ກຳປູເຈຍ ເລັ່ງໂຄງການກໍ່ສ້າງທາງດ່ວນສາຍທຳອິດ

ກຳປູເຈຍ ເລັ່ງໂຄງການກໍ່ສ້າງທາງດ່ວນສາຍທຳອິດ - 279224283 1878769182326853 530455776200827542 n - ກຳປູເຈຍ ເລັ່ງໂຄງການກໍ່ສ້າງທາງດ່ວນສາຍທຳອິດ
ກຳປູເຈຍ ເລັ່ງໂຄງການກໍ່ສ້າງທາງດ່ວນສາຍທຳອິດ - kitchen vibe - ກຳປູເຈຍ ເລັ່ງໂຄງການກໍ່ສ້າງທາງດ່ວນສາຍທຳອິດ
ສຳນັກ​ຂ່າວ​ ຊິນ​ຮວາ ໄດ້ລາຍງານຂ່າວວ່າ: ທ່ານ Sun Chanthal, ລັດຖະມົນຕີ​ ກະຊວງ​ ໂຍທາ ທິການ ​ແລະ ຂົນ​ສົ່ງ​ ກຳປູ​ເຈຍ ຖະ​ແຫລ​ງຂ່າວ​ ກ່ຽວ​ກັນ​ ໂຄງການ​ ກໍ່ສ້າງ​ ທາງ​ດ່ວນສາຍ ​ພະນົມ​ເປັນ-ສີ​ຫະ​ນຸວິລ(Phnom Penh-Sihanoukville) ດ້ວຍ​ເງິນ ​ລົງທຶນ ​ຈາກ​ຈີນ ສຳ​ເລັດ​​ແລ້ວ​ 90,95% ເສັ້ນທາງດັ່ງກ່າວມີ​ຄວາມ​ກວ້າງ 24,5​ແມັດ ​ແລະ ຄວາມຍາວ 190ກິ​ໂລ​ແມັດ.
​ເຊິ່ງເສັ້ນທາງດ່ວນສາຍນີ້ໄດ້ລົງມືເລີ່​ມກໍ່ສ້າງ​ມາ​ ແຕ່​ເດືອນ​ມີນາ​ ປີ2019 ເປັນການລົງທຶນ​ໂດຍ ບໍລິສັດChina Road and Bridge Corporation (CRBC) ​ແລະ ຈະ​ທົດ​ລອງ​ເປີດ​ໃຊ້​​​ໃນ​​ເດືອນ​ກໍ​ລະ​ກົດ ​ປີ​ 2022ນີ້, ​ໃນ​ເບື້ອງ​ຕົ້ນ ຈະ​​ເປີດ​ໃຫ້​ໃຊ້ ​ບໍລິການ​ ແບບ​ບໍ່​ເສຍ​ຄ່າ​ ເປັນ​ເວລາ 1​ເດືອນ ທຳ​ອິດ ​ຈາກ​ນັ້ນ ຈະ​ເກັບ​ຄ່າ​ ບໍລິການ 12​ໂດ​ລາ ​ສະຫະລັດ ​ຕໍ່​ຖ້ຽວ​ ໃນ​ປີ​ທຳ​ອິດ.
ຖ້າເສັ້ນທາງສາຍນີ້ສ້າງສຳເລັດແລ້ວ ສາມາດຫລຸດຜ່ອນ​ ​ໄລຍະ​ ເວລາ ​ການ​ເດີນທາງ ຈາກ 5ຊົ່ວ​ໂມງ ​ເຫລືອ​ພຽງ 2 ຊົ່ວ​ໂມງ ​ໂຄງການນີ້ເປັນ​ອີກ​ໜຶ່ງ​ ໂຄງການ ​ຮ່ວມ​ມື ລະຫວ່າງ ກຳປູ​ເຈຍ-ຈີນ ​ໃນ​ຂອບ​ເຂດ ຂໍ້​ລິ​ເລີ່​ມ ໜຶ່ງ​ແລວ ໜຶ່ງ​ເສັ້ນທາງ (BRI).
ກຳປູເຈຍ ເລັ່ງໂຄງການກໍ່ສ້າງທາງດ່ວນສາຍທຳອິດ - 4 - ກຳປູເຈຍ ເລັ່ງໂຄງການກໍ່ສ້າງທາງດ່ວນສາຍທຳອິດ
ກຳປູເຈຍ ເລັ່ງໂຄງການກໍ່ສ້າງທາງດ່ວນສາຍທຳອິດ - 3 - ກຳປູເຈຍ ເລັ່ງໂຄງການກໍ່ສ້າງທາງດ່ວນສາຍທຳອິດ
ກຳປູເຈຍ ເລັ່ງໂຄງການກໍ່ສ້າງທາງດ່ວນສາຍທຳອິດ - 5 - ກຳປູເຈຍ ເລັ່ງໂຄງການກໍ່ສ້າງທາງດ່ວນສາຍທຳອິດ