ຍົກລະດັບເກມບຸກ, ແມນຢູມີໂອກາດໄດ້ ດາວິນ ນູນເຢສ

ສື່ສະເປນ ລາຍງານວ່າ ແມນເຊສເຕີ ຢູໄນເຕັດ ຄືທີມທີ່ມີໂອກາດທີ່ຈະເຊັນສັນຍາກັບ ດາວິນ ນູນເຢສ ກອງຫນ້າຜົນງານດີຂອງ ເບນຟີກາ ມາຮ່ວມທີມໃນຕະຫລາດນັກເຕະລະດູການນີ້.
ສຳລັບ ນູນເຢສ ກາຍເປັນຫນຶ່ງໃນນັກເຕະທີ່ມີສະເຫນ່ຫລາຍທີ່ສຸດຂອງການວົງການບານເຕະ ຫລັງລາວສ້າງຜົນງານໄດ້ຢ່າງສຸດຍອດດ້ວຍການຍິງໄປແລ້ວ 33 ປະຕູຈາກການລົງສະຫນາມທຸກລາຍການໃນລະດູການນີ້.
ຈາກຜົນງານທີ່ເກີດຂຶ້ນ ເຮັດໃຫ້ດາວເຕະ ອາຍຸ 21 ປີມີຂ່າວເຊື່ອໂຍງກັບບັນດາສະໂມສອນໃຫຍ່ ເຊັ່ນ : ແມນເຊສເຕີ ຢູໄນເຕັດເຕັດ, ນິວຄາສເຊິລ ແລະ ແອດເລຕີໂກ ມາຣິດ ເປັນຕົ້ນ ໂດຍສະເພາະກັບ ແມນເຊສເຕີ ຢູໄນເຕັດ ທີ່ຕ້ອງການ ຫາກກອງຫນ້າຄົນໃຫມ່ ຫລັງ ອາດີສັນ ຄາວານີ ດາວຍິງປະສົບການຫລາຍກໍພວມທີ່ຈະອອກຈາກສັງກັດຫລັງຈົບລະດູການນີ້.
ຈົນຫລ້າສຸດ ສື່ໃນສະເປນ ໄດ້ເປີດເຜີຍວ່າ ແມນ ແມນເຊສສຢູ ຢູໄນເຕັດ ຄືທີມທີ່ມີໂອກາດຫລາຍທີ່ຈະປິດການຊື້-ຂາຍ ນູນເຢສ ມາຮ່ວມທີ ຕາມການຮຽກຮ້ອງ ເອຣິກ ເທັນ ຮາກ ຜູ້ຈັດການທີມຄົນໃຫມ່ ເນື່ອງຈາກເຂົາມັກການຫລິ້ນຂອງດາວຍິງຄົນນີ້ ແຕ່ຢ່າງໃດກໍຕາມທີມຂອງອັງກິດຈະມີການເຈລະຈາກັບ ຈອສ ເມນເດາລ ໂຕແທນສ່ວນຂອງນັກເຕະ ທີມຊາດອຸຣຸກໄວໃນອາທິດນີ້.
ທັງນີ້ຄາດວ່າ ເບນຟີກາ ຕັ້ງຄ່າຕົວຂອງ ນູນເຢສ ບໍ່ຕຳ່ກວ່າ 100-130 ລ້ານຢູໂຣ.