ແມ່ຕູ້ 60 ປີ ຖືກຕັດອິດສະລະພາບຕະຫລອດຊີວິດ ຖານຄວາມຜິດຄ້າຢາ ແລະ ຟອກເງິນ


ນາງ ອຸໄລວັນ ພາວິວົງກອນ ຫຼື ເພັງ ອາຍຸ 60 ປີ ຢູ່ບ້ານປາກກະດິງເໜືອ ເມືອງປາກກະດິງ ແຂວງບໍລິ ຄໍາໄຊ ເຊິ່ງເປັນໜຶ່ງໃນຄູ່ຮ່ວມຂະບວນການກ່ຽວກັບຄະດີ ທ້າວ ສີສຸກ ດາວເຮືອງ ຖືກຄະນະສານອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ ຕັດສິນລົງໂທດຕັດອິດສະລະພາບຈໍາຄຸກຕະຫຼອດຊີວິດ ໃນສະຖານ ການຄ້າຂາຍຢາເສບຕິດ ແລະ ການຟອກເງິນ.
ຕາງໜ້າອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ເປີດເຜີຍການກະທໍາຜິດຂອງ ນາງ ອຸໄລວັນ ຫຼື ເພັງ ໃນວັນທີ 3 ມີນາ 2022 ໃຫ້ຮູ້ວ່າ:
ຈໍາເລີຍໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດ (ຢາບ້າ) ມາແຕ່ປີ 2010, ຢາບ້າທີ່ນໍາມາຂາຍແມ່ນຊື້ນໍາ ທ້າວ ໜູເສີ ຢູ່ແຂວງອຸດົມໄຊ ຈໍານວນຫຼາຍຄັ້ງ ຄັ້ງລະ 10 ຫາ 200 ມັດ ແລະ ເມື່ອໄດ້ຢາບ້າແລ້ວ ກໍໄດ້ເອົາ ໄປຂາຍໃຫ້ ນາງ ຕັ້ງ ນາຂະຈັດ.
ສ່ວນການຊື້-ຂາຍແຕ່ລະຄັ້ງ ນາງ ຕັ້ງ ແມ່ນຈະໂທລະສັບສັ່ງຊື້ຢາບ້ານໍາຈໍາເລີຍ. ຈາກນັ້ນ, ຈໍາເລີຍຈຶ່ງ ໄດ້ໂທລະສັບສັ່ງຊື້ຢາບ້າ ທ້າວ ໜູເສີ ອີກເທື່ອໜຶ່ງ ເພື່ອໃຫ້ເອົາຢາບ້າມາສົ່ງໃຫ້ໂດຍນໍາໃຊ້ລົດໂຕໂຍຕ້າ ຟໍຈູນເນີ ສີດໍາ ບໍ່ຈື່ໝາຍເລກທະບຽນ ມາຮັບເອົາຈໍເລີຍຢູ່ເຮືອນ; ພໍຂັບຂີ່ລົດໄປຮອດເຂດປ່າບ້ານເລົ່າຄາ ເມືອງຫີນບູນ ແຂວງຄໍາມ່ວນ, ຈໍາເລີຍໄດ້ບອກ ທ້າວ ໜູເສີ ຂົນຢາບ້າລົງຊກເຊື່ອງໄວ້ໃນປ່າແຄມ ທາງ ແລ້ວຈຶ່ງໂທລະສັບຫາ ນາງ ຕັ້ງໃຫ້ມາເອົາຢາບ້າຢູ່ຈຸດດັ່ງກ່າວ, ພາຍຫຼັງທີ່ ນາງ ຕັ້ງ ເອົາຢາບ້າໄປຂາຍ ໝົດ ແລ້ວຈຶ່ງເອົາເງິນມາຈ່າຍໃຫ້ຈໍາເລີຍ ແລະ ຜູ້ກ່ຽວຈຶ່ງເອົາເງິນໄປຈ່າຍໃຫ້ ທ້າວ ໜູເສີ.
ບາງຄັ້ງ ຈໍາເລີຍກໍຈະເປັນຄົນໄປເອົາເງິນຄ່າຢາເສບຕິດຢູ່ເຮືອນຂອງ ນາງ ຕັ້ງ ດ້ວຍຕົນເອງ ແລະ ບາງ ຄັ້ງກໍເອົາເງິນນໍາ ທ້າວ ຄໍາມ່ວນ (ລູກນ້ອງຂອງ ນາງ ຕັ້ງ) ຈໍານວນຫຼາຍຄັ້ງ ຄັ້ງລະ 1.000.000 ບາດຫາ 2.000.000 ບາດ ໂດຍ ທ້າວ ແສງ (ຄົນໄທ) ເປັນຄົນຂັບລົດວີໂກ້ແຊ້ມ ສີດໍາ (ບໍ່ຈື່ປ້າຍທະບຽນ) ພາໄປ. ປັດຈຸບັນ, ລົດຄັນດັ່ງກ່າວໄດ້ເອົາໄປໃຊ້ຫນີ້ ທ້າວ ໜູເສີແລ້ວ; ນອກຈາກນັ້ນ, ໃນປີ 2012 ຈໍາເລີຍຍັງໄດ້ ຕິດຕໍ່ຫາ ທ້າວ ອາຢອງ (ຄົນມຽນມາ) ໃຫ້ເອົາຢາບ້າມາສົ່ງໃຫ້ ນາງ ຕັ້ງ ຈໍານວນ 3 ຄັ້ງ ໄດ້ເງິນຄ່າຕິດຕໍ່ ທັງໝົດ ຈໍານວນ 135.000 ບາດ.
ເດືອນມັງກອນ 2014, ຈໍາເລີຍໄດ້ຕິດຕໍ່ຊື້ຢາບ້ານໍາ ທ້າວ ອາປີງ ເຊິ່ນ ເຈົ້າຂອງຮ້ານຂາຍລົດມັງກອນ ຢູ່ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈໍານວນ 50 ມັດ ເທົ່າກັບ 100.000 ເມັດ ໂດຍ ແມ່ນ ທ້າວ ອາປິງ ເຊິ່ນ ເປັນຄົນເອົາຢາບ້າມາສົ່ງຢູ່ເຂດປ່າບ້ານດານຮີ ເມືອງຫີນບູນ ແຂວງຄໍາມ່ວນ ແລ້ວ ໂທລະສັບໃຫ້ ນາງ ຕັ້ງ ມາເອົາຢາບ້າຢູ່ຈຸດນັດສົ່ງດັ່ງກ່າວ ໃນລາຄາມັດລະ 83.000 ບາດ ແຕ່ໄດ້ເງິນພຽງ ຈໍານວນ 1.000.000 ບາດ ເພາະ ນາງ ຕັ້ງ ບອກວ່າເປັນຢາບ້າເກດບໍ່ດີ.
ຜ່ານມາ, ຈໍາເລີຍຍັງໄດ້ໂອນເງິນຄ່າຢາບ້າໃຫ້ ທ້າວ ອງປີງ ເຊິນ 2 ຄັ້ງ ຄື: ຄັ້ງທີ 1 ຈໍານວນ 100.000 ໂດລາສະຫະລັດ ແລະ ຄັ້ງທີ 2 ຈໍານວນ 96.130 ໂດລາສະຫະລັດ, ຕໍ່ມາປີ 2015 ຫາ 2016, ຈໍເລີຍໄດ້ໂທລະສັບສັ່ງຊື້ຢາບ້ານໍາ ທ້າວ ອ້ອຍ (ບໍ່ຮູ້ບ້ານຢູ່) ຢູ່ແຂວງອຸດົມໄຊ ຈໍານວນຫຼາຍຄັ້ງ ຄັ້ງລະ 100 ຫາ 300 ມັດ ໂດຍນັດສະຖານທີ່ຊື້-ຂາຍ ແມ່ນຢູ່ເສັ້ນທາງເຂດປ່າບ້ານເລົ່າຄາ ເມືອງຫີນບູນ ແຂວງຄໍາມ່ວນ ແລະ ເມື່ອຮອດສະຖານທີ່ນັດໝາຍແລ້ວ ຈໍາເລີຍຊຶງໂທລະສັບບອກໃຫ້ ນາງ ຕັ້ງ ມາຮັບເອົາຢາບ້າໂດຍຂາຍ ໃຫ້ ນາງ ຕັ້ງ ລາຄາມັດລະ 63.000 ຫາ 66.000 ບາດ (ຕິດຫນີ້ ພາຍຫຼັງໄດ້ຂາຍຢາບ້າໝົດແລ້ວ ຈຶ່ງ ຈ່າຍເງິນກັນຕາມພາຍຫຼັງ.
ເມື່ອໄດ້ເງິນຈາກການການຢາບ້າແລ້ວ ຈໍາເລີຍຈິ່ງເອົາເງິນໄປຈ່າຍໃຫ້ ທ້າວ ອ້ອຍ ຄັ້ງລະ 2.000.000 ຫາ 3.000.000 ບາດ, ສ່ວນສະຖານທີ່ຈ່າຍເງິນ ແມ່ນຢູ່ຕາມເສັ້ນທາງເລກ 13 ໃຕ້ ເຂດ ບ້ານປາກກະດິງເໜືອ, ສໍາລັບເງິນທີ່ ນາງ ອຸໄລວັນ ຫຼື ເພັງ (ຈໍາເລີຍ) ໄດ້ມາຈາກການຄ້າຂາຍຢາເສບຕິດ ແຕ່ລະຄັ້ງ ແມ່ນໄດ້ເອົາໄປຊື້ທີ່ດິນຢູ່ນະຄອນຫຼວງວຽງຈັນ ຈໍານວນ 4 ຕອນ ແລະ ຢູ່ແຂວງບໍລິຄໍາໄຊ ຈໍານວນ 7 ຕອນ; ພໍມາຮອດວັນທີ 11 ມີນາ 2018 ຈໍາເລີຍຈຶ່ງຖືກເຈົ້າໜ້າທີ່ຈັບຕົວ ແຕ່ບໍ່ມີຂອງກາງຢາ ເສບຕິດມາດໍາເນີນຄະດີຕາມກົດໝາຍ.
ການກະທໍາຂອງ ນາງ ອຸໄລວັນ ຫຼື ເພັງ ແມ່ນໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດ (ຢາບ້າ) ມາແຕ່ປີ 2010 ເຊິ່ງສະແດງອອກຄື: ຈໍາເລີຍ 3 ໄດ້ຕິດຕໍ່ຊື້ຢາບ້າຈາກຄົນທາງແຂວງພາກເໜືອຂອງລາວ ແລະ ຊື້ ຈາກຄົນພະມ້າຈໍານວນຫຼາຍຄັ້ງ ຄັ້ງລະ 10 ມັດ ຫາ 300 ມັດ, ແລ້ວກໍເອົາມາຂາຍຕໍ່ກິນກໍາໄລໃຫ້ແກ່ ບຸກຄົນທົ່ວໄປ ຢູ່ໃນນະຄອນຫຼວງວຽງຈັນ ແລະ ແຂວງຄໍາມ່ວນ.
ເຖິງແມ່ນວ່າໃນເວລາຈັບຕົວຈໍາເລີຍນັ້ນ ຈະບໍ່ພົບຂອງກາງຢາເສບຕິດກໍຕາມ ແຕ່ຈໍາເລີຍກໍໄດ້ໃຫ້ ການຮັບສາລະພາບແລ້ວວ່າ: ໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດເພື່ອກິນກໍາໄລແທ້, ນອກຈາກນີ້, ໃນເວລາ ເຈົ້າໜ້າທີ່ເຂົ້າມ້າງກຸ່ມເຄືອຂ່າຍ ທ້າວ ໄຊຊະນະ ແກ້ວພິມພາ ຢູ່ແຂວງຄໍາມ່ວນ ຍັງໄດ້ພົບປື້ມບັນທຶກການ ຊື້-ຂາຍຢາເສບຕິດຢູ່ເຮືອນຂອງ ນາງ ຕັ້ງ (ນ້ອງເມຍຂອງ ທ້າວ ໄຊຊະນະ ແກ້ວພິມພາ) ກໍມີລາຍຊື່ຂອງ ນາງ ອຸໄລວັນ ເປັນລູກຄ້າທີ່ມີໜີ້ຕ້ອງຮັບ ແລະ ໜີ້ຕ້ອງສົ່ງຄ່າຢາເສບຕິດຢູ່ໃນປຶ້ມຫົວດັ່ງກ່າວ.
ໃນເວລາດໍາເນີນຄະດີຕໍ່ ທ້າວ ຄໍາມ່ວນ ນ້ອຍອານົນ (ລູກນ້ອງຂອງ ນາງ ຕັ້ງ) ກໍໄດ້ໃຫ້ການຊັກທອດ ວ່າ: ທີ່ຜ່ານມາ ແມ່ນເຄີຍເອົາເງິນຄ່າຢາບ້າຈາກ ນາງ ຕັ້ງ ນາຂະຈັດ ໄປມອບໃຫ້ຈໍາເລີຍປະມານ 7 ຫາ 8 ຄັ້ງ ຄັ້ງລະ 1.000.000 ບາດ ຫາ 2.000.000 ບາດ. ຫຼັງຈາກໄດ້ເງິນຈາກການຄ້າຂາຍຢາເສບຕິດແລ້ວ ຈໍາເລີຍກໍນໍາເງິນໄປປ່ຽນຮູບ ໂດຍການນໍາໄປຊື້ທີ່ດິນຈໍານວນຫຼາຍຕອນເພື່ອປູກຢາງພາລາ, ນອກຈາກນີ້, ຍັງໄດ້ເປີດບັນຊີເງິນຝາກຢູ່ທະນາຄານຈໍານວນຫຼາຍບັນຊີ ແລະ ຫຼາຍສະກຸນເງິນ ເພື່ອເອົາເງິນທີ່ໄດ້ມາຈາກ ການຄ້າຂາຍຢາເສບຕິດເຂົ້າໃສ່ບັນຊີໄວ້ ແລະ ເພື່ອໃຫ້ບຸກຄົນທີ່ຄ້າຢາເສບຕິດໂອນເງິນຄ່າຢາເສບຕິດເຂົ້າ ບັນຊີ້ໃຫ້ຈໍາເລີຍ ເພື່ອປົກປິດເຊື່ອງອໍາທີ່ມາຂອງເງິນ ໂດຍເຮັດໃຫ້ເງິນທີ່ໄດ້ມາຈາກການກະທໍາຜິດນັ້ນ ຖືກຕ້ອງຕາມກົດໝາຍ.
ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ ຈຶ່ງໄດ້. ພິຈາລະນາຕັດສິນລົງໂທດການກະທໍາຜິດຂອງຈໍາເລີຍ ຕາມມາດຕາ 2 ຂໍ້ 2 ວັກ 4 ຂອງກົດໝາຍວ່າດ້ວຍ ການປັບປຸງ ມາດຕາ 146 ຂອງກົດໝາຍອາຍາ ສະບັບປີ 2005 ແລະ ມາດຕາ 75, 76 ຂອງກົດໝາຍວ່າ ດ້ວຍຢາເສບຕິດ ສະບັບປີ 2013, ມາດຕາ 64 ວັກ 2 ຂອງກົດໝາຍອາຍາ ສະບັບປີ 2005 ຄື: ລົງໂທດ ຕັດອິດສະລະພາບ ນາງ ອຸໄລວັນ ພາວິວົງກອນ ຫຼື ເພັງ ໃນຂໍ້ຫາການຟອກເງິນ 5 ປີ ແລະ ປັບໃໝ 3% ຂອງມູນຄ່າເງິນທີ່ຟອກ, ລົງໂທດປະຫານຊີວິດຈໍາເລີຍ ໃນຂໍ້ຫາການຄ້າຂາຍຢາເສບຕິດ (ຢາບ້າ).
ໃນນັ້ນ, ລວມໂທດທັງໝົດແລ້ວ ເຫັນວ່າ ໂທດປະຫານຊີວິດແມ່ນໂທດສູງສຸດ ຈຶ່ງເຫັນຄວນໃຫ້ ນາງ ອຸໄລວັນ ພາວິວົງກອນ ຫຼື ເພັງ ປະຕິບັດໂທດປະຫານຊີວິດ ແຕ່ເຫັນວ່າໃນເວລາດໍາເນີນຄະດີ ຈໍາເລີຍແມ່ນ ມີອາຍຸເກີນກວ່າ 60 ປີ ຈຶ່ງເປັນສາເຫດທີ່ພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບໂທດທາງອາຍາ ຕາມ ມາດຕາ 64 ຂໍ້ 1 ແລະ ເຫັນຄວນວາງໂທດໃສ່ຈໍເລີຍ ຕາມມາດຕາ 51 ວັກ 3 ຂອງປະມວນກົດໝາຍ ອາຍາ ທີ່ໄດ້ກໍານົດໄວ້ວ່າ: ຫ້າມລົງໂທດປະຫານຊີວິດ ໃສ່ຜູ້ກະທໍາຜິດທີ່ມີອາຍຸຕ່ໍາກວ່າສິບແປດປີ, ຜູ້ຍິງຖື ພາ, ແມ່ທີ່ລ້ຽງລູກນ້ອຍອາຍຸແຕ່ສາມປີລົງມາ, ຜູ້ທີ່ມີອາຍຸແຕ່ 60 ປີຂຶ້ນໄປ ແລະ ຜູ້ພິການທາງສະໝອງ ໃນເວລາກະທໍາຜິດ ຫຼື ໃນເວລາຕັດສິນ ຫຼື ໃນເວລາປະຕິບັດໂທດ ໂດຍໃຫ້ລົງໂທດຕັດອິດສະລະພາບຕະຫຼອດຊີວິດ. ສະນັ້ນ, ຈຶ່ງເຫັນຄວນໃຫ້ ນາງ ອຸໄລວັນ ພາວິວົງກອນ ຫຼື ເພັງ ປະຕິບັດໂທດຕັດອິດສະລະພາບຕິດຄຸກຕະຫຼອດຊີວິດ.
ສ່ວນທີ່ດິນ ແລະ ຊັບສິນທີ່ມີສ່ວນກ່ຽວຂ້ອງກັບຄະດີດັ່ງກ່າວຂອງຈໍາເລີຍ ສານຍັງຕັດສິນຮັບເຂົ້າເປັນ ຂອງລັດ ຄື: ຮັບທີ່ດິນ ຈໍານວນ 6 ຕອນ, ຮິບເງິນບາດ ຈໍານວນ 745.480 ບາດ, ເງິນໂດລາ 200 ໂດລາ ສະຫະລັດ, ເງິນກີບ 1.145.000 ກີບ, ໂທລະສັບ 2 ເຄື່ອງ, ສາຍແອວສີເຫຼືອງຄ້າຍຄືທອງ 1 ເສັ້ນ ແລະ ກີ້ ພະສີເຫຼືອງຄ້າຍຄືຄໍາ 1 ອົງ.
ນອກນັ້ນ, ຍັງໄດ້ຮິບຊັບສິນຂອງ ທ້າວ ເອລາວັນ ແລະ ນາງ ສົ້ນ (ລູກຊາຍ ແລະ ລູກໃພ້) ຂອງຈໍາເລີຍ ຄື: ຮິບທີ່ດິນ 5 ຕອນ ແລະ ວັດຖຸສິ່ງຂອງ, ເງິນ ແລະ ຄໍາຮູບປະພັນ ປະເພດສາຍຄໍສີເຫຼືອງຄ້າຍຄືຄໍາ ລາຍ ດູກງ 1 ເສັ້ນ ຍາວ 50 ຊັງຕີແມັດ, ສາຍຄໍສີເຫຼືອງຄ້າຍຄືຄໍາ ລາຍຕ້ອງໂສ້ 1 ເສັ້ນ ຍາວ 47 ຊັງຕີແມັດ, ພວງກະແຈສີທອງ 1 ພວງ, ແຜ່ນທອງ ຈໍານວນ 6 ແຜ່ນ, ຫຼອດຄາຖາສີທອງແດງ ຈໍານວນ 27 ຫຼອດ, ຫຼອດຄາຖາສີຂາວ ຈໍານວນ 9 ຫຼອດ, ສາຍຄໍສີຂາວຄ້າຍຄືເລດ ລາຍລູກຕຸ້ມ 1 ເສັ້ນ ຍາວ 50 ຊັງຕີແມັດ, ເຂັ້ມຂັດສີຂາວຄ້າຍຄືເລດຝັງແກ້ວສີຂາວ 1 ອັນ, ສາຍແຂນສີຂາວຄ້າຍຄືເລດ 1 ເສັ້ນຍາວ 20 ຊັງຕີແມັດ, ຕຸ້ມຫູສີຂາວຝັງແກ້ວສີຂາວ 1 ຄູ່, ຕຸ້ມຫູສີຂາວຄ້າຍຄືເລດຍ່ອຍລູກຕຸ້ມ 1 ກິ່ງ, ສາຍຄໍສີຂາວມີລູກຕຸ້ມຄ້າຍ ຄືເລດ 1 ເສັ້ນ ຍາວ 44 ຊັງຕີແມັດ, ກີ້ພຣະສີທອງເຫຼືອງ ຈໍານວນ 2 ອົງ, ກີ້ພຣະສີຂາວ 1 ອົງ ພ້ອມຄາຖາ ສີທອງ ຈໍານວນ 4 ອັນ, ສາຍແຂນລູກປັດໄມ້ 1 ເສັ້ນ, ຕຸ້ມຫູສີເຫຼືອງຄ້າຍຄືຄໍາຝັງແກ້ວສີແດງ 1 ຄູ່ ແລະ ເງິນກີບ 300.000 ກີບ ເຂົ້າເປັນຂອງລັດ.
ຂ່າວ: ໜັງສືພິມຄວາມສະຫງົບ