ແມັກໄກວ ຄອງສະຖິຕິສຸດຜົນງານຕຳ່ສຸດໃນພຣີເມຍລີກ

ສື່ອັງກິດເຜີຍສະຖິຕິວ່າ ແຮຣີ ແມັກໄກວ ກອງຫລັງຫົວຫນ້າທີມ ແມນເຊສເຕີ ຢູໄນເຕັດ ຄືນັກເຕະທີ່ຫລິ້ນພາດຈົນເຮັດໃຫ້ທີມເສຍປະຕູຖືກຍິງປະຕູຫລາຍສຸດນັບຕັ້ງແຕ່ລະດູການ 2020-21 ຈົນເຖິງປັດຈຸບັນ.
ສຳລັບ ແມັກໄກວ ຖືກວິຈານເລື່ອງຜົນງານຢ່າງຫນັກໃນລະດູການນີ້ ຫລັງນັກເຕະມັກຈະກໍ່ຄວາມຜິດພາດຢູ່ເລື້ອຍໆຈົນສົ່ງຜົນໃຫ້ ແມນເຊສເຕີ ຢູໄນເຕັດ ຫມົດຫວັງແຊ໊ມທຸກລາຍການ ໂດຍເຫລືອພຽງຄວາມຫວັງດຽວຄືການຕິດ 1 ໃນ 4 ເຊິ່ງກໍຍັງຫ່າງໄກ ເນື່ອງຈາກພວກເຂົາຕາມຫລັງອາເຊນອລ ທີມອັນດັບ 4 ເຖິງ 6 ຄະແນນ ແລະ ຍັງແຂ່ງຂັນຫລາຍກວ່າ 1 ນັດ.
ຈົນຫລ້າສຸດ ເດິ ຊັນ ສື່ຊື່ດັງຂອງອັງກິດ ອ້າງອີງສະຖິຕິຈາກ ອ໊ອບຕ້າ ວ່າ ແມັກໄກວ ຄືນັກເຕະທີ່ກໍ່ຄວາມຜິດພາດໂດຍກົງຈົນເຮັດໃຫ້ທີມຖືກຄູ່ແຂ່ງຍິງປະຕູຫລາຍທີ່ສຸດ ນັບຕັ້ງແຕ່ລະດູກ່ອນຈົນເຖິງປັດຈຸບັນ ນັ້ນກໍຄື 7 ຄັ້ງຈາກການລົງສະຫນາມ 62 ນັດ.
ຂະນະທີ່ອັນດັບ 2 ຮ່ວມ ນັ້ນກໍຄື ເນມານຢາ ມາຕິດ ກອງກາງ ແມນເຊສເຕີ ຢູໄນເຕັດ ຫມູ່ຮ່ວມສັງກັດແມັກໄກວ ດ້ວຍຈຳນວນ 6 ຄັ້ງ ຈາກການລົງສະຫນາມ 40 ນັດ ເຊັ່ນດຽວກັບ ກາບຣຽລ ມາກັສເຢສ ກອງຫລັງ ອາເຊນອລ ແລະ ລຸກ ອາຍລິງ ກອງກາງ ລີດ ຢູໄນເຕັດ ທີ່ກໍຄວາມຜິດພາດ 6 ຄັ້ງເທົ່າກັນ ຈາກການລົງສະຫາມ 53 ນັດ ແລະ 61 ນັດຕາມລຳດັບ.