ອີລອນ ມັສ ຊື້ຮຸ້ນທະວິດເຕີ 44 ຕື້ໂດລາສະຫະລັດ ກຽມຍົກລະບົບກຳຈັດສະແປມເພີ່ມຄວາມໜ້າເຊື່ອຖື

ສະຖານີໂທລະທັດຊີເອັນເອັນ ລາຍງານວ່າ: ຄະນະກຳມະການການບໍລິຫານຂອງທະວິດເຕີ ໄດ້ລະບຸຂໍ້ຕົກລົງເຫັນດີເປີດທາງໃຫ້ ອີລອນ ມັສ (Elon Musk) ມະຫາເສດຖີນັກທຸລະກິດ ຜູ້ກໍ່ຕັ້ງ ເທສລາ(tesla) ແລະ ສະເປສເອັກ(spaceX) ເຂົ້າຊື້ກິດຈະການຂອງທະວິດເຕີ ໜຶ່ງໃນສື່ສັງຄົມອອນລາຍຍອດນິຍົມດ້ວຍວົງເງິນ 44.000 ລ້ານໂດລາສະຫະລັດ ສົ່ງຜົນໃຫ້ ມັສ ກາຍເປັນເຈົ້າຂອງແພລັດຟອມທີ່ມີຜູ້ໃຊ້ຫລາຍລ້ານຄົນ ລວມທັງຜູ້ທີ່ມີຊື່ສຽງໃນທຸກວົງການ.
ລາຍງານລະບຸວ່າ: ກຳມະການບໍລິຫານຂອງທະວິດເຕີເລີ່ມເຈລະຈາຮອບໃໝ່ກັບ ມັສ ເມື່ຶອ ມັສ ສະເໜີຊື້ຫຸ້ນຂອງທະວິດເຕີໃນລາຄາຮຸ້ນລະ 54,20 ໂດລາ ຫລັງຈາກເຈລະຈາໃນອາທິດຜ່ານມາອາດຈະບໍ່ປະສົບຄວາມສຳເລັດ. ຊີໂອ ຂອງ ເທສລາ ກ່າວວ່າ: ການສະແດງຄວາມຄິດເຫັນຢ່າງເສລີຄືຮາກຖານຂອງປະຊາທິປະໄຕທີ່ເຮັດວຽກໄດ້ຈິງແທ້ ແລະ ທະວິດເຕີຄື ຊຸມຊົນແຫ່ ດີຈິຕອລເຊິ່ງເປັນພື້ນທີ່ສ່ວນຮ່ວມໃນການຖົກຖຽງປະເດັນສຳຄັນຕໍ່ອະນາຄົດຂອງມະນຸດ.
ທັງນີ້ ພາຍຫລັງເຜີຍແຜ່ລາຍງານອອກໄປ ຮຸ້ນຂອງທະວິດເຕີກໍສູງຂຶ້ນເຖິງ 6% ຂຶ້ນມາຢູ່ທີ່ 21,90 ໂດລາຕໍ່ຮຸ້ນ ເພີ່ມຂຶ້ນ 40% ຈາກລະດັບລາຄາກ່ອນທີ່ ມັສ ເວົ້າວ່າເຂົາໄດ້ຊື້ຫຸ້ນ 9% ຂອງທະວິດເຕີ ແຕ່ຍັງຕໍ່າກວ່າລາຄາສູງສຸດທີ່ຊື້ຂາຍເມື່ອປີຜ່ານມາເກືອບ 70 ໂດລາຕໍ່ຮຸ້ນ. ຂະນະດຽວກັນ ມັສ ຍັງໃຊ້ໂອ ກາດນີ້ເວົ້າເຖິງແຜນການຍົກລະດັບຄຸນນະພາບບໍລິການຂອງທະວິດເຕີໃຫ້ມີປະສິດທິພາບຫລາຍຂຶ້ນ ເຊັ່ນ: ການເພີ່ມລູກຫລິ້ນໃໝ່ໆ ສ້າງລະບົບ ແອວກໍລິທືມ (Algorithim)ແບບເປີດກວ້າງເພື່ອເພີ່ມຄວາມໜ້າເຊື່ອຖື ລວມທັງກຳຈັດສະແປມ ແລະ ອື່ນໆ. ຖະແຫລງການຂອງທະວິດເຕີລະບຸວ່າ: ມັສ ຈະໄຊ້ໜີ້ 25.500 ລ້ານໂດລາຂອງບໍລິສັດ ແລະ ເພີ່ມເງິນອີກ 21 ຕື້ໂດລາ ເພື່ອໃຫ້ມີເງິນພຽງພໍສຳລັບການໃຊ້ຈ່າຍ ຂະນະທີ່ລາຍງານຂ່າວບອກວ່າ: ຂໍ້ຕົກລົງຊື້ຂາຍນີ້ຜ່ານຄວາມເຫັນຂອງກຳມະການບໍລິຫານແລ້ວແລະຕ້ອງ ເຂົ້າສູ່ການລົງມະຕິຂອງບັນດາຜູ້ຖືຮຸ້ນລຳດັບຕໍ່ໄປ.
ສ່ວນທຳນຽບຂາວ ປະຕິເສດທີ່ຈະໃຫ້ຄວາມເຫັນເລື່ອງນີ້ແຕ່ລະບຸວ່າ:ຜ່ານມາ, ປະທານນາທິບໍດີ ໂຈ ໄບເດນ ກັງວົນຕໍ່ອິດທິພົນຂອງສື່ສັງຄົມອອນລາຍໃນການເຜີຍແຜ່ຂ່າວລວງ ຫລື ຂໍ້ມູນຜິດ ເຊິ່ງລວມເຖິງທະວິດເຕີ ແລະ ແພລັດຟອມອື່ນໆ ອີກດ້ວຍ. ຂະນະດຽວກັນ ການເຂົ້າຊື້ທະວິດເຕີຍັງສົ່ງຜົນໃຫ້ມູຸນຄ່າຂອງDogecoin ປັບເພີ່ມສູງຂຶ້ນ 24,3%. ດ້ານ ໂດນັລ ທຣໍາ ອະດີດປະທານນາທິບໍດີສະຫະລັດ ອອກມາຢືນຢັນລະຫວ່າງການໃຫ້ສຳພາດກັບໂທລະທັດຟອກນິວ ວ່າ: ຕົນບໍ່ມີຄວາມຄິດເຫັນຈະກັບໄປໃຊ້ ແລະ ເປັນສະມາຊິກຂອງທະວິດເຕີອີກ ເຖິງວ່າຈະໄດ້ຮັບອະນຸຍາດໃຫ້ກູ້ບັນຊີກັບມາກໍຕາມ ແລະ ຈະໃຊ້ Truth ຕໍ່ໄປ ສື່ສັງຄົມອອນລາຍທີ່ຕົນເລືອກມາໃຊ້ແທນທະວິດເຕີທີ່ຖືກຫ້າມຕໍ່ໄປ.