ອິດສະລາແອນພົບຜູ້ຕິດເຊື້ອໂອມິຄຣອນ ສາຍພັນຍ່ອຍ BA.4 ແລະ BA.5


ອິດສະລາແອນຢືນຢັນພົບຜູ້ຕິດເຊື້ອໂອມິຄຣອນ ສາຍພັນຍ່ອຍ BA.4 ແລະ BA.5 ກຸ່ມທຳອິດຈາກຜູ້ໂດຍສານທີ່ເດີນທາງມາຈາກຕ່າງປະເທດ.
ວັນທີ 27 ເມສາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ກະຊວງສາທາລະນະສຸກອິດສະລາແອນຢືນຢັນການກວດພົບຜູ້ຕິດເຊື້ອໄວຣັສໂຄວິດ-19 ສາຍພັນໂອມິຄຣອນ ສາຍພັນຍ່ອຍໃໝ່ ຈຳນວນ 3 ຄົນ.
ກະຊວງສາທາລະນະສຸກອິດສະລາແອນລະບຸວ່າ: ຜູ້ຕິດເຊື້ອທັງສາມນີ້ ເຊິ່ງແບ່ງເປັນສອງຄົນຕິດເຊື້ອໄວຣັສສາຍພັນຍ່ອຍບີເອ.5 (BA.5) ແລະ ໜຶ່ງຄົນຕິດເຊື້ອໄວຣັສສາຍພັນຍ່ອຍບີເອ.4 (BA.4) ຖືກກວດພົບໃນກຸ່ມຜູ້ໂດຍສານທີ່ເດີນທາງເຖິງສະໜາມບິນນາໆຊາດເບນກູຣຽນ.
ທັງນີ້, ອິດສະລາແອນກວດພົບຜູ້ຕິດເຊື້ອໄວຣັສສາຍພັນຍ່ອຍບີເອ.4 ຈຳນວນ 3 ຄົນທຳອິດ ໃນກຸ່ມຜູ້ໂດຍສານທີ່ເດີນທາງເຖິງສະໜາມບິນນາໆຊາດເບນກູຣຽນໃນວັນທີ 25 ເມສາຜ່ານມາ.
ສ່ວນອົງການອະນາໄມໂລກ (WHO) ລະບຸວ່າ: ມີລາຍງານເຊື້ອໄວຣັສຊະນິດກາຍພັນ ສາຍພັນຍ່ອຍຂອງໂອມິຄຣອນທັງສອງນີ້ໃນບອດສວານາ, ອາຟຣິກາໃຕ້, ເບລຢ້ຽມ, ເດນມາກ, ເຢຍລະມັນ ແລະ ອັງກິດແລ້ວ.
ປັດຈຸບັນ ບັນດານັກວິໄຈກຳລັງກວດສອບເພີ່ມຕື່ມ ເພື່ອສ້າງຄວາມເຂົ້າໃຈລັກສະນະສຳຄັນຂອງເຊື້ອໄວຣັສສາຍພັນຍ່ອຍບີເອ.5 ແລະ ສາຍພັນຍ່ອຍບີເອ.4 ເຊັ່ນ: ຄວາມສາມາດໃນການແພ່ລະບາດ ແລະ ລະດັບຄວາມຮຸນແຮງ.
ອ້າງອີງ: