ອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າແຕ່ລະຊະນິດ

ອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າແຕ່ລະຊະນິດ - 140 1404107 home appliances hd png download - ອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າແຕ່ລະຊະນິດ
ອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າແຕ່ລະຊະນິດ - kitchen vibe - ອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າແຕ່ລະຊະນິດ

ເຄື່ອງໃຊ້ໄຟຟ້າ ທີ່ຫລາຍໆເຮືອນມັກຖືເບົາໃນເລື່ອງຂອງອາຍຸການໃຊ້ງານ ເຊິ່ງແຕ່ລະຊະນິດກໍມີອາຍຸການໃຊ້ງານ ຫລື ໄລຍະເວລາການໃຊ້ງານທີ່ແຕກຕ່າງກັນອອກໄປ ໂດຍເຄື່ອງໃຊ້ໄຟຟ້າແຕ່ລະຊະນິດຈະມີອາຍຸການໃຊ້ງານທີ່ຍາວນານເທົ່າໃດນັ້ນ ມື້ນີ້ພວກເຮົາມີຄວາມຮູ້ກ່ຽວກັບເລື່ອງດັ່ງກ່າວມານຳສະເໜີບັນດາທ່ານ.
ຮູ້ຫລືບໍ່ວ່າເຄື່ອງໃຊ້ໄຟຟ້າແຕ່ລະຊະນິດມີອາຍຸການໃຊ້ງານເທົ່າໃດ ? ເຖິງວ່າບາງຢ່າງຈະບໍ່ມີການແຈ້ງອາຍຸການໃຊ້ງານ ຫລື ວັນໝົດອາຍຸ, ແຕ່ກໍບໍ່ໄດ້ໝາຍຄວາມວ່າສິ່ງເຫລົ່ານັ້ນຈະສາມາດໃຊ້ງານໄປໄດ້ຕະຫລອດ ເຊິ່ງການໃຊ້ເຄື່ອງໃຊ້ໄຟຟ້າສ່ວນຫລາຍມັກຈະໃຊ້ຕາມສະພາບຈາກສິ່ງທີ່ເຫັນ ຫລື ໄດ້ໃຊ້ງານ ແລະ ຈະປ່ຽນກໍຕໍ່ເມື່ອເປ່ເພເສຍຫາຍ ຈົນບໍ່ສາມາດໃຊ້ງານໄດ້. ແຕ່ຄວາມຈິງແລ້ວເຄື່ອງໃຊ້ໄຟຟ້າແຕ່ລະຊະນິດນັ້ນຈະມີວັນໝົດອາຍຸ ຫລື ອາຍຸການໃຊ້ງານທີ່ເໝາະສົມ ໂດຍແຕ່ລະຊະນິດກໍຈະມີຄວາມແຕກຕ່າງກັນ ເຊິ່ງໂຕເລກອາດຈະບໍ່ກົງກັບອາຍຸການໃຊ້ງານຕົວຈິງ ເພາະຂຶ້ນຢູ່ກັບການໃຊ້ງານວ່າໃຊ້ຫລາຍໜ້ອຍປານໃດ ແລະ ມີການເບິ່ງແຍງຮັກສາແນວໃດ. ທັງນີ້ ໂຕເລກວັນໝົດອາຍຸ ຫລື ການໃຊ້ງານ Infinity Design ຖືເປັນອີກໜຶ່ງການຊ່ວຍເຕືອນເພື່ອໃຫ້ມີຄວາມລະມັດລະວັງໃນການໃຊ້ງານເຄື່ອງໃຊ້ໄຟຟ້າຫລາຍຂຶ້ນ ແລະ ຄວນມີການກວດສອບສະພາບອຸປະກອນວ່າມີຄວາມສົມບູນຫລືບໍ່ ? ໃນກໍລະນີທີ່ມີການໃຊ້ງານເກີນອາຍຸ ໂດຍອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າໂດຍສະເລ່ຍແຕ່ລະຊະນິດກໍຈະມີດັ່ງນີ້ :
+ ເຄື່ອງໃຊ້ໄຟຟ້າ ແລະ ອາຍຸການໃຊ້ງານ :
ເຄື່ອງປັບອາກາດ ຫລື ແອ ມີອາຍຸການໃຊ້ງານປະມານ 10 – 11 ປີ.
ພັດລົມ ມີອາຍຸການໃຊ້ງານປະມານ 15 ປີ.
ໂທລະພາບ ມີອາຍຸການໃຊ້ງານປະມານ 12 ປີ.
ຕູ້ເຢັນ ມີອາຍຸການໃຊ້ງານປະມານ 13 ປີ.
ຕູ້ແຊ່ແຂງ ມີອາຍຸການໃຊ້ງານປະມານ 15 ປີ.
ເຄື່ອງຊັກຜ້າ ມີອາຍຸການໃຊ້ງານປະມານ 12 ປີ.
ເຄື່ອງອົບຜ້າ ມີອາຍຸການໃຊ້ງານປະມານ 13 ປີ.
ເຄື່ອງດູດຝຸ່ນ ມີອາຍຸການໃຊ້ງານປະມານ 8 ປີ.
ເຄື່ອງເຮັດນຳ້ອຸ່ນ ມີອາຍຸການໃຊ້ງານປະມານ 10 – 11 ປີ.
ເຕົາລີດ ມີອາຍຸການໃຊ້ງານປະມານ 9 ປີ.
ເຕົາອົບໄມໂຄຣເວບ ມີອາຍຸການໃຊ້ງານປະມານ 11 ປີ.
ເຕົາແກ໊ວ ຫລື ເຕົາໄຟຟ້າ ມີອາຍຸການໃຊ້ງານປະມານ 15 ປີ.
+ ການຍືດອາຍຸການໃຊ້ງານເຄື່ອງໃຊ້ໄຟຟ້າບໍ່ໃຫ້ເປ່ເພກ່ອນອາຍຸການໃຊ້ງານຕົວຈິງ :
ເຮັດຄວາມສະອາດຢູ່ສະເໝີ ຫາກເຄື່ອງໃຊ້ໄຟຟ້າຊະນິດໃດທີ່ມີກຳນົດໄລຍະເວລາການເຮັດຄວາມສະອາດ ກໍບໍ່ຄວນຖືເບົາ ເຊັ່ນ : ການເຮັດຄວາມສະອາດເຄື່ອງປັບອາກາດ ຫລື ແອ ຫາກປ່ອຍໄວ້ອາດສົ່ງຜົນຮ້າຍຕໍ່ໂຕເຄື່ອງ ແລະ ເຮັດໃຫ້ອາຍຸການໃຊ້ງານນັ້ນສັ້ນລົງ ເປັນຕົ້ນ ທັງນີ້ທ່ານສາມາດເບິ່ງວິທີການເຮັດຄວາມສະອາດເຄື່ອງໃຊ້ໄຟຟ້າຕ່າງໆເພີ່ມຕື່ມໄດ້ໃນຄູ່ມືການນຳໃຊ້.
ຫລັງຢຸດໃຊ້ງານຄວນປິດສະວິດໄຟຟ້າທຸກເທື່ອ ແລະ ບໍ່ສຽບປັກໄຟປະໄວ້.
ໝັ່ນກວດສອບປະສິດທິພາບ ລວມເຖິງຄວາມສົມບູນຂອງເຄື່ອງໃຊ້ໄຟຟ້າວ່າສາມາດເຮັດວຽກໄດ້ປົກກະຕິ ແລະ ມີຄວາມເສຍຫາຍໃນພາກສ່ວນໃດໜຶ່ງຫລືບໍ່ ເພື່ອຄວາມປອດໄພໃນການໃຊ້ງານ.
ປະຕິບັດຕາມຄຳແນະນຳໃນຄູ່ມືການນຳໃຊ້ຂອງເຄື່ອງໃຊ້ໄຟຟ້າຊະນິດນັ້ນຢ່າງເຄັ່ງຄັດ.

ອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າແຕ່ລະຊະນິດ - 4 - ອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າແຕ່ລະຊະນິດ
ອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າແຕ່ລະຊະນິດ - 3 - ອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າແຕ່ລະຊະນິດ
ອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າແຕ່ລະຊະນິດ - 5 - ອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າແຕ່ລະຊະນິດ
ອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າແຕ່ລະຊະນິດ - Visit Laos Visit SALANA BOUTIQUE HOTEL - ອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າແຕ່ລະຊະນິດ
ອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າແຕ່ລະຊະນິດ - Visit Laos Visit SALANA BOUTIQUE HOTEL - ອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າແຕ່ລະຊະນິດ