ນ້ຳໄຫລ ໄຟສະຫວ່າງ ທາງດີ ຄືປັດໄຈພື້ນຖານແຫ່ງຄວາມຈະເລີນຂອງຊາດ

ນ້ຳໄຫລ ໄຟສະຫວ່າງ ທາງດີ ຄືປັດໄຈພື້ນຖານແຫ່ງຄວາມຈະເລີນຂອງຊາດ - IMG 9892 - ນ້ຳໄຫລ ໄຟສະຫວ່າງ ທາງດີ ຄືປັດໄຈພື້ນຖານແຫ່ງຄວາມຈະເລີນຂອງຊາດ
ນ້ຳໄຫລ ໄຟສະຫວ່າງ ທາງດີ ຄືປັດໄຈພື້ນຖານແຫ່ງຄວາມຈະເລີນຂອງຊາດ - kitchen vibe - ນ້ຳໄຫລ ໄຟສະຫວ່າງ ທາງດີ ຄືປັດໄຈພື້ນຖານແຫ່ງຄວາມຈະເລີນຂອງຊາດ

ມີຂ່າວຄາວແບ່ງປັນກັນສະໜັ່ນຈາກຫລາຍສື່ໃນໂຊຊຽວຢູ່ພາຍໃນປະເທດວ່າ: ທາງດ່ວນຈາກນະຄອນ ຫລວງວຽງຈັນຫາປາກເຊ ໄດ້ຫຍັບຈໍ້ມໍ່ເຂົ້າມາທຸກຂະນະແລ້ວ ພາຍຫລັງສຶກສາສຳຫລວດມາຫລາຍປີຂອງກຸ່ມບໍລິສັດດວງຈະເລີນພັດທະນາຄົບວົງຈອນ. ຈາກພາບຈຳລອງໄລຍະແຕ່ນະຄອນຫລວງວຽງຈັນ-ປາກຊັນ ໜ້າກວ້າງທາງ 23 ແມັດ, ມີ 4 ຊ່ອງທາງຈະລາຈອນ, ຊ່ອງສຸກເສີນ 1 ຊ່ອງ ອອກແບບເປັນມາດ ຕະຖານຊັ້ນໜຶ່ງຂອງອາຊຽນ ແລະ ສາກົນ, ຄວາມໄວການອອກແບບແຕ່ 80-120 ກິໂລແມັດຕໍ່ຊົ່ວໂມງ.

ສ່ວນຈຸດເລີ່ມຕົ້ນຢູ່ທາງ 450 ປີ, ເຂດທ່າບົກທ່ານາແລ້ງວຽງຈັນໂລຈິສຕິກປາກ. ເສັ້ນທາງດັ່ງກ່າວຈະກໍ່ ສ້າງຄູ່ຂະໜານໄປກັບເສັ້ນທາງເລກທີ 13 ໃຕ້ ເຊິ່ງພວມບູລະນະປັບປຸງຢູ່ແຂວງບໍລິຄຳໄຊໃນປັດຈຸບັນ. ແຫລ່ງຂ່າວຍັງບອກຕື່ມວ່າ: ຖ້າໂຄງການນີ້ສຳເລັດ ແລະ ເຊື່ອມຈອດກັນແລ້ວ ການເດີນທາງໄປປາກເຊຈາກປົກກະຕິ 8-10 ຊົ່ວໂມງຈະເຫລືອພຽງ 4-5 ຊົ່ວໂມງ. ສ່ວນບັນດາແຂວງອື່ນທີ່ເສັ້ນທາງຜ່ານເຊັ່ນ: ບໍລິຄຳໄຊຈາກ 2 ຊົ່ວໂມງ 30 ນາທີ ຈະເຫລືອພຽງ 1 ຊົ່ວໂມງ, ຄຳມ່ວນທ່າແຂກຈາກ 6 ຊົ່ວໂມງ ກໍຈະເຫລືອພຽງ 3 ຊົ່ວໂມງ, ສະຫວັນນະເຂດຈາກ 8 ຊົ່ວໂມງ ຈະເຫລືອພຽງ 4 ຊົ່ວໂມງ ແລະ ແຂວງສາລະວັນກໍຈະຫລຸດລົງເປັນເຄິ່ງເຊັ່ນກັນ.

ນ້ຳໄຫລ ໄຟສະຫວ່າງ ທາງດີ ຄືປັດໄຈພື້ນຖານແຫ່ງຄວາມຈະເລີນຂອງຊາດ - Visit Laos Visit SALANA BOUTIQUE HOTEL - ນ້ຳໄຫລ ໄຟສະຫວ່າງ ທາງດີ ຄືປັດໄຈພື້ນຖານແຫ່ງຄວາມຈະເລີນຂອງຊາດ
ນ້ຳໄຫລ ໄຟສະຫວ່າງ ທາງດີ ຄືປັດໄຈພື້ນຖານແຫ່ງຄວາມຈະເລີນຂອງຊາດ - Visit Laos Visit SALANA BOUTIQUE HOTEL - ນ້ຳໄຫລ ໄຟສະຫວ່າງ ທາງດີ ຄືປັດໄຈພື້ນຖານແຫ່ງຄວາມຈະເລີນຂອງຊາດ

ເມື່ອເຫັນຂ່າວນີ້ອອກມາ, ປະຊາຊົນລາວໃຜໆກໍພາກພູມໃຈ ໂດຍສະເພາະປະຊາຊົນແຖວພາກກາງ ແລະ ພາກໃຕ້ທີ່ມີເສັ້ນທາງດັ່ງກ່າວຜ່ານໄປ ເພາະມີຄວາມຫວັງຈະໄດ້ເດີນທາງສະດວກສະບາຍວ່ອງໄວ, ເມື່ອທຽບໃສ່ປັດຈຸບັນແລ້ວແມ່ນຫຍໍ້ເວລາເປັນເຄິ່ງໜຶ່ງ. ນອກຈາກຈະໄດ້ທຽວໄປມາສະດວກວ່ອງໄວແລ້ວ ຍັງເປັນການປະຢັດພະລັງງານ, ນ້ຳມັນ, ເວລາ ທັງປະຢັດການຫລຸ້ຍຫ້ຽນລົດນຳອີກ. ຄິດວ່າໃນອະນາຄົດຕໍ່ໜ້າ ຖ້າເສັ້ນທາງດັ່ງກ່າວເກີດຂຶ້ນຈິງແທ້ ບໍ່ໄວກໍຊ້າຈະຊ່ວຍໃຫ້ການເດີນທາງທ່ອງທ່ຽວໄປມາຂຶ້ນເໜືອລ່ອງໃຕ້ຍິ່ງຈະສະດວກສະບາຍ ທັງມີຫລາຍທາງເລືອກ, ໃຜມັກຊ້າມັກໄວກໍຕາມໃຈຂອງຜູ້ຈະໃຊ້ລົດໃຊ້ຖະໜົນ, ຂໍຢ່າງດຽວຄືໃຫ້ຮອດຈຸດທີ່ໝາຍຢ່າງປອດໄພ.

ນີ້ລະ! ເຂົາເອີ້ນວ່າມາເຖິງຍຸກນີ້ເປັນຍຸກສ້າງສາພັດທະນາໃຕ້ການນຳພາຂອງພັກ ແລະ ລັດຖະບານ ສົມກັບຕຳນານເຖົ້າແກ່ບູຮານໄດ້ກ່າວໄວ້ວ່າ: “ຍຸກມ້າປົ່ງເຂົາ ເສົາອອກດອກ, ທຽວທາງສິບຄືນຊາວຄືນຊິຫຍໍ້ເປັນຄາວມື້” ສະຫລຸບແລ້ວນັບແຕ່ປີ 2020 ເປັນຕົ້ນມາ, ປະເທດຊາດຂອງພວກເຮົາມີຜົນສຳເລັດໃນໂຄງ ການກໍ່ສ້າງເສັ້ນທາງຫລາຍເສັ້ນ ເປັນຕົ້ນເສັ້ນທາງດ່ວນຈາກນະຄອນຫລວງວຽງຈັນ-ວັງວຽງ, ເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ອັນໄດ້ສ້າງປັດໄຈໃໝ່ໃຫ້ປະເທດເຮົາທີ່ບໍ່ມີຊາຍແດນໃດຕິດກັບທະເລກາຍ ເປັນປະເທດເຊື່ອມຈອດຢ່າງເຕັມຕົວ. ປັດຈຸບັນ ເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ພວມໄດ້ຮັບຄວາມ ນິຍົມຊົມຊອບຈາກມວນຊົນເກີນຄາດໝາຍທີ່ວາງໄວ້.

ນອກຈາກບັນດາເສັ້ນທາງທີ່ກ່າວມານີ້ແລ້ວ, ສາຍອື່ນໆໃນທົ່ວປະເທດກໍພວມເລັ່ງປັບປຸງພັດທະນາ ແລະ ມີແຜນສ້າງຂຶ້ນມາໃໝ່ ເປັນຕົ້ນເສັ້ນທາງດ່ວນນະຄອນຫລວງວຽງຈັນຫາຊຳເໜືອໂດຍທຶນຊ່ວຍເຫລືອຈາກອົງການໄຈກາຍີ່ປຸ່ນ, ໂຄງການສືບຕໍ່ສ້າງທາງດ່ວນວຽງຈັນ-ຫລວງພະບາງ ແລະ ອື່ນໆອີກຫລາຍແຫ່ງໃນທົ່ວປະເທດ. ຄາດວ່າອີກ 5 ປີ ຫລື 10 ປີຕໍ່ໜ້າ ການທ່ອງທ່ຽວໄປມາຫາສູ່ກັນທຸກເຂດແຂວງຕະຫລອດການເຊື່ອມໂຍງຂົນສົ່ງສິນຄ້າໄປບັນດາປະເທດໃນອາຊຽນ ແລະ ທົ່ວໂລກຍິ່ງຈະສະດວກສະບາຍຫລາຍຂຶ້ນ. ນອກນັ້ນ ເສດຖະກິດຂອງລາວເຮົາກໍຈະເຕີບໃຫຍ່ຂະຫຍາຍຕົວຮັ່ງມີເຂັ້ມແຂງຂຶ້ນເລື້ອຍໆ.

ເຖິງເວລານັ້ນລະ ລາຄານ້ຳມັນອາດຈະຖືກລົງ, ເງິນກີບກໍຈະແຂງຄ່າ, ໝັ້ນຄົງໄປຫລາຍເຕີບ ແລະ ເມື່ອເຖິງເວ ລານັ້ນຫລາຍໂຄງການກິດຈະການສ້າງສາພັດທະນາກໍຈະສຳເລັດໄປຕາມໆກັນ ປະເທດລາວກໍຈະມີຄວາມຈະເລີນຮຸ່ງເຮືອງຕາມຕຳນານທີ່ວ່າ: “ໃຜວ່າເມືອງລາວເສົ້າເຊົາເດີ້ຢ່າຟ້າວວ່າ ມັນຊິໂປ້ບາດຫລ້າໝາກແຕງຊ້າງໜ່ວຍປາຍ”

ນ້ຳໄຫລ ໄຟສະຫວ່າງ ທາງດີ ຄືປັດໄຈພື້ນຖານແຫ່ງຄວາມຈະເລີນຂອງຊາດ - 4 - ນ້ຳໄຫລ ໄຟສະຫວ່າງ ທາງດີ ຄືປັດໄຈພື້ນຖານແຫ່ງຄວາມຈະເລີນຂອງຊາດ
ນ້ຳໄຫລ ໄຟສະຫວ່າງ ທາງດີ ຄືປັດໄຈພື້ນຖານແຫ່ງຄວາມຈະເລີນຂອງຊາດ - 5 - ນ້ຳໄຫລ ໄຟສະຫວ່າງ ທາງດີ ຄືປັດໄຈພື້ນຖານແຫ່ງຄວາມຈະເລີນຂອງຊາດ
ນ້ຳໄຫລ ໄຟສະຫວ່າງ ທາງດີ ຄືປັດໄຈພື້ນຖານແຫ່ງຄວາມຈະເລີນຂອງຊາດ - 3 - ນ້ຳໄຫລ ໄຟສະຫວ່າງ ທາງດີ ຄືປັດໄຈພື້ນຖານແຫ່ງຄວາມຈະເລີນຂອງຊາດ