ວັກຊີນຕ້ານໂອມິຄຣອນຂອງຈີນ ຈະທົດລອງທາງຄລີນິກສຳເລັດໃນ 3-4 ເດືອນ

ຜູ້ພັດທະນາວັກຊີນປ້ອງກັນພະຍາດໂຄວິດ-19 ສາຍພັນໂອມິຄຣອນຂອງຈີນເດີນໜ້າໃກ້ຄວາມຈິງ ໂດຍລະບຸວ່າ: ການທົດລອງທາງຄລີນິກຂອງວັກຊີນດັ່ງກ່າວອາດຈະສຳເລັດພາຍໃນ 3-4 ເດືອນ ກ່ອນນຳໄປໃຊ້ຕົວຈິງຕໍ່ໄປ.
ທ່ານ ຈາງວິນເທົາ ຫົວໜ້ານັກວິທະຍາສາດ ແລະ ຮອງປະທານບໍລິສັດ ໄຊນ່າ ເນຊັນແນລ ໄບໂອເທັກ ກຣຸບ (CNBG) ໃນເຄືອຊິໂນຟາມ ຖະແຫລງຂ່າວທາງອອນລາຍລະບຸວ່າ: ຜົນວິໄຈທາງຄລີນິກກ່ອນທົດລອງໃນມະນຸດ ພົບວ່າວັກຊີນຊະນິດຫລ້າສຸດນີ້ມີຄວາມສາມາດລົບລ້າງລິດເຊື້ອໄວຣັສໂຄໂຣນາ ສາຍພັນໂອມິຄຣອນ ໄດ້ດີ.
ຂະນະທີ່ ຜົນການທົດລອງໃນສັດຊີ້ວ່າ: ວັກຊີນຊະນິດນີ້ປ້ອງກັນການຕິດເຊື້ອໄວຣັສໂຄໂຣນາ ສາຍພັນໂອມິຄຣອນ ໄດ້ບາງສ່ວນ ເຊິ່ງປະສິດທິພາບໃນການປ້ອງກັນດັ່ງກ່າວຕ້ອງມີການເກັບຂໍ້ມູນເພີ່ມຕື່ມໃນການທົດລອງທາງຄລີນິກ ເຊິ່ງເປັນຂັ້ນຕອນທີ່ຫາກໍໄດ້ຮັບອະນຸມັດຈາກສຳນັກບໍລິຫານການຢາແຫ່ງຊາດຈີນ ໃນວັນທີ 26 ເມສາຜ່ານມາ.
ລາຍງານລະບຸວ່າ: ການທົດລອງທາງຄລີນິກຈະໃຊ້ວິທີການສຶກສາແບບສຸ່ມ ໂດຍບໍ່ເປີດເຜີຍຂໍ້ມູນ ແລະ ແບບຕິດຕາມຜົນ ໃນຜູ້ມີອາຍຸ 18 ປີຂຶ້ນໄປ ທີ່ສັກວັກຊີນປ້ອງກັນພະຍາດໂຄວິດ-19 ແລ້ວ 2-3 ໂດສ ເພື່ອປະເມີນຄວາມປອດໄພ ແລະ ຄວາມສາມາດກະຕຸ້ນພູມຕ້ານທານຂອງວັກຊີນຊະນິດເຊື້ອຕາຍຊະນິດນີ້.
ທ່ານ ຢາງຮຸ່ຍຊວນ ຫົວໜ້ານັກວິທະຍາສາດ ແລະ ຮອງປະທານບໍລິສັດໄຊນ່າ ເນຊັນແນລ ໄບໂອເທັກ ກຣຸບ (CNBG) ໃນເຄືອຊິໂນຟາມ ລະບຸວ່າ: ທາງບໍລິສັດໄດ້ກຽມຄວາມພ້ອມທັງດ້ານກຳລັງການຜະລິດ ແລະ ເຄື່ອງມືຫລັກຕ່າງໆ ເພື່ອຜະລິດວັກຊີນປ້ອງກັນໂຄວິດໂອມິຄຣອນທັນທີ ຫລັງການພັດທະນາວັກຊີນຊະນິດໃໝ່ນີ້ສຳເລັດ.