3 ເດືອນຕົ້ນປີ 2022 ແຂວງເຊກອງ ເກັບລາຍຮັບອາກອນໄດ້ເກືອບ 11 ຕື້ກີບ

3 ເດືອນຕົ້ນປີ 2022, ສ່ວຍສາອາກອນ ແຂວງເຊກອງຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ 10,9 ຕື້ກີບ. ຂະນະທີ່ແຜນໝົດປີຈະໃຫ້ໄດ້ 70 ຕື້ກີບ ແລະ ຈາກນີ້ຕ້ອງເອົາຈິງເອົາຈັງທຸກໜ້າວຽກເພື່ອເກັບລາຍຮັບບັນລຸຕາມແຜນການທີ່ວາງໄວ້.
ທ່ານ ສົມບູນ ພັນຈັນ ຮອງຫົວໜ້າສ່ວຍສາອາກອນແຂວງເຊກອງກ່າວວ່າ: ປີ 2022 ໄດ້ຮັບມອບໝາຍໃຫ້ເກັບ 70 ຕື້ກີບ ແລະ 3 ເດືອນຜ່ານມາເກັບໄດ້ 10,9 ຕື້ກີບບັນລຸແຜນການປີພຽງແຕ່ກວ່າ 15,5% ເທົ່ານັ້ນໃນນີ້, ລາຍຮັບຈາກສ່ວຍສາອາກອນທາງກົງ 7 ຕື້ກວ່າກີບ, ທາງອ້ອມ 2 ຕື້ກວ່າກີບ ແລະ ຄ່າທໍານຽມ 326 ລ້ານກີບ. ແນວໃດກໍດີເພື່ອຮັບປະກັນຈັດເກັບລາຍຮັບໄກເຕາມແຜນການທີ່ວາງໄວ້, 9 ເດືອນຕໍ່ໜ້າ ຈະປະສານສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ໃຫ້ຫົວໜ່ວຍທຸລະກິດທີ່ມີເປົ້າໝາຍເຂົ້າສູ່ໃນລະບົບອາກອນມູນຄ່າເພີ່ມ, ການເກັບຄ່າທໍານຽມການນໍາໃຊ້ທີ່ດິນເຂົ້າສູ່ລະບົບທັນສະໄໝ (ຜ່ານລະບົບທະ ນາຄານ); ສົມທົບກັບກົມສ່ວຍສາອາກອນສະເໜີຂໍໂຄງການທີ່ສູນກາງຄຸ້ມຄອງທີ່ມີພູດແບ່ງປັນລາຍຮັບ 50% ແຕ່ໂຄງການຕັ້ງຢູ່ແຂວງ ຫລື ສູນກາງຮັບຊ່ວຍມາຂຶ້ນກັບແຂວງໂດຍກົງເປັນລາຍຮັບຂອງແຂວງ 100%. ພ້ອມນີ້ ກໍຕ້ອງຫັນວຽກສ່ວຍສາອາກອນເປັນທັນສະໄໝ ໂດຍນໍາໃຊ້ເຄື່ອງມືໄອທີຕ່າງໆເຂົ້າຊ່ວຍແນໃສ່ເຮັດໃຫ້ສະດວກ, ວ່ອງໄວ, ທັນສະໄໝ, ໂປ່ງໃສ ແລະ ສາມາດກວດສອບໄດ້.