/2022

ສປປ ລາວ ແລະ ສປ ຈີນ ທັງເປັນເພື່ອນມິດຍຸດທະສາດ, ທີ່ມີມູນເຊື້ອສາຍພົວພັນມິດຕະພາບອັນແໜ້ນແກ່ນມາແຕ່ຍາວນານ, ທັງເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ສິ່ງສໍາຄັນສອງປະເທດ ລ້ວນແຕ່ເດີນຕາມເສັ້ນທາງສັງຄົມນິຍົມ.
ສາຍພັວພັນ ແລະ ການຮ່ວມມື ລາວ-ຈີນ ແມ່ນພື້ນຖານຄວາມເຫັນອົກເຫັນໃຈ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນມາໂດຍຕະຫຼອດ, ໄດ້ມີການປະສານສົມທົບກັນຢ່າງສະໜິດ ແໜ້ນ, ມີການແລກປ່ຽນທັດສະນະຮ່ວມກັນເປັນປົກກະຕິ ແລະ ໄດ້ກຳນົດຈຸດສຸມການຮ່ວມມື ເພື່ອຮັດ ແໜ້ນ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືໃຫ້ກ້າວເຂົ້າສູ່ລວງເລິກ ແລະ ລວງກວ້າງຕາມແຕ່ລະໄລຍະຢ່າງມີແບບແຜນ.

ພິເສດ, ໃນໄລຍະທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ລາວ-ຈີນ ກໍໄດ້ເຂົ້າຮ່ວມໂຄງການຮ່ວມມືດ້ານສາທາລະນະສຸກພາຍໃຕ້ຂອບການຮ່ວມມືຂອງອົງການອະນາໄມໂລກ (WHO) ຫຼື ໂຄງການໂຄແວັກ (COVAX FACILITY GAVI) ເພື່ອຮັບປະກັນໃຫ້ບັນດາປະເທດ ທີ່ມີລາຍຮັບຕໍ່າສາມາດເຂົ້າເຖິງວັກຊິນ ໄດ້ຢ່າງທົ່ວເຖິງ. ອີງຕາມ WHO, ມາຮອດປັດຈຸບັນ ໂຄງການດັ່ງກ່າວ ໄດ້ວາງແຜນແຈກຢາຍວັກຊິນ ຈໍານວນ 2.000 ລ້ານຫຼອດ ໃຫ້ແກ່ 92 ປະເທດທົ່ວໂລກໃຫ້ທົ່ວເຖິງ. ພ້ອມດຽວກັນນີ້, ຈີນ ຍັງໄດ້ປະກາດໃຫ້ການຊ່ວຍເຫຼືອແກ່ WHO ຈໍານວນເງິນ 2.000 ລ້ານໂດລາ (ວັນທີ 7 ມີນາ 2020). ໃນຂອບອາຊຽນ+1, ສປ ຈີນ ກໍໄດ້ມອບເງິນຊ່ວຍເຫຼືອເຂົ້າກອງທຶນຮັບມືກັບການລະບາດຂອງພະຍາດໂຄວິດ-19 ຂອງອາຊຽນ ຈໍານວນ 1 ລ້ານໂດລາ.

ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 61 ປີ 25/4/1961-25/4/2022 - Visit Laos Visit SALANA BOUTIQUE HOTEL - ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 61 ປີ 25/4/1961-25/4/2022
ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 61 ປີ 25/4/1961-25/4/2022 - Visit Laos Visit SALANA BOUTIQUE HOTEL - ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 61 ປີ 25/4/1961-25/4/2022

ພ້ອມດຽວກັນນີ້, ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ, ລາຍງານໃນວັນທີ 3 ທັນວາ 2021 ຊຶ່ງເປັນມື້ເປີດນຳໃຊ້ລົດໄຟລາວ-ຈີນວ່າ: ການລົງທຶນໃສ່ໂຄງການທາງລົດໄຟ ລາວ-ຈີນ ແມ່ນຄຸ້ມຄ່າທີ່ສຸດເມື່ອເບິ່ງຜົນປະໂຫຍດທີ່ໄດ້ຮັບ, ໂຕເລກການລົງທຶນມີມູນຄ່າສູງ ແລະ ການເກັບກູ້ທຶນຄືນແມ່ນຕ້ອງໃຊ້ເວລາຍາວນານ. ໃນບົດວິພາກເສດຖະກິດ ໄດ້ລະບຸວ່າ: ຮອດປີທີ 23 ນັບແຕ່ມື້ເປີດການດຳເນີນງານ ຫຼື ມື້ເປີດນໍາໃຊ້ໃຫ້ການບໍລິການ ຈຶ່ງຈະສາມາດຮອດຈຸດກຸ້ມທຶນ, ມູນຄ່າການລົງທຶນຂອງໂຄງການທາງລົດໄຟ ລາວ-ຈີນ ທັງໝົດປະມານ 5.986 ລ້ານໂດລາ ຫຼື ປະມານ 37,4 ຕື້ຢວນ.

ຢ່າງໃດກໍ່ຕາມ, ໃນເນື້ອໃນຂອງສັນຍາສໍາປະທານໂຄງການດັ່ງກ່າວ ແມ່ນບໍລິສັດທາງລົດໄຟ ລາວ-ຈີນ ໄດ້ມີຄວາມຮັບຜິດຊອບແຕ່ຫົວທີ ໃນການອອກແບບໂຄງການ, ການລະດົມທຶນ, ການກໍ່ສ້າງ, ດຳເນີນກິດຈະການ, ການບໍາລຸງຮັກສາຕະຫຼອດໄລຍະດໍາເນີນງານ ດ້ວຍຄ່າໃຊ້ຈ່າຍຂອງບໍລິສັດເອງ, ຮັບຄວາມສ່ຽງດ້ວຍບໍລິສັດເອງ ແລະ ເມື່ອໝົດອາຍຸສໍາປະທານ 50 ປີ ເລີ່ມແຕ່ມື້ເປີດບໍລິການ (ບໍ່ນັບໄລຍະກໍ່ສ້າງ 5 ປີ) ແມ່ນຕ້ອງໄດ້ສົ່ງມອບໂຄງການຄືນ, ຊຶ່ງໂຄງການດັ່ງກ່າວຈະຕົກເປັນຊັບສິນທັງໝົດໃຫ້ລັດຖະບານ ແລະ ນີ້ແມ່ນຜົນປະໂຫຍດໃນອະນາຄົດທີ່ເຮົາຈະໄດ້ຮັບ; ສ່ວນການຂໍຕໍ່ອາຍຸສໍາປະທານ, ບໍລິສັດຕ້ອງສະເໜີມາໃຫ້ລັດຖະບານລາວເປັນຜູ້ພິຈາລະນາ.

ທ່ານ ອຸຕະແກ້ວ ແກ້ວດວງສິນ ໃຫ້ຮູ້ຕື່ມວ່າ: ເງື່ອນໄຂທີ່ກຳນົດໃນສັນຍາການພັດທະນາພື້ນຖານໂຄງລ່າງປິ່ນອ້ອມສະຖານີໄດ້ກຳນົດ 4 ຈຸດຄື: ຈຸດເມືອງໄຊ ແຂວງອຸດົມໄຊ ແລະ ສະຖານີນະຄອນຫຼວງວຽງຈັນ, ແຕ່ລະຈຸດມີເນື້ອທີ່ເກືອບ 1.000 ເຮັກຕາ, ຈຸດສະຖານີວັງວຽງ ແຂວງວຽງຈັນ ແລະ ສະຖານີຫຼວງພະບາງ ແຕ່ລະຈຸດມີເນື້ອທີ່ເກືອບ 500 ເຮັກຕາ. ລັດຖະບານ ຈະສະໜອງເນື້ອທີ່ດິນທີ່ຢູ່ໃກ້ກັບສະຖານີລົດໄຟ ໂດຍບໍລິສັດຮັບຜິດຊອບຄ່າທົດແທນຄືນເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ເສຍຄ່າເຊົ່າຕາມລະບຽບກົດໝາຍ ບໍ່ໄດ້ລວມໃນມູນຄ່າຂອງໂຄງການກໍ່ສ້າງທາງລົດໄຟ ຊຶ່ງບໍລິສັດເປັນຜູ້ສໍາຫຼວດເບິ່ງເນື້ອ ທີ່ດິນຕົວຈິງ ແລະ ຮັບຜິດຊອບຕໍ່ຄ່າທົດແທນ ຫຼື ຍົກຍ້າຍຈັດສັນຕາມກົດໝາຍ. ຫຼັງຈາກນັ້ນ, ສະເໜີໃຫ້ລັດຖະບານລາວ ພິຈາລະນາອະນຸຍາດຕາມກົດໝາຍ. ແຕ່ການສະເໜີຂໍລົງທຶນໃນເຂດດັ່ງກ່າວ, ແມ່ນສະ ເໜີຂໍລົງທຶນຕາມລະບຽບກົດໝາຍ, ເງື່ອນໄຂ ແລະ ນະໂຍບາຍອື່ນໆ ແມ່ນໄດ້ຮັບນະໂຍບາຍ ທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ດໍາລັດເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ. ປັດຈຸບັນ ລັດຖະບານລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບບໍລິສັດທາງລົດໄຟ ລາວ-ຈີນ ເພື່ອໃຫ້ບໍລິສັດດຳເນີນການສຶກສາສໍາຫຼວດເນື້ອທີ່ດິນຕົວຈິງ.

ສປປລາວ ເວລາໃດກໍຢຶດໝັ້ນຫຼັກການຢູ່ຮ່ວມກັນໂດຍສັນຕິ, ບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນ ແລະ ກັນ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ອີງໃສ່ນະໂຍບາຍການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ”. ໃນການພົວພັນກັບປະເທດຕ່າງໆ, ບໍ່ສະເພາະແຕ່ກັບ ສປຈີນ ເທົ່ານັ້ນ, ແຕ່ຍັງມີການຮ່ວມມື ແລະ ຍາດແຍ່ງເອົາການຊ່ວຍເຫຼືອດ້ານທຶນຮອນ, ວິທະຍາສາດ ແລະ ເຕັກໂນໂລຊີ ຈາກເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມພັດທະນາອື່ນໆ ເປັນຕົ້ນແມ່ນ ຫວຽດນາມ, ຍີ່ປຸ່ນ, ສເກົາຫຼີ, ອົສຕຣາລີ, ຣັດເຊຍ ແລະ ອາເມຣິກາ ເພື່ອເປັນກໍາລັງແຮງຍູ້ໜູນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ແນໃສ່ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ກໍຄື ເພື່ອບັນລຸເປົ້າ ໝາຍຂອງການພັດທະນາແບບຍືນຍົງໃນປີ 2030.

ຮຽບຮຽງໂດຍ: ສ.ສິມມາລາວົງ
ປະຊາຊົນ

ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 61 ປີ 25/4/1961-25/4/2022 - 4 - ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 61 ປີ 25/4/1961-25/4/2022
ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 61 ປີ 25/4/1961-25/4/2022 - 3 - ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 61 ປີ 25/4/1961-25/4/2022
ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 61 ປີ 25/4/1961-25/4/2022 - 5 - ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 61 ປີ 25/4/1961-25/4/2022