ມາເລເຊຍຍົກເລີກໃສ່ຜ້າປິດປາກ ເປີດປະເທດເຕັມຮູບແບບ

ມາເລເຊຍຍົກເລີກໃສ່ຜ້າປິດປາກ ເປີດປະເທດເຕັມຮູບແບບ - dFQROr7oWzulq5Fa4L9WEQHhJeO7TZjRXYNoHh4REFu53OPmSXzX03t1Pbanvh8Le0z - ມາເລເຊຍຍົກເລີກໃສ່ຜ້າປິດປາກ ເປີດປະເທດເຕັມຮູບແບບ
ມາເລເຊຍຍົກເລີກໃສ່ຜ້າປິດປາກ ເປີດປະເທດເຕັມຮູບແບບ - kitchen vibe - ມາເລເຊຍຍົກເລີກໃສ່ຜ້າປິດປາກ ເປີດປະເທດເຕັມຮູບແບບ

ມາເລເຊຍຍົກເລີກບັງຄັບໃສ່ຜ້າປິດປາກນອກອາຄານ, ນັກເດີນທາງທີ່ສັກວັກຊີນຄົບບໍ່ຕ້ອງສະແດງຜົນກວດໂຄວິດ, ຈຳນວນຜູ້ຕິດເຊື້ອແຕ່ລະວັນໃນປະເທດເຫລືອຫລັກພັນ.

ວັນທີ 28 ເມສາ 2022, ສຳນັກຂ່າວແຊນແນລນິວເອເຊຍ ລາຍງານວ່າ: ມາເລເຊຍໄດ້ຍົກເລີກມາດຕະການປ້ອງກັນພະຍາດໂຄວິດ-19 ສ່ວນຫລາຍ ເລີ່ມວັນທີ 1 ພຶດສະພາ 2022 ໂດຍຈະຍົກເລີກການບັງຄັບໃສ່ຜ້າປິດປາກນອກອາຄານ, ການກວດພະຍາດນັກເດີນທາງທີ່ສັກວັກຊີນຄົບໂດສ ແລະ ບໍ່ຈຳເປັນຕ້ອງມີປະກັນໄພການເດີນທາງ ເພື່ອຈະເດີນທາງເຂົ້າມາເລເຊຍ, ແຕ່ປະຊາຊົນຍັງຕ້ອງໃສ່ຜ້າປິດປາກຖ້າຢູ່ໃນອາຄານເຊັ່ນ: ຮ້ານສັບພະສິນຄ້າ ແລະ ລະບົບຂົນສົ່ງສາທາລະນະ ແລະ ຍັງແນະນຳໃຫ້ໃສ່ຜ້າປິດປາກຖ້າຢູ່ໃນພື້ນທີ່ແອອັດ.

ມາເລເຊຍຍົກເລີກໃສ່ຜ້າປິດປາກ ເປີດປະເທດເຕັມຮູບແບບ - Visit Laos Visit SALANA BOUTIQUE HOTEL - ມາເລເຊຍຍົກເລີກໃສ່ຜ້າປິດປາກ ເປີດປະເທດເຕັມຮູບແບບ
ມາເລເຊຍຍົກເລີກໃສ່ຜ້າປິດປາກ ເປີດປະເທດເຕັມຮູບແບບ - Visit Laos Visit SALANA BOUTIQUE HOTEL - ມາເລເຊຍຍົກເລີກໃສ່ຜ້າປິດປາກ ເປີດປະເທດເຕັມຮູບແບບ

ທ່ານ ໄຄຣີ ຈາມາລຸດດິນ ລັດຖະມົນຕີສາທາລະນະສຸກຂອງມາເລເຊຍ ປະກາດວ່າ: ຈະຍົກເລີກການກວດພະຍາດໂຄວິດ-19 ທັງກ່ອນ ແລະ ຫລັງການເດີນທາງເຂົ້າມາເລເຊຍຂອງນັກເດີນທາງທີ່ສັກວັກຊີນຄົບໂດສ, ຜູ້ທີ່ເຊົາຈາກພະຍາດໂຄວິດ 6 ເຖິງ 60 ວັນກ່ອນເດີນທາງ ແລະ ເດັກອາຍຸຕໍ່າກວ່າ 12 ປີ. ສ່ວນຜູ້ທີ່ຍັງສັກວັກຊີນບໍ່ຄົບໂດສຈະຍັງຕ້ອງສະແດງຜົນກວດພະຍາດໂຄວິດ-19 ແລະ ເຂົ້າສູ່ຂະບວນການກັກຕົວເປັນເວລາ 5 ວັນ. ນອກຈາກນີ້ ຍັງໄດ້ຍົກເລີກການໃຊ້ແອັບພລິເຄຊັນຕິດຕາມຕົວເພື່ອເຊັກອິນເຂົ້າສະຖານທີ່ຕ່າງໆ ມີພຽງຜູ້ຕິດພະຍາດໂຄວິດ-19 ເທົ່ານັ້ນທີ່ຈະຕ້ອງສັງເກດອາການຢູ່ເຮືອນ ແລະ ບໍ່ອະນຸຍາດໃຫ້ເດີນທາງເຂົ້າສະຖານທີ່.

ມາເລເຊຍໄດ້ເລີ່ມເປີດປະເທດຢ່າງເຕັມຮູບແບບເມື່ອວັນທີ 1 ເມສາ 2022 ຫລັງຈາກຕ້ອງປິດຊາຍແດນເພື່ອສະກັດພະຍາດໂຄວິດ-19 ເປັນເວລາ 2 ປີ, ສ່ວນສະຖານະການການແພ່ລະບາດໃນປະເທດຕົວເລກຜູ້ຕິດເຊື້ອໂດຍລວມເລີ່ມຫລຸດລົງເລື້ອຍໆຢູ່ປະມານ 3.000 ຄົນຕໍ່ວັນ.

ອ້າງອີງ: CNA

ມາເລເຊຍຍົກເລີກໃສ່ຜ້າປິດປາກ ເປີດປະເທດເຕັມຮູບແບບ - 5 - ມາເລເຊຍຍົກເລີກໃສ່ຜ້າປິດປາກ ເປີດປະເທດເຕັມຮູບແບບ
ມາເລເຊຍຍົກເລີກໃສ່ຜ້າປິດປາກ ເປີດປະເທດເຕັມຮູບແບບ - 3 - ມາເລເຊຍຍົກເລີກໃສ່ຜ້າປິດປາກ ເປີດປະເທດເຕັມຮູບແບບ
ມາເລເຊຍຍົກເລີກໃສ່ຜ້າປິດປາກ ເປີດປະເທດເຕັມຮູບແບບ - 4 - ມາເລເຊຍຍົກເລີກໃສ່ຜ້າປິດປາກ ເປີດປະເທດເຕັມຮູບແບບ