ປາກມົດລູກອັກເສບມີອາການເປັນແນວໃດ ?

ປາກມົດລູກອັກເສບ ແມ່ນການອັກເສບບໍລິເວນພາກສ່ວນລຸ່ມສຸດຂອງມົດລູກ ເຊິ່ງເປັນຈຸດທີ່ເຊື່ອມຕໍ່ກັບຊ່ອງຄອດ, ຄົນເຈັບອາດມີເລືອດອອກທາງຊ່ອງຄອດໃນໄລຍະທີ່ບໍ່ເປັນປະຈຳເດືອນ, ຮູ້ສຶກເຈັບປວດໃນຂະນະມີເພດສຳພັນ ຫລື ລະຫວ່າງຮັບການກວດພາຍໃນ ຫລື ມີຕົກຂາວ (ລົງຂາວ) ຜິດປົກກະຕິ ອາການນີ້ອາດເກີດຈາກການຕິດເຊື້ອ, ການລະຄາຍເຄືອງ ຫລື ຄວາມບໍ່ດຸ່ນດ່ຽງຂອງຮໍໂມນເພດ ແລະ ແບັກທີເຣຍໃນຊ່ອງຄອດ ເຊິ່ງຜູ້ເປັນຄົນປຶກສາທ່ານໝໍເພື່ອຮັບການກວດບົ່ງມະຕິ ແລະ ປິ່ນປົວ ເພາະຖ້າຫາກປາກມົດລູກອັກເສບຈາກການຕິດເຊື້ອ ເຊື້ອອາດແຜ່ກະຈາຍເຂົ້າສູ່ມົດລູກ, ປີກມົດລູກ ແລະ ຜົ້ງທ້ອງ ຈົນເກີດການຕິດເຊື້ອທີ່ຮຸນແຮງ ແລະ ສົ່ງຜົນກະທົບຕໍ່ຊີວິດປະຈຳວັນໄດ້ ໂດຍອາດເຮັດໃຫ້ເກີດບັນຫາມີລູກຍາກ ເປັນຕົ້ນ. ຄົນປ່ວຍບາງຄົນອາດບໍ່ມີອາການໃດໆທີ່ບົ່ງບອກວ່າເກີດການອັກເສບຂອງປາກມົດລູກ, ແຕ່ອາດກວດພົບໄດ້ຈາກການກວດພາຍໃນ ໂດຍການກວດສຸຂະພາບປະຈຳປີ ຫລື ການກວດເມື່ອຖືພາ. ສ່ວນຜູ້ປ່ວຍທີ່ມີອາການ ອາດສັງເກດໄດ້ເຖິງຄວາມຜິດປົກກະຕິ ດັ່ງນີ້ :
- ມີຕົກຂາວ ຫລື ລົງຂາວເປັນສີເທົາ ຫລື ຂາວໃນປະລິມານຫລາຍ ແລະ ອາດມີກິ່ນເໝັນຮ່ວມນຳ.
- ເຈັບປວດຊ່ອງຄອດ, ເຈັບທ້ອງນ້ອຍ ຫລື ປວດຫລັງປວດແອວ.
- ມີເລືອດອອກທາງຊ່ອງຄອດ.
- ມີເລືອດອອກໃນລະຫ່ວາງການມີເພດສຳພັນ ຫລື ໃນໄລຍະທີ່ບໍ່ໄດ້ເປັນປະຈຳເດືອນ.
- ຍ່ຽວລຳບາກ, ຍ່ຽວຫລາຍເທື່ອ ຫລື ເຈັບໃນຂະນະເບັ່ງຍ່ຽວ.
+ ປາກມົດລູກອັກເສບ ມັກມີສາເຫດມາຈາກການຕິດເຊື້ອ ໂດຍອາການທີ່ຮຸນແຮງ ແລະ ພົບໄດ້ຫລາຍມັກເກີດຈາກການຕິດເຊື້ອທາງເພດສຳພັນ ເຊັ່ນ : ພະຍາດໜອງໃນແທ້, ພະຍາດໜອງໃນທຽມ, ພະຍາດຫອນໄກ່ ຫລື ພະຍາດທີ່ອະໄວຍະວະເພດຕິດເຊື້ອທຣິໂຄໂມແນສ ເປັນຕົ້ນ. ນອກຈາກນີ້, ອາການປາກມົດລູກອັກເສບອາດເກີດຂຶ້ນໄດ້ຈາກສາເຫດອື່ນໆນຳ ດັ່ງນີ້ :
- ແພ້ສານເຄມີທີ່ໃຊ້ໃນການຂ້າເຊື້ອອະສຸຈິທີ່ໃຊ້ສວນລ້າງຊ່ອງຄອດຈາກວິທີຄຸມກຳເນີດຊະນິດໜຶ່ງ ລວມເຖິງແພ້ຢາງຈາກຖົງຢາງອະນາໄມ ແລະ ຜະລິດຕະພັນທີ່ໃຊ້ລະງັບກິ່ນ ຫລື ໃຊ້ສວນລ້າງຊ່ອງຄອດ.
- ລະຄາຍເຄືອງຈາກການໃຊ້ຜ້າອະນາໄມແບບສອດ, ເຄື່ອງມືຄຸມກຳເນີດ ຫລື ໝວກຄຸມປາກມົດລູກ ຫລື ອຸປະກອນທີ່ໃຊ້ສອດເຂົ້າໄປໃນຊ່ອງຄອດ ເພື່ອຊ່ວຍພະຍຸງອະໄວຍະວະພາຍໃນທີ່ຢ່ອນຍານ.
- ຮໍໂມນຂາດຄວາມດຸ່ນດ່ຽງ ເຊັ່ນ : ມີຮໍໂມນເອສໂຕຣເຈັນ ຫລື ໂປຣເຈສເຕີໂຣນສູງເກີນໄປ ເປັນຕົ້ນ ເຊິ່ງອາດສົ່ງຜົນກະທົບຕໍ່ເນື້ອເຍື່ອບໍລິເວນຊ່ອງຄອດໄດ້.
- ຄວາມບໍ່ດຸ່ນດ່ຽງຂອງເຊື້ອແບັກທີເຣຍ ເນື່ອງຈາກມີແບັກທີເຣຍຊະນິດທີ່ບໍ່ດີທີ່ເປັນອັນຕະລາຍຕໍ່ມົດລູກ.
ຫາກມີອາການຕ່າງໆຄ້າຍກັບອາການປາກມົດລູກອັກເສບ ຄົບປ່ວຍຄວນໄປໂຮງໝໍເພື່ອຮັບການກວດບົ່ງມະຕິຢ່າງຖືກຕ້ອງ ເພາະອາການທີ່ເກີດຂຶ້ນອາດເປັນສັນຍານຂອງພະຍາດກ່ຽວກັບຊ່ອງຄອດ ຫລື ມົດລູກຊະນິດອື່ນໆ. ການປິ່ນປົວມົດລູກອັກເສບ ແພດຈະປິ່ນປົວໂດຍພິຈາລະນາຈາກອາການ ແລະ ຄວາມຮຸນແຮງ, ປະຫວັດສຸຂະພາບຂອງຄົນປ່ວຍ ແລະ ສາເຫດຂອງອາການປາກມົດລູກອັກເສບ ໂດຍມີວິທີປິ່ນປົວ ດັ່ງນີ້ :
- ໃຫ້ທ່ານຢຸດໃຊ້ຜະລິດຕະພັນບາງຊະນິດທີ່ເປັນສາເຫດຂອງການລະຄາຍເຄືອງ ເຊັ່ນ : ຜ້າອະນາໄມແບບສອດ, ອຸປະກອນພະຍຸງຊ່ອງຄອດ, ໝວກຄຸມປາກມົດລູກ ເປັນຕົ້ນ.
- ໃຊ້ຢາປິ່ນປົວ ຫາກອາການປາກມົດລູກອັກເສບເກີດຈາກການຕິດເຊື້ອ ແພດຈະໃຫ້ຢາຕ້ານເຊື້ອລາ ຫລື ຢາຕ້ານໄວຣັສ ຂຶ້ນຢູ່ກັບຊະນິດຂອງເຊື້ອທີ່ເປັນສາເຫດ ເພື່ອປ້ອງກັນເຊື້ອແຜ່ກະຈາຍໄປສູ່ມົດລູກ ແລະ ປີກມົດລູກ. ສ່ວນຜູ້ທີ່ຕິດເຊື້ອທາງເພດສຳພັນ ເຊັ່ນ : ພະຍາດໜອງໃນແທ້ ຫລື ໜອງໃນທຽມ ແພດຈະແນະນຳໃຫ້ຄູ່ຂອງຄົນປ່ວຍເຂົ້າຮັບການປິ່ນປົວນຳ ເພື່ອໃຫ້ໝັ້ນໃຈວ່າຈະບໍ່ເກີດການຕິດເຊື້ອອີກຄັ້ງ ເຊິ່ງຜູ້ປ່ວຍຄົນຈະງົດເວັ້ນການມີເພດສຳພັນຈົນກ່ວາຈະເຊົາດີ.
- ຜ່າຕັດໂດຍຄວາມເຢັນ ໃຊ້ໃນຜູ້ປ່ວຍທີ່ປາກມົດລູກອັກເສບຈາກພະຍາດມະເຮັງປາກມົດລູກ ຫລື ມະເຮັງໃນໄລຍະເລີ່ມຕົ້ນ ໂດຍແພດຈະໃຊ້ຄວາມເຢັນເພື່ອທຳລາຍແຊນທີ່ຜິດປົກກະຕິໃນປາກມົດລູກ ຫລື ອາດໃຊ້ສານຊິລເວີໄນເຕຣດເພື່ອຊ່ວຍທຳລາຍແຊນທີ່ຜິດປົກກະຕິນຳ.
+ ອາການແຊກຊ້ອນຂອງປາກມົດລູກອັກເສບ : ອາການປາກມົດລູກອັກເສບທີ່ເກີດຈາກການຕິດເຊື້ອ ອາດເຮັດໃຫ້ສ່ຽງຕໍ່ການຕິດເຊື້ອໃນມົດລູກນຳ ໂດຍສະເພາະພະຍາດໜອງໃນແທ້ ແລະ ໜອງໃນທຽມ ເຊິ່ງສາມາດແຜ່ກະຈາຍເຊື້ອໄປຍັງເນື້ອເຍື່ອມົດລູກ ແລະ ທໍ່ຮັງໄຂ່ ຈົນເຮັດໃຫ້ເກີດການຕິດເຊື້ອໃນມົດລູກໄດ້ ໂດຍຄົນປ່ວຍອາດມີອາການເຈັບທ້ອງນ້ອຍ, ມີຕົກຂາວ ຫລື ລົງຂາວຜິດປົກກະຕິ ແລະ ເປັນໄຂ້ ຫາກບໍ່ໄດ້ຮັບການປິ່ນປົວອາດເຮັດໃຫ້ເກີດບັນຫາມີລູກຍາກ ແລະ ອາດສົ່ງຜົນໃຫ້ແມ່ຍິງສ່ຽງຕໍ່ການຕິດເຊື້ອ HIV ຈາກຄູ່ນອນທີ່ມີເຊື້ອຫລາຍຂຶ້ນນຳອີກ.
+ ການປ້ອງກັນປາກມົດລູກອັກເສບ ເຮັດໄດ້ໂດຍການຫລີກເວັ້ນປັດໄຈສ່ຽງຕ່າງໆຕາມວິທີດັ່ງຕໍ່ໄປນີ້ :
- ມີເພດສຳພັນຢ່າງປອດໄພ ເພື່ອປ້ອງກັນປາກມົດລູກອັກເສບຈາກການຕິດເຊື້ອທາງເພດສຳພັນ ໂດຍຄວນໃສ່ຖົງຢາງອະນາໄມທຸກເທື່ອເມື່ອມີເພດສຳພັນ, ບໍ່ປ່ຽນຄູ່ນອນຕະຫລອດ ຫລື ຫລີກເວັ້ນການມີເພດສຳພັນກັບຜູ້ທີ່ເປັນພະຍາດຕິດຕໍ່ທາງເພດສຳພັນ ຫລື ມີໜອງບໍລິເວນອະໄວຍະວະເພດ ແລະ ຫາກກວດພົບພະຍາດຕິດຕໍ່ທາງເພດສຳພັນກໍຄວນເຂົ້າຮັບການປິ່ນປົວ ທັງຕົນເອງ ແລະ ຄູ່ຂອງຕົນ.
- ຫລີກເວັ້ນສິ່ງກະຕຸ້ນ, ບໍ່ໃຊ້ຜະລິດຕະພັນທີ່ມີສານເຄມີທີ່ອາດກໍ່ໃຫ້ເກີດຄວາມລະຄາຍເຄືອງຕໍ່ຊ່ອງຄອດ ເຊັ່ນ : ນຳ້ຢາສວນລ້າງຊ່ອງຄອດ, ຜະລິດຕະພັນເຮັດຄວາມສະອາດຊ່ອງຄອດ, ຜ້າອະນາໄມແບບສອດ, ໝວກຄຸມປາກມົດລູກ ເປັນຕົ້ນ, ແຕ່ຫາກຈຳເປັນຕ້ອງໃຊ້ອຸປະກອນທີ່ໃສ່ເຂົ້າໄປໃນຊ່ອງຄອດ ຄວນປະຕິບັດຕາມຄຳແນະນຳກ່ຽວກັບການໃຊ້ງານ ເຊັ່ນ : ການໃສ່-ການຖອດ ແລະ ການເຮັດຄວາມສະອາດຢ່າງຖືກວິທີ.
- ຄວບຄຸມອາການປ່ວຍຜູ້ປ່ວຍພະຍາດເບົາຫວານ ຄວນຄວບຄຸມນຳ້ຕານໃນເລືອດໃຫ້ຢູ່ໃນລະດັບທີ່ເໝາະສົມ ເພື່ອຫລຸດຄວາມສ່ຽງໃນການເກີດອາການປາກມົດລູກອັກເສບ.