ລາວ ສະຫລອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ

ລາວ ສະຫລອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ - 279329589 1878023119068126 9057250511612997669 n - ລາວ ສະຫລອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ
ລາວ ສະຫລອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ - kitchen vibe - ລາວ ສະຫລອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ

ວັນທີ 26 ເມສາ 2022, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະເຫລີມສະຫລອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ ຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນໂດຍທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ມອນໄຊ ລາວມົວຊົງ ເລຂາຄະນະບໍລິ ຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ແລະ ພະນັກງານກ່ຽວຂ້ອງ ລວມທັງສະມາຄົມນັກທຸລະກິດໜຸ່ມ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ການສະເຫລີມສະຫລອງວັນຊັບສິນທາງປັນຍາໂລກປີນີ້ ພາຍໃຕ້ຄຳຂວັນ: “ຊັບສິນທາງປັນຍາ ແລະ ໄວໜຸ່ມ, ສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າ” ເຊິ່ງແຕ່ລະປີ ສປປ ລາວ ແລະ ບັນດາປະເທດສະມາຊິກຂອງອົງການຊັບສິນທາງປັນຍາໂລກ (WIPO) ໄດ້ພ້ອມກັນສະເຫລີມສະຫລອງວັນສໍາຄັນນີ້ແນໃສ່ເຜີຍ ແຜ່ ແລະ ສົ່ງເສີມໃຫ້ປະຊາຊົນລາວ ສ້າງຜົນງານດ້ານຊັບສິນທາງປັນຍາໃຫ້ຫລາຍຂຶ້ນ ທັງເປັນການກະ ຕຸກຊຸກຍູ້ໃຫ້ສາມາດສ້າງນະວັດຕະກຳ, ເສີມຂະຫຍາຍຫົວຄິດປະດິດສ້າງ, ຫົວຄິດປະດິດແຕ່ງດ້ານສິລະປະກໍາ ແລະ ວັນນະກໍາ, ສ້າງເອກະລັກສະເພາະສິນຄ້າ ແລະ ອອກແບບຜະລິດຕະພັນໃຫ້ໂດດເດັ່ນ,ປັບ ປຸງພັນພືດໃໝ່ໃຫ້ເໝາະສົມກັບຄວາມຕ້ອງການຂອງຜູ້ບໍລິໂພກ.

ລາວ ສະຫລອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ - Visit Laos Visit SALANA BOUTIQUE HOTEL - ລາວ ສະຫລອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ
ລາວ ສະຫລອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ - Visit Laos Visit SALANA BOUTIQUE HOTEL - ລາວ ສະຫລອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ

อาจเป็นรูปภาพของ 11 คน และ ผู้คนกำลังยืน ລາວ ສະຫລອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ - 279307736 1878023102401461 4871572530744014455 n - ລາວ ສະຫລອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ

ໃນການສະເຫລີມສະຫລອງວັນຊັບສິນທາງປັນຍາໂລກ, ໄດ້ຈັດການສໍາມະນາກ່ຽວກັບຊັບສິນທາງປັນຍາ ແລະ ການປົກປ້ອງຜົນງານການຄົ້ນຄວ້າຕ່າງໆທີ່ສະແດງໃຫ້ເຫັນ ຊັບສິນທາງປັນຍາຕິດພັນກັບໄວໜຸ່ມຄືແນວໃດ ແລະ ຜົນງານການສ້າງສັນສິ່ງໃໝ່ໆເພື່ອອະນາຄົດທີ່ດີກວ່າຂອງສັງຄົມເຮົາໂດຍສະເພາະໄວທີ່ພວມສຶກສາຮໍ່າຮຽນໃນຍຸກເສດຖະກິດດີຈີຕອນ, ເຕັກໂນໂລຊີຂໍ້ມູນຂ່າວສານ ທີ່ພັດທະນາຢ່າງທັນສະໄໝ ເຕົ້າໂຮມເປັນແຫລ່ງລວມຂອງສະຕິປັນຍາ ແລະ ຄວາມຄິດສ້າງສັນ, ມູມມອງໃໝ່, ຄວາມກະຕືລືລົ້ນໃນການຮຽນຮູ້, ກ້າທົດລອງການປະດິດສ້າງສິ່ງໃໝ່ໆເພື່ອກ້າວໄປສູ່ການສ້າງສັນນະວັດຕະກໍາໃໝ່ໆໃຫ້ຫລາຍຂຶ້ນເລື້ອຍໆໂດຍສະເພາະຢູ່ຂັ້ນມະຫາວິທະຍາໄລ, ໄວໜຸ່ມນັກສຶກສາ ແລະ ອາຈານ ໄດ້ລິເລີ່ມບາດກ້າວພື້ນຖານຂອງການສ້າງສິ່ງປະດິດ ເຊັ່ນ: ສ້າງຫຸ່ນຍົນຈຳລອງ, ໂປຣແກຣມຄອມພິວເຕີ, ເຜີຍແຜ່ຜົນການສຶກສາຄົ້ນຄວ້າດັ່ງກ່າວອອກສູ່ສັງຄົມ. ສຳລັບໄວໜຸ່ມຢູ່ໃນພາກທຸລະກິດ ກໍໄດ້ສ້າງສັນຜົນງານການອອກແບບແຟຊັນ, ສ້າງສັນສິລະປະດົນຕີ, ບົດເພງທີ່ມີຄວາມນິຍົມຊົມຊອບຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ, ການຄົ້ນຄິດສ້າງໂປຣແກຣມຄອມພິວເຕີ ແລະ ແອັບ ພລິເຄຊັນໃນໂທລະສັບມືຖື ເປັນຕົ້ນ: ແອັບບໍລິການລົດແທັກຊີອອນໄລ, ໂລກາ, ແຮນດີ ທີ່ເປັນແພຣດຟອມ ສົ່ງເສີມການສ້າງວຽກເຮັດງານທໍາໃຫ້ແກ່ຄົນລາວ, ການຄ້າຂາຍ ແລະ ບໍລິການຕ່າງໆທາງອອນລາຍ ແລະ ອື່ນໆ ເຊິ່ງອໍານວຍຄວາມສະ ດວກໃຫ້ແກ່ການດໍາລົງຊີວິດຂອງສັງຄົມໃນຍຸກປັດຈຸບັນ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງສປປ ລາວ ໂດຍລວມ.

ລາວ ສະຫລອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ - 3 - ລາວ ສະຫລອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ
ລາວ ສະຫລອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ - 4 - ລາວ ສະຫລອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ
ລາວ ສະຫລອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ - 5 - ລາວ ສະຫລອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ