7 ວິທີປະຢັດພະລັງງານ ທາງອອກງ່າຍໆໃນການປະຢັດຄ່າໃຊ້ຈ່າຍໃນເຮືອນ
April 30, 2022 - 12:03 PM

- ຕັ້ງເວລາເປີດດ – ປິດແອ : ເຖິງວ່າການເປີດແອຈະຊ່ວຍໃຫ້ທ່ານເຢັນສະບາຍໄປເຖິງໃຈ, ແຕ່ການໃຫ້ແອເຮັດວຽກໝົດມື້-ໝົດຄືນ ເວລາທ່ານບໍ່ໄດ້ອອກໄປໃສ ແລະ ສິ່ງສຳຄັນທ່ານເອງກໍອາດຈະຕົກໃຈເມື່ອບິນຄ່າໄຟຟ້າມາ ຮູ້ຫລືບໍ່ວ່າການປິດແອພຽງແຕ່ 2-3 ຊົ່ວໂມງ ກໍສາມາດຊ່ວຍປະຢັດພະລັງງານໄດ້, ແຕ່ທາງທີ່ດີ ຫາກທ່ານຢາກອອກໄປຂ້າງນອກ ອາດຈະຕັ້ງເວລາໃຫ້ແອເລີ່ມເຮັດວຽກ 30 ນາທີ ກ່ອນທີ່ທ່ານຈະກັບມາຮອດເຮືອນ ເພາະວ່າຫາກທ່ານກັບມາຮອດແບບຮ້ອນໆ ແລ້ວເລັ່ງແອເຕັມອັດຕາ ນອກຈາກຈະບໍ່ເຢັນດັ່ງທີ່ຫວັງໄວ້ແລ້ວ ຍັງເປັນການສິ້ນເປືອງພະລັງງານເປັນພິເສດນຳອີກ ເພາະທຸກອົງສາທີ່ທ່ານຫລຸດລົງນັ້ນຈະເພີ່ມຄ່າໄຟເຖິງ 7%.
- ກວດສອບສະພາບແອເປັນປະຈຳທຸກປີ : ຫາກທ່ານມີແອເກົ່າ ອາຍຸ 10 – 20 ປີ ມີຄວາມເປັນໄປໄດ້ສູງຫລາຍທີ່ແອລຸ້ນນີ້ຈະກິນໄຟຫລາຍກ່ວາແອລຸ້ນໃໝ່ໆເຖິງ 40% ທີ່ເວົ້າແບບນີ້ບໍ່ໄດ້ຍົວະໃຫ້ທ່ານຕ້ອງປ່ຽນແອໃໝ່, ແຕ່ຂໍແນະນຳວ່າທ່ານຄວນໃຫ້ຄວາມສົນໃຈເບິ່ງແຍງຮັກສາ ແລະ ລ້າງແອຢ່າງໜ້ອຍປີລະເທື່ອ ເຊິ່ງຄ່າບໍລິການລ້າງນັ້ນກໍຫລາກຫລາຍກັນໄປຕາມຂະໜາດຂອງເຄື່ອງປັບອາກາດ (BTU). ນອກຈາກການກວດສະພາບແອເປັນປະຈຳທຸກປີແລ້ວ ຍັງຄວນເລືອກຂະໜາດເຄື່ອງປັບອາກາດ (BTU) ໃຫ້ເໝາະສົມກັບຂະໜາດຂອງຫ້ອງ ເຊິ່ງຈະຊ່ວຍປະຢັດພະລັງງານ ແລະ ເຮັດໃຫ້ທ່ານບໍ່ຕ້ອງຈ່າຍຄ່າໄຟແພງ.
- ຖອດປັກໄຟອອກທຸກເທື່ອທີ່ບໍ່ໃຊ້ງານ : ວິທີປະຢັດພະລັງງານໃນເຮືອນແບບງ່າຍໆໂດຍການຖອດປັກໄຟອຸປະກອນເຄື່ອງໃຊ້ໄຟຟ້ານ້ອຍໆທີ່ເຮົາຄິດວ່າບໍ່ໜ້າຈະກິນໄຟຫລາຍ ກໍຢ່າໄດ້ຖືເບົາ ຝຶກໃຫ້ເປັນນິໄສວ່າຖອດປັກໄຟທຸກເທື່ອທີ່ບໍ່ໄດ້ໃຊ້ ເພາະການທີ່ທ່ານສຽບປັກໄຟປະໄວ້ ເຖິງວ່າຈະບໍ່ໄດ້ໃຊ້ງານ ແຕ່ພະລັງງານຍັງຄົງສູນເສຍໄປຢ່າງຕໍ່ເນື່ອງ.
- ເລືອກໃຊ້ດອກໄຟໃຫ້ຖືກປະເພດ : ດອກໄຟທີ່ໃຫ້ແສງສະຫ່ວາງແຮງໆ ຄວາມຈິງແລ້ວທ່ານຈະຮູ້ສຶກໄດ້ວ່າສິ່ງທີ່ທ່ານໄດ້ຮັບແມ່ນ ຄວາມຮ້ອນ ຫລາຍກ່ວາ ແສງສະຫ່ວາງ ນັ້ນເປັນເຫດຜົນທີ່ທ່ານຄວນເລືອກໃຊ້ດອກໄຟແບບແອລອີດີ LED ເຊິ່ງຊ່ວຍປະຢັດພະລັງງານໄດ້ເຖິງ 90% ເມື່ອທຽບກັບດອກໄຟແບບຫລອດໄສ້ ປະຢັດພະລັງງານຫລາຍກ່ວາດອກໄຟກົມເຖິງ 40% ແລະ ອາຍຸການໃຊ້ງານຫລາຍກ່ວາດອກໄຟແບບຫລອດໄສ້ເຖິງ 15 ເທົ່າ.
- ເປີດພັດລົມໃຫ້ຖືກບ່ອນ : ພັດລົມເປັນເຄື່ອງໃຊ້ໄຟຟ້າໃນເຮືອນທີ່ຈຳເປັນອີກຢ່າງໜຶ່ງ ໂດຍສະເພາະເມື່ອອາກາດຮ້ອນ ເຖິງວ່າຈະປະຢັດພະລັງງານຫລາຍກ່ວາການໃຊ້ແອ, ແຕ່ບາງເທື່ອການໃຊ້ພັດລົມອາດຈະເປັນຄືຝັນຮ້າຍຫລາຍກ່ວາ ເພາະທ່ານຈະສຳຜັດໄດ້ເຖິງອາຍຮ້ອນທີ່ພັດມາກະທົບກັບຜິວໜັງ, ແຕ່ຖ້າທ່ານຕັ້ງພັດລົມໃນທຳເລທີ່ເໝາະສົມ ເຊັ່ນ : ວາງໃກ້ໆປ່ອງຢ້ຽມ ໃນທິດທາງທີ່ພັດລົມຈະເປົ່າອາກາດອອກສູ່ພາຍນອກ ຫລື ຕັ້ງພັດລັມໃນບໍລິເວນທີ່ຮົ່ມໆ ກໍຈະຊ່ວຍກະຈາຍຄວາມເຢັນມາເຖິງທ່ານໄດ້.
- ປັບເວລາໃນການເຮັດວຽກເຮືອນບາງຢ່າງ : ການໃຊ້ງານເຄື່ອງໃຊ້ໄຟຟ້າໃນເຮືອນບາງຢ່າງ ເຊັ່ນ : ເຄື່ອງລ້າງຈານ ຫລື ເຄື່ອງອົບຜ້າ ໃນໄລຍະເວລາທີ່ອາກາດບໍ່ຮ້ອນຫລາຍ ເຊັ່ນ : ຕອນແລງໆ ຫລື ຄໍ່າໆຈະຊ່ວຍປະຢັດພະລັງງານໃຫ້ທ່ານໄດ້ຢ່າງບໍ່ໜ້າເຊື່ອ ເພາະໃນຂະນະທີ່ອຸປະກອນເຫລົ່ານີ້ກຳລັງເຮັດວຽກນັ້ນ ຈະມີການປ່ອຍອາຍຄວາມຮ້ອນແບບຊຸ່ມໆອອກມາ ແລະ ຍິ່ງຖ້າທ່ານເປີດແອໃນຕອນນັ້ນກໍຈະຍິ່ງເຮັດໃຫ້ແອຕ້ອງເຮັດວຽກໜັກຂຶ້ນ ເພື່ອປັບສະພາບອາກາດທີ່ຊຸ່ມນັ້ນ ຖືເປັນການສິ້ນເປືອງແບບ 2 ເທົ່າ.
- ຊັກເຄື່ອງດ້ວຍນຳ້ເຢັນ : ເຖິງວ່າການຊັກເຄື່ອງດ້ວຍນຳ້ເຢັນຈະມີປະສິດທິພາບໃນການຊ່ວຍຂ້າເຊື້ອ ເຊັ່ນ : ແບັກທີເຣຍ, ໄວຣັສ ຫລື ຂີ້ຝຸ່ນ ເໝາະສຳລັບຜ້າທີ່ຕ້ອງການເຮັດຄວາມສະອາດຫລາຍເປັນພິເສດ, ແຕ່ການໃຊ້ນຳ້ຮ້ອນບາງເທື່ອນອກຈາກຈະເຮັດໃຫ້ຜ້າເສຍຫາຍ ຫລື ຕາຍສີແລ້ວ ຍັງເຮັດໃຫ້ເຄື່ອງຈັກຊັກຜ້າຂອງທ່ານກິນໄຟສູງເກີນ 90%. ດັ່ງນັ້ນ, ຫາກບໍ່ຈຳເປັນແທ້ໆ ການໃຊ້ນຳ້ເຢັນກັບເຄື່ອງຈັກຊັກຜ້າກໍເຮັດໃຫ້ປະຢັດພະລັງງານໄດ້.