ລັດຖະມົນຕີຕ່າງປະເທດ ລັດເຊຍ ເຕືອນເຖິງສົງຄາມໂລກຄັ້ງທີ 3 ແຕ່ຢືນຢັນຍັງສະໜັບສະໜູນການເຈລະຈາສັນຕິພາບ

ແຫລ່ງຂ່າວຈາກ THE STANDARD ລາຍງານວ່າ: ວັນທີ 25 ເມສາ 2022, ທ່ານ ເຊິເກ ລາຟຣອຟ ລັດຖະ ມົນຕີກະຊວງການຕ່າງປະເທດລັດເຊຍ ອອກມາເຕືອນເຖິງຄວາມຮຸນແຮງ ແລະ ໂອກາດທີ່ຈະເກີດສົງ ຄາມໂລກຄັ້ງທີ 3 ພາຍຫລັງບັນດາປະເທດຕາເວັນຕົກຊ່ວຍຢູເຄຣນ ທາງການທະຫານ ແລະ ອາວຸດຍຸດໂທປະກອນ ແລະ ອາວຸດເຫລົ່ານີ້ຈະຕົກເປັນເປົ້າໝາຍໂຈມຕີຢ່າງຊອບທຳຂອງກອງທັບລັດເຊຍເຊິ່ງອາດເປັນຊະນວນນຳໄປສູ່ການບານປາຍ. ແນວໃດກໍດີ, ລັດເຊຍ ຍັງສະໜັບສະໜູນການເຈລະຈາສັນຕິພາບ ແລະ ຫລຸດໂອກາດທີ່ເກີດສົງຄາມນິວເຄລຍ.” ເຈດຈຳນົງທີ່ດີ ກໍມີຂີດຈຳກັດ ຖ້າສິ່ງນີ້ບໍ່ໄດ້ເກີດຂຶ້ນກັບທຸກຝ່າຍ ມັນກໍບໍ່ໄດ້ຊ່ວຍໃຫ້ຂະບວນການເຈລະຈາ ກ້າວໄປຂ້າງໜ້າ, ແຕ່ພວກເຮົາຍັງສະໜັບສະໜູນການເຈ ລະຈາກັບຄະນະຜູ້ແທນຢູເຄຣນຕໍ່ໄປ. ເຖິງວ່າພວກເຮົາຈະຮູ້ດີວ່າ: ທ່ານ ເຊເລນສະກີ ເປັນນັກສະແດງທີ່ດີຖ້າທ່ານຕັ້ງໃຈເບິ່ງ ແລະ ຟັງສິ່ງທີ່ລາວເວົ້າກໍຈະຮູ້ດີວ່າມັນເຕັມໄປດ້ວຍສິ່ງທີ່ຕ່າງຈາກຄວາມຈິງ. ຄວາມ ຮຸນແຮງຂອງສົງຄາມໂລກຄັ້ງທີ 3 ເປັນຂອງແທ້ ແລະ ທ່ານ ບໍ່ສາມາດປະເມີນຄ່າມັນຕໍ່າເກີນໄປ”.
ທ່ານ ລາຟຣອຟ ຢືນຢັນວ່າ:ລັດເຊຍ ເປັນປະເທດທີ່ມີຄວາມສ່ຽງໜ້ອຍທີ່ສຸດທີ່ຈະນຳເອົາອາວຸດນິວເຄລຍມາໃຊ້ໃນສົງຄາມພ້ອມທັງຢໍ້າເຖິງເຫດການທີ່ທ່ານ ມີຄາອິນກໍບາຊອຟ ປະທານາທິບໍດີສະຫະພາບໂຊວຽດ ແລະ ທ່ານ ໂຣນັນ ເຣແກນ ປະທານາທິບໍດີອາເມລິກາ ຕັດສິນໃຈລົງນາມໃນຖະແຫລງການຮ່ວມເມື່ອປີ 1987 ໂດຍທັງສອງປະເທດມີພາລະຮັບຜິດຊອບພິເສດຕໍ່ສັນຕິພາບໂລກລວມທັງໃຫ້ຄວາມສຳຄັນສະເໝີວ່າ: ບໍ່ມີຜູ້ໃດຊະນະຢ່າງແທ້ຈິງໃນສົງຄາມນິວເຄລຍ ດັ່ງນັ້ນສົງຄາມນິວເຄລຍ ຕ້ອງບໍ່ເກີດຂຶ້ນ ແລະ ເຊື່ອວ່າທຸກຢ່າງຈະຍຸຕິລົງໄດ້ຈາກການລົງນາມໃນຂໍ້ຕົກລົງຮ່ວມລະຫວ່າງສອງລັດຖະບານ.