ເປແອສເຊ ກຽມປ່ອຍ ເນມາ ອອກຈາກທີມ ເຖິງຈະຂາດທຶນມະຫາສານກໍຕາມ
April 28, 2022 - 12:39 PM

ປາຣີສ ແຊັງ ແຊັກແມັງ ກຽມປ່ອຍຕົວ ເນມາ ກອງຫນ້າຊຸບເປີສະຕາອອກຈາກທີມໃນຕະຫລາດນັກເຕະລະດູການນີ້ ເຖິງຈະຂາດທຶນເກີນເຄິ່ງກໍຕາມ.
ສຳລັບ ເນມາ ຍ້າຍຈາກບາເຊໂລນາ ມາຢູ່ກັບ ເປແອສເຊ ເມື່ອປີ 2017 ດ້ວຍຄ່າຕົວລະດັບສະຖິຕິໂລກ 198 ລ້ານປອນ.
ໂດຍນັກເຕະອາຍຸ 30 ປີ ຍິງໄປແລ້ວ 98 ປະຕູຈາກການລົງສະຫນາມ 141 ເກມໃນທຸກລາຍການ ເຖິງປານນັ້ນລາວກໍຍັງບໍ່ສາມາດພາທີມບັນລຸເປົ້າໝາຍສູງສຸດນັ້ນກໍຄືການຄວ້າແຊ໊ມຢູຟາ ແຊ໊ມປຽນລີກ ມາຄອງໄດ້.
ຫລ້າສຸດ ສື່ໃນສະເປນລາຍງານວ່າ : ເປແອສເຊ ຈະມີການຜ່າຕັດທີມຄັ້ງໃຫຍ່ໃນລະດູການນີ້ ແລະ ສ່ວນຫນຶ່ງໃນແຜນຄືການປ່ອຍ ເນມາ ອອກຈາກທີມ.
ສື່ຊື່ດັງລະບຸວ່າ : ເປແອສເຊ ພ້ອມຂາຍຜູ້ຫລິ້ນທີມຊາດບຣາຊິລໃນລາຄາຂັ້ນຕຳ່ພຽງ 76 ລ້ານປອນ ນັ້ນຫມາຍຄວາມວ່າ ຫາກການຊື້ຂາຍເກີດຂຶ້ນແທ້ ພວກເຂົາຈະຂາດທຶນເຖງ 122 ລ້ານປອນ.