ຄຸນປະໂຫຍດຂອງນ້ຳມັນລຳເຂົ້າ

ຄຸນປະໂຫຍດຂອງນ້ຳມັນລຳເຂົ້າ - 493225 - ຄຸນປະໂຫຍດຂອງນ້ຳມັນລຳເຂົ້າ
ຄຸນປະໂຫຍດຂອງນ້ຳມັນລຳເຂົ້າ - kitchen vibe - ຄຸນປະໂຫຍດຂອງນ້ຳມັນລຳເຂົ້າ

ນ້ຳມັນລຳເຂົ້າຫຼາຍຄົນແມ່ນຮູ້ກັນດີວ່າເປັນອາຫານເສີມ. ເຊິ່ງມີປະໂຫຍດຕໍ່ສຸຂະພາບຫຼາຍຢ່າງເຊັ່ນ: ຕ້ານມະເລັງ, ບຳລຸງສະໝອງ ແລະເສັ້ນປະສາດ ປ້ອງກັນໂຣກເບົາຫວານ ແລະ ການປ້ອງກັນຄວາມດັນເລືອດສູງ ແຕ່ທ່ານຮູ້ບໍ່ວ່າ ນອກນັ້ນຍັງມີສານທີ່ສຳຄັນທີ່ຈະຊ່ວຍເຮັດໃຫ້ຂະບວນການຂອງຜິວໜັງຂອງເຮົາຫ່ຽວຊ້າລົງເຊັ່ນກັນ.

ເມັດເຂົ້າປະກອບມີ ເອັນໂດສເປີມ, ຫົວຂວ້ານຂອງເມັດເຂົ້າ ແລະ ລຳເຂົ້າ ເຊິ່ງປະກອບດ້ວຍເຫຍື່ອຫຸ້ມເມັດເຂົ້າຫຼາຍຊັ້ນ. ແມ່ນ ຊັ້ນໃນທີ່ຕິດກັບເມັດເຂົ້າ ມີສ່ວນປະກອບຂອງໂປຣຕີນ ແລະ ໄຂມັນສູງ.

ຄຸນປະໂຫຍດຂອງນ້ຳມັນລຳເຂົ້າ - Visit Laos Visit SALANA BOUTIQUE HOTEL - ຄຸນປະໂຫຍດຂອງນ້ຳມັນລຳເຂົ້າ
ຄຸນປະໂຫຍດຂອງນ້ຳມັນລຳເຂົ້າ - Visit Laos Visit SALANA BOUTIQUE HOTEL - ຄຸນປະໂຫຍດຂອງນ້ຳມັນລຳເຂົ້າ

ນ້ຳມັນລຳເຂົ້າແມ່ນ ນ້ຳມັນພືດທີ່ຜະລິດຈາກນ້ຳລຳເຂົ້າດິບ ເຊິ່ງສະກັດມາຈາກລຳເຂົ້າ ມີສານຕ້ານອະນຸມູນອິດສະລະ ແລະ ມີກົດໄຂມັນທີ່ບໍ່ອີ່ມຕົວສູງເໝາະສຳລັບຜູ້ທີ່ຕ້ອງການຫລຸດໄຂມັນທີ່ບໍ່ດີໃນຮ່າງກາຍ.

ນ້ຳມັນລຳເຂົ້າປະກອບດ້ວຍ ສານທີ່ສຳຄັນຫຼາຍຢ່າງເຊັ່ນ: ວິຕາມິນອີໃນກຸ່ມ tocopherol. Tocotri-Ethanol ແລະ Orezanol Group ແມ່ນສາມາດຕ້ານອະນຸມູນອິດສະລະໄດ້ດີກ່ວາວິຕາມິນອີໂດຍທົ່ວໄປເຖິງ 6 ເທົ່າແລະມີຄຸນປະໂຫຍດຫຼາຍຕໍ່ຜິວເຊັ່ນ:

– ຊ່ວຍໃຫ້ຜິວພັນສົດໃສ ແລະ ຊຸ່ມຊື່ນ.
– ເພີ່ມຄວາມແຂງແຮງ ແລະ ຄວາມຍືດຫຍຸ່ນຕໍ່ຜິວໜັງ
– ຫລຸດຜ່ອນຝ້າ ແລະ ຈຸດດ່າງດຳ
– ຜິວລຽບນຽນ
– ຫລຸດຜ່ອນການເກີດຮອຍ, ຕ້ານການເຖົ້າແກ່ຂອງຜິວ

ຄຸນປະໂຫຍດຂອງນ້ຳມັນລຳເຂົ້າ - 4 - ຄຸນປະໂຫຍດຂອງນ້ຳມັນລຳເຂົ້າ
ຄຸນປະໂຫຍດຂອງນ້ຳມັນລຳເຂົ້າ - 5 - ຄຸນປະໂຫຍດຂອງນ້ຳມັນລຳເຂົ້າ
ຄຸນປະໂຫຍດຂອງນ້ຳມັນລຳເຂົ້າ - 3 - ຄຸນປະໂຫຍດຂອງນ້ຳມັນລຳເຂົ້າ