ລາຍງານຂອງສະຫະປະຊາຊາດເຕືອນ ໃນອະນາຄົດພວກເຮົາຈະພົບ “ໄພພິບັດ” ເພີ່ມຂຶ້ນ ໂດຍມີສາເຫດມາຈາກ “ຝີມືມະນຸດ”

ຈາກລາຍງານຫລ້າສຸດຂອງສະຫະປະຊາຊາດໄດ້ອອກມາເປີດເຜີຍວ່າ: “ໄພພິບັດ” ກຳລັງຈະກາຍເປັນເລື່ອງທຳມະດາທີ່ພົບເຫັນໄດ້ເພີ່ມຂຶ້ນ ເຊິ່ງນີ້ບໍ່ແມ່ນເລື່ອງດີແນ່ນອນ ບໍ່ພຽງເທົ່ານັ້ນ “ມະນຸດ” ຍັງມີສ່ວນຮັບຜິດຊອບຕໍ່ໄພພິບັດທີ່ເພີ່ມຂຶ້ນນຳອີກ ເພາະພວກເຮົາເປັນສາເຫດຂອງສິ່ງທີ່ກຳລັງຈະເກີດຂຶ້ນ.
ຢ້ອນກັບໄປປີ 1970-2000 ໂລກເກີດໄພພິບັດສະເລ່ຍລະຫວ່າງ 90-100 ຄັ້ງຕໍ່ປີຕາມລາຍງານໄພພິບັດຂອງສຳນັກງານສະຫະປະຊາຊາດສຳລັບການຫລຸດຄວາມສ່ຽງຈາກໄພພິບັດ (UNDRR) ແລະ ເພີ່ມຂຶ້ນຫລາຍລະຫວ່າງປີ 2001-2020 ໂດຍມີສູງເຖິງ 350-500 ຄັ້ງຕໍ່ປີ.
ໄພພິບັດດັ່ງກ່າວເກີດຈາກອັນຕະລາຍຕ່າງໆເຊັ່ນ: ແຜ່ນດິນໄຫວ, ສຶນາມິ, ພູເຂົາໄຟ, ລະເບີດ, ອາກາດໜາວຫລາຍ-ຮ້ອນຫລາຍ, ພະຍາດລະບາດ ແລະ ອື່ນໆ. ຂະນະທີ່ ສະຫະປະຊາຊາດບໍ່ລວມສິ່ງທີ່ຖືເປັນໄພພິບັດ “ຂະໜາດນ້ອຍ” ເຊິ່ງສົ່ງຜົນກະທົບຕໍ່ທ້ອງຖິ່ນເທົ່ານັ້ນ.
ລາຍງານນີ້ຊີ້ໃຫ້ເຫັນວ່າ: ກິດຈະກຳຂອງມະນຸດກໍ່ໃຫ້ເກີດໄພພິບັດເຫລົ່ານີ້ ອັນຕະລາຍຈາກແຜ່ນດິນໄຫວ ຫລື ນ້ຳຖ້ວມຈະກາຍເປັນໄພພິບັດກໍຕໍ່ເມື່ອເກີດອັນຕະລາຍຕໍ່ມະນຸດ ໜ້າເສຍດາຍທີ່ປະຊາກອນຍັງເພີ່ມຂຶ້ນໃນຫລາຍພື້ນທີ່ ເຊິ່ງຕົກຢູ່ໃນອັນຕະລາຍ ເຊັ່ນແຄມຝັ່ງທີ່ສ່ຽງຕໍ່ພາຍຸຫລາຍກວ່າ.
ການປ່ຽນແປງສະພາບອາກາດທີ່ຂັບເຄື່ອນໂດຍມະນຸດ ເຮັດໃຫ້ການລົງໂທດຂອງທຳມະຊາດມີພະລັງຫລາຍຂຶ້ນ ອຸນຫະພູມໂລກທີ່ຮ້ອນຂຶ້ນສົ່ງຜົນໃຫ້ຄື້ນຄວາມຮ້ອນ ແລະ ໄຟໄໝ້ປ່າຮຸນແຮງຂຶ້ນ.
ຖ້າປາສະຈາກການປ່ຽນແປງຂອງມະນຸດ ປີ 2030 ສະຖານະການອາດຮ້າຍແຮງກວ່າເກົ່າ ໄພພິບັດອຸນຫະພູມສຸດຂົ້ວອາດເພີ່ມຂຶ້ນຫລາຍກວ່າເກົ່າ 3 ເທົ່າເມື່ອທຽບໃສ່ປີ 2001 ໂດຍຈາກລາຍງານຂອງສະຫະປະຊາຊາດຄາດວ່າຈຳນວນໄພພິບັດຈະເພີ່ມຂຶ້ນເປັນປະມານ 560 ຄັ້ງຕໍ່ປີ ຫລື ປະມານ 1,5 ຄັ້ງຕໍ່ວັນ.
ລາຍງານລະບຸວ່າ: ເງິນທຶນຈຳນວນໜ້ອຍເພື່ອປ້ອງກັນໄພພິບັດນັ້ນເນັ້ນໃສ່ການຫລຸດຄວາມສ່ຽງລ່ວງໜ້າ, ການຈັດຫາເງິນທຶນເພື່ອປ້ອງກັນ ແລະ ກຽມພ້ອມສຳລັບໄພພິບັດນັ້ນມີມູນຄ່າ 5,5 ພັນລ້ານໂດລາສະຫະລັດ ລະຫວ່າງປີ 2010-2019. ຂະນະທີ່ເງິນທຶນການຟື້ນນັ້ນມີ 7,7 ພັນລ້ານໂດລາ.
ຕົວເລກເຫລົ່ານີ້ຕໍ່າຫລາຍເມື່ອທຽບໃສ່ເງິນທຶນທີ່ໄຫລເຂົ້າກອງທຶນການຕອບສະໜອງຕໍ່ໄພພິບັດສຸກເສີນທີ່ໄດ້ເກືອບ 1,2 ແສນລ້ານໂດລາ ໃນໄລຍະເວລາດຽວກັນ.
“ໂລກຈຳເປັນຕ້ອງເຮັດໃຫ້ດີກວ່ານີ້ ເພື່ອຄຳນຶງເຖິງຄວາມສ່ຽງໄພພິບັດຈາກການໃຊ້ຊີວິດ, ການສ້າງ ແລະ ການລົງທຶນ ເຊິ່ງກຳລັງນຳພາມະນຸດໄປສູ່ກຽວຄື້ນແຫ່ງການທຳລາຍຕົນເອງ” ອາມີນາ ເຈ. ໂມຮຳເໝັດ ຮອງເລຂາທິການແຫ່ງສະຫະປະຊາຊາດ ກ່າວ.
ອ້າງອີງ:
https://www.theverge.com/2022/4/26/23042624/future-disaster-risk-united-nations-report