ກະຊວງການເງິນ ມອບໃບຍ້ອງຍໍຜົນງານ ປະຈໍາປີ 2020ໃຫ້ພະນັກງານ-ລັດຖະກອນ ກົມກວດກາ

ກະຊວງການເງິນ ມອບໃບຍ້ອງຍໍຜົນງານ ປະຈໍາປີ 2020ໃຫ້ພະນັກງານ-ລັດຖະກອນ ກົມກວດກາ - 2e99e818 75cf 42fc abda ac69a23499a8 - ກະຊວງການເງິນ ມອບໃບຍ້ອງຍໍຜົນງານ ປະຈໍາປີ 2020ໃຫ້ພະນັກງານ-ລັດຖະກອນ ກົມກວດກາ
ກະຊວງການເງິນ ມອບໃບຍ້ອງຍໍຜົນງານ ປະຈໍາປີ 2020ໃຫ້ພະນັກງານ-ລັດຖະກອນ ກົມກວດກາ - kitchen vibe - ກະຊວງການເງິນ ມອບໃບຍ້ອງຍໍຜົນງານ ປະຈໍາປີ 2020ໃຫ້ພະນັກງານ-ລັດຖະກອນ ກົມກວດກາ

ວັນທີ 22 ເມສາ 2022 ຜ່ານມານີ້, ກະຊວງການເງິນ ໄດ້ຈັດພິທີມອບໃບຍ້ອງຍໍຜົນງານ ປະຈຳປີ 2020 ໃຫ້ພະນັກງານ-ລັດຖະກອນກົມກວດກາ ກະຊວງການເງິນ, ໂດຍການເປັນກຽດຕາງໜ້າມອບຂອງທ່ານ ອຸບັນ ສຸພິດາ ຫົວໜ້າກົມກວດກາ ກະຊວງການເງິນ, ມີຄະນະກົມ, ຄະນະພະແນກ, ພະນັກງານວິຊາການເຂົ້າຮ່ວມ.

ໃນພິທີໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 6017/ກງ, ລົງວັນທີ 03 ທັນວາ 2021 ວ່າດ້ວຍການຍ້ອງຍໍຜົນງານ ປະຈຳປີ 2020 ໃຫ້ພະນັກງານ-ລັດຖະກອນ ກົມກວດກາ ກະຊວງການເງິນ, ຊຶ່ງລັດຖະມົນຕີກະຊວງການເງິນຍ້ອງຍໍຜົນງານດີເດັ່ນປະເພດ I ຈໍານວນ 29ທ່ານ, ຍິງ 03 ທ່ານ, ຍ້ອງຍໍຜົນງານດີຫຼາຍປະເພດ II ຈໍານວນ 17ທ່ານ, ຍິງ 06ທ່ານ, ທີ່ໄດ້ປະກອບສ່ວນສຸມສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະທີ່ຜ່ານມາເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃສ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໄດ້ຮັບຜົນສໍາເລັດຢ່າງສູງ.

ໂອກາດດັ່ງກ່າວ, ຍັງໄດ້ດໍາເນີນຊີວິດການເມືອງໜ່ວຍພັກປະຈຳເດືອນ, ພ້ອມທັງໄດ້ຜ່ານບົດສະຫຼຸບຕີລາຄາການຊີ້ນຳ-ນໍາພາວຽກງານພັກ-ພະນັກງານປະຈຳເດືອນ ແລະ ທິດທາງແຜນການໃນຕໍ່ໜ້າ, ພ້ອມທັງເຜີຍແຜ່ເຊື່ອມຊຶມກົດລະບຽບພັກ ສະໄໝທີ XI, ເຜີຍແຜ່ເຊື່ອມຊຶມບົດແນະນໍາຂອງຄະນະກວດກາສູນກາງພັກ ເລກທີ 194/ຄກສພ ນໍາອີກດ້ວຍ.

ກະຊວງການເງິນ ມອບໃບຍ້ອງຍໍຜົນງານ ປະຈໍາປີ 2020ໃຫ້ພະນັກງານ-ລັດຖະກອນ ກົມກວດກາ - 5 - ກະຊວງການເງິນ ມອບໃບຍ້ອງຍໍຜົນງານ ປະຈໍາປີ 2020ໃຫ້ພະນັກງານ-ລັດຖະກອນ ກົມກວດກາ
ກະຊວງການເງິນ ມອບໃບຍ້ອງຍໍຜົນງານ ປະຈໍາປີ 2020ໃຫ້ພະນັກງານ-ລັດຖະກອນ ກົມກວດກາ - 4 - ກະຊວງການເງິນ ມອບໃບຍ້ອງຍໍຜົນງານ ປະຈໍາປີ 2020ໃຫ້ພະນັກງານ-ລັດຖະກອນ ກົມກວດກາ
ກະຊວງການເງິນ ມອບໃບຍ້ອງຍໍຜົນງານ ປະຈໍາປີ 2020ໃຫ້ພະນັກງານ-ລັດຖະກອນ ກົມກວດກາ - 3 - ກະຊວງການເງິນ ມອບໃບຍ້ອງຍໍຜົນງານ ປະຈໍາປີ 2020ໃຫ້ພະນັກງານ-ລັດຖະກອນ ກົມກວດກາ