ສໍາເລັດຊຸດຝຶກອົບຮົມທິດສະດີການ ເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ XII

ໃນວັນທີ 26 ເມສາ 2022, ທີ່ສະຖາບັນການເງິນ-ການບັນຊີ, ໄດ້ຈັດພິທີສໍາເລັດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ XII ປະຈໍາປີ 2022, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ ແລະ ທ່ານ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີວິທະຍາກອນ ແລະ ສໍາມະນາກອນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສຳລັບຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ 45 ວັນ ຊຸດທີ XII, ປີ 2022 ແມ່ນໄດ້ດໍາເນີນການຝຶກອົບຮົມດໍາເນີນມາແຕ່ວັນທີ 21 ກຸມພາ ຫາ ວັນທີ 26 ເມສາ 2022 ໃຊ້ເວລາຮຽນທັງໝົດ 45 ວັນລັດຖະການ ເທົ່າກັບ 320 ຊົ່ວໂມງ, ປະກອບມີ 5 ພາກວິຊາຄື: ພາກວິຊາ ປັດຊະຍາ, ພາກວິຊາພາກວິຊາເສດຖະສາດການເມືອງ, ພາກວິຊາ ລັດທິສັງຄົມນິຍົມວິທະຍາສາດ, ພາກວິຊາ ບໍລິຫານສາດ, ພາກວິຊາກໍ່ສ້າງພັກ.
ສຳລັບນັກສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ແມ່ນພະນັກງານນໍາພາຄຸ້ມຄອງຂັ້ນພະແນກ ແລະ ວິ ຊາການທີ່ເປັນສະມາຊິກພັກສົມບູນຈາກບັນດາກົມອອ້ມຂ້າງກະຊວງການເງິນທັງໝົດ 35 ສະຫາຍ, ຍິງ 10 ສະຫາຍ ໃນນັ້ນ: ຂັ້ນຫົວໜ້າພະແນກ 2 ສະຫາຍ, ຮອງຫົວໜ້າພະແນກ 23 ສະຫາຍ, ພະນັກງານວິຊາການທີ່ເປັນສະມາຊິກພັກສົມບູນ 10 ສະຫາຍ.
ທັງນີ້, ເພື່ອໃຫ້ນັກສຳມະນາກອນແຕ່ລະໄດ້ເຂົ້າໃຈກ່ຽວກັບຫຼັກມູນທິດສະດີຂອງປັດຊະຍາ, ເສດຖະສາດການ ເມືອງ, ວຽກງານການປົກຄອງ, ກົດໝາຍພື້ນຖານ ແລະ ວຽກງານກໍ່ສ້າງມີຄວາມເຂົ້າໃຈໃນແຕ່ລະຫົວຂໍ້ທີ່ນຳມາຝຶກອົບຮົມເພີ່ມຂຶ້ນຫຼາຍ, ເຂົ້າໃຈທິດສະດີ ແລະ ສົມທຽບກັບການປະຕິບັດໜ້າທີ່ຕົວຈິງ, ສາມາດນໍາເອົາບົດຮຽນໃນການຝຶກອົບຮົມໃນຄັ້ງນີ້ໄປໝູນໃຊ້ໃນວຽກງານຕົວຈິງ ໃນການຝຶກຝົນຫຼໍ່ຫຼອມຕົນເອງດ້ານຄຸນທາດການເມືອງ, ຄຸນ ສົມບັດສິນທໍາປະຕິວັດ, ແບບຜຽນການນໍາພາ-ຄຸ້ມຄອງ ແລະ ການພົວພັນປະສານງານໃນຂົງເຂດວຽກງານທີ່ຕົນຮັບຜິດ ຊອບຫຼາຍຂຶ້ນ.
ໂອກາດດັ່ງກ່າວ, ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ ໄດ້ໃຫ້ກຽດມີຄໍາເຫັນຕໍ່ຊຸດຝຶກອົບຮົມດັ່ງກ່າວ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບຊຸດຝຶກອົບຮົມ,ບັນດາຄູ-ອາຈານ ແລະ ສໍາມະນາກອນທີ່ສາມາດບັນລຸໄດ້ຜົນສໍາເລັດຕາມລະດັບຄາດໝາຍ ແລະ ຈຸດປະສົງທີ່ກໍານົດໄວ້, ຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງເພາະວ່າເປັນການສ້າງພະນັກງານ-ສະມາຊິກພັກຂັ້ນພະແນກ ແລະ ຂັ້ນວິຊາການໃຫ້ເປັນພະນັກງານສືບທອດປ່ຽນແທນໃນອະນາຄົດຂອງຂະແໜງການເງິນ ເພື່ອຮັບປະກັນລັກສະນະສືບທອດຕໍ່ເນື່ອງ ແລະ ຫັນເປັນໜຸ່ມເທື່ອລະກ້າວ.
ພາຍຫຼັງຮຽນຮູ້ຈາກທິດສະດີ ຫຼື ພຶດຕິກຳຕົວຈິງແລ້ວໃຫ້ນຳເອົາໄປໝູນໃຊ້ເຂົ້າໃນວຽກງານການພັດທະນາຂະ ແໜງການເງິນ ທີ່ສັງກັດໃນກົມກອງຂອງຕົນໃຫ້ມີຜົນສໍາເລັດ ໂດຍສະເພາະການຜັນຂະຫຍາຍແນວທາງນະໂຍບາຍຂອງກະຊວງເງິນ ໃຫ້ເປັນແຜນຍຸດທະສາດຂອງຂະແໜງການເງິນ, ໃຫ້ເປັນແຜນງານ, ໂຄງການລະອຽດເພື່ອເປັນຫົວໃຈສຳຄັນຂອງການພັດທະນາຂະແໜງການເງິນ.