ລຸ້ນແຊ້ມເຂັ້ມຂົ້ນ! ເອຊີມິລານ ກັບຂຶ້ນຈ່າຝູງ ແຊງດັບລາຊິໂອທົດບາດເຈັບ 2 – 1


ການລຸ້ນແຊ້ມ ເຊເຣຍອາ ຍັງມີຄວາມເຂ້ມຂົ້ນ ໃນຂະນະທີ່ເອຊີມິລານພິກແຊງຊະນະ ລາຊິໂອ ຊ່ວງທົດເວລາບາດເຈັບ ກັບຄືນໄປນໍາຈ່າຝູງອີກຄັ້ງ
ເລີ່ມເກມໄດ້ພຽງ 4 ນາທີເທົ່ານັ້ນ ເປັນຝ່າຍຂອງ ລາຊິໂອ ໄດ້ປະຕູຂຶ້ນນຳຢ່າງໄວວາ ຈາກຈັງຫວະຂອງ ເຊີເກຍ ມິລິນໂຄວິກ-ຊາວິກ ໄຫລບານທາງດ້ານຂວາເຂົ້າກາງໃຫ້ກັບ ຊິໂຣ ອິໂມບິເລ ແຫຍ່ຕີນຊ້າຍສະກິດເຂົ້າໄລຍະເຜົາຜົນ. ສົ່ງໃຫ້ອິນຊີຟ້າຂາວ ຂຶ້ນນໍາ 1-0 ກ່ອນຈົບ 45 ນາທີທຳອິດ ດ້ວຍຜົນປະຕູນີ້
ເຄິ່ງເວລາທີ 2 ກາຍເປັນ ມິລານ ມາໄດ້ປະຕູໃນນາທີ 50 ຈາກຈັງຫວະທີ່ ຣາຟາເອລ ເລເອົາ ໄຫລບານຈາກທາງຊ້າຍເຂົ້າກາງໃຫ້ ໂອລິເວີຍ ຊິຣູ ໂດດເຂົ້າຊາສຈໍໆຕຸງຕາຄ່າຍ ເຮັດໃຫ້ໄລ່ຕີສະເໝີມາ 1-1
ຊ່ວງທົດເວລານາທີ 90+2 ຜີສາດແດງດຳມາໄດ້ປະຕູຂຶ້ນນຳ ຈາກຈັງຫວະທີ່ ອັນເຕ ເຣບິກ ເປີດບານມາທາງຊ້າຍເຂົ້າເຂດໂທດໄປຖືກ ຟຣານເຊສໂກ ອາເຊບບີ່ ໂຫມ່ງສະກັດເຂົ້າທາງ ຊະລາຕັນ ອິບຣາຮີໂມວິດ ໂຫມ່ງຕໍ່ໃຫ້ ຊານໂດ ໂຕນາລີ ຈັບບານແລ້ວຈີ້ມດ້ວຍຂວາບໍ່ເຫລືອ ຊ່ວຍໃຫ້ທີມຢາມແຊງຂຶ້ນນໍາ 2-1, ຫຼັງຈາກນັ້ນບໍ່ມີປະຕູເພີ່ມເຕີມ ເຮັດໃຫ້ຈົບເກມ ເອຊີ ມິລານ ຊະນະ 2-1 ເກັບ 74 ຄະແນນ ເລື່ອນຂຶ້ນຈ່າຝູງອີກຄັ້ງ ໂດຍນຳຫນ້າອັນດັບ 2 ອິນເຕີ ມິລານ 2 ຄະແນນ, ສ່ວນ ລາຊິໂອ ຢູ່ອັນດັບ 7 ມີ 56 ຄະແນນເທົ່າເດີມ