3 ສິ່ງທີ່ອາດເກີດຂຶ້ນຫລັງ ຄລອບ ຕໍ່ສັນຍາກັບລີເວີພູລ

3 ສິ່ງທີ່ອາດເກີດຂຶ້ນຫລັງ ຄລອບ ຕໍ່ສັນຍາກັບລີເວີພູລ - dFQROr7oWzulq5Fa4Mu5VuSgphHtx6V5vKowCkjG8LH2Ld2aBiJAL1VmdGcil7TPXSJ - 3 ສິ່ງທີ່ອາດເກີດຂຶ້ນຫລັງ ຄລອບ ຕໍ່ສັນຍາກັບລີເວີພູລ
3 ສິ່ງທີ່ອາດເກີດຂຶ້ນຫລັງ ຄລອບ ຕໍ່ສັນຍາກັບລີເວີພູລ - kitchen vibe - 3 ສິ່ງທີ່ອາດເກີດຂຶ້ນຫລັງ ຄລອບ ຕໍ່ສັນຍາກັບລີເວີພູລ

3 ສິ່ງທີ່ອາດເກີດຂຶ້ນຫລັງ ຄລອບ ຕໍ່ສັນຍາກັບລີເວີພູລ - dFQROr7oWzulq5Fa4Mu5VuSgphHtx6V5vKowCkjG8LH2Ld2aBiJAL1VmdGcil7TPXSJ - 3 ສິ່ງທີ່ອາດເກີດຂຶ້ນຫລັງ ຄລອບ ຕໍ່ສັນຍາກັບລີເວີພູລ

ຄວາມເຄື່ອນໄຫວຫລັງຈາກທີ່ ລີເວີພູລ ສະໂມສອນໃຫຍ່ແຫ່ງພຣີເມຍລີກອັງກິດ ປະກາດຂ່າວດີວ່າ ເຈີເກັນ ຄລອບ ຜູ້ຈັດການທີມຊາວເຢຍລະມັນຕັດສິນໃຈຕໍ່ສັນຍາເກົ່າທີ່ຈະຫມົດລົງໃນປີ 2024 ໄປຈົນເຖິງປີ 2026 ເປັນທີ່ຮຽບຮ້ອຍເມື່ອວັນພະຫັດທີ່ຜ່ານມາ ແລະ ນີ້ຄື 3 ສິ່ງທີ່ອາດເກີດຂຶ້ນຈາກການຕໍ່ສັນຍາຄັ້ງນີ້.

  1. 5 ນັກເຕະອາດຕໍ່ສັນຍາ : ມິລເຣີ ສື່ຊື່ດັງຂອງອັງກິດຄາດວ່າ ການຕໍ່ສັນຍາຂອງ ຄລອບ ໃນຄັ້ງນີ້ ອາດເຮັດໃຫ້ນັກເຕະຂອງລີເວີພູລ 5 ຄົນ ຈະຕໍ່ສັນຍາຕາມໄປນຳ ນັ້ນກໍຄື : ໂມຮາເຫມັດ ຊາລາ, ຊາດີໂອ ມາເນ, ໂຣແບໂຕ ເຟີມີໂນ ແລະ ນາປີ ເກອິຕາ ທີ່ພວມຈະຫມົດສັນຍາໃນປີ 2023 ລວມໄປເຖິງນັກເຕະປະສົບການຫລາຍທີ່ພວມຈະຫມົດສັນຍາຫລັງຈົບລະດູການນີ້ນັ້ນກໍຄື ເຈມ ມິລເນີ ກອງກາງຈອມຂະຫຍັນນັ້ນເອງ.
  2. ຜົນດີຕໍ່ການເສີມທີມ : ການຕໍ່ສັນຍາຂອງ ຄລອບ ຫນ້າຈະສົ່ງຜົນດີຕໍ່ການເສີມທີມຂອງລີເວີພູລ ໃນໄລຍະລະດູການນີ້ ຕາມທີ່ ຄລອບ ໃຫ້ສຳພາດເອົາໄວ້ວ່າ ເລື່ອງນີ້ເຮັດໃຫ້ນັກເຕະຫລາຍຄົນເບິ່ງເຫັນອະນາຄົດຂອງລີເວີພູລ ຢ່າງຈະແຈ້ງ ວ່າພວມເຮັດຫຍັງກັນຢູ່ ແລະ ມີຄວາມຫມັ້ນຄົງຫລາຍພຽງໃດ ເຊິ່ງຫນ້າຈະເພີ່ມຄວາມຫມັ້ນໃຈໃຫ້ນັກເຕະທີ່ຈະຍ້າຍເຂົ້າມາບໍ່ຫລາຍກໍຫນ້ອຍ.
  3. ເດີນຫນ້າລ່າແຊ໊ມ : ເຖິງວ່າ ເຈີເກັນ ຄລອບ ຈະສາມາດພາລີເວີພູລ ຄວ້າວແຊ໊ມ ພຣີເມຍລີກໄປແລ້ວ 1 ສະໄຫມ, ຢູຟາ ແຊ໊ມປຽນລີກ 1 ສະໄຫມ, ລີກ ຄັບ 1 ສະໄຫມ, ຢູຟ ຊຸບເປີ ຄັບ 1 ສະໄຫມ ແລະ ຟີຟາ ຄລັບ ເວີນ ຄັບ 1 ສະໄຫມ ແຕ່ມັນກໍຍັງບໍ່ພຽງພໍສຳລັບຜູ້ຈັດການທີມຊາວເຢຍລະມັນທີ່ຕ້ອງການຈະພາລີເວີພູລປະສົບຄວາມສຳເລັດໃຫ້ຫລາຍກວ່ານີ້ ແລະ ທຸກຢ່າງພວມຈະເປັນໄປໃນທາງທີ່ດີ ລາວຕໍ່ສັນຍາ ຜົນງານຂອງນັກເຕະກໍພວມໂດດເດັ່ນ ນັກເຕະເຂົ້າໃຈຮູບແບບ ແລະ ທິດທາງການຫລິ້ນທີ່ຕ້ອງການຫລາຍຂຶ້ນເລື້ອຍໆ ດັ່ງນັ້ນ ມີໂອກາດຫລາຍທີ່ເຫລົ່າແຟນບານຈະໄດ້ເຫັນຂັນແຊ໊ມເພີ່ມຕື່ມ ຫລັງການຕໍ່ສັນຍາຂອງຜູ້ຈັດການທີມທີ່ພວກເຂົາຮັກຫລາຍທີ່ສຸດຄົນຫນຶ່ງ.

 

3 ສິ່ງທີ່ອາດເກີດຂຶ້ນຫລັງ ຄລອບ ຕໍ່ສັນຍາກັບລີເວີພູລ - 3 - 3 ສິ່ງທີ່ອາດເກີດຂຶ້ນຫລັງ ຄລອບ ຕໍ່ສັນຍາກັບລີເວີພູລ
3 ສິ່ງທີ່ອາດເກີດຂຶ້ນຫລັງ ຄລອບ ຕໍ່ສັນຍາກັບລີເວີພູລ - 4 - 3 ສິ່ງທີ່ອາດເກີດຂຶ້ນຫລັງ ຄລອບ ຕໍ່ສັນຍາກັບລີເວີພູລ
3 ສິ່ງທີ່ອາດເກີດຂຶ້ນຫລັງ ຄລອບ ຕໍ່ສັນຍາກັບລີເວີພູລ - 5 - 3 ສິ່ງທີ່ອາດເກີດຂຶ້ນຫລັງ ຄລອບ ຕໍ່ສັນຍາກັບລີເວີພູລ