ໂອຊຸລລີແວນ ເຂົ້າຊີງກັບ ທຣຳ ໃນການແຂ່ງຂັນສະນຸກເກີຊີງແຊ໊ມໂລກ

ໂອຊຸລລີແວນ ເຂົ້າຊີງກັບ ທຣຳ  ໃນການແຂ່ງຂັນສະນຸກເກີຊີງແຊ໊ມໂລກ -                                - ໂອຊຸລລີແວນ ເຂົ້າຊີງກັບ ທຣຳ  ໃນການແຂ່ງຂັນສະນຸກເກີຊີງແຊ໊ມໂລກ
ໂອຊຸລລີແວນ ເຂົ້າຊີງກັບ ທຣຳ  ໃນການແຂ່ງຂັນສະນຸກເກີຊີງແຊ໊ມໂລກ - kitchen vibe - ໂອຊຸລລີແວນ ເຂົ້າຊີງກັບ ທຣຳ  ໃນການແຂ່ງຂັນສະນຸກເກີຊີງແຊ໊ມໂລກ

ໂອຊຸລລີແວນ ເຂົ້າຊີງກັບ ທຣຳ  ໃນການແຂ່ງຂັນສະນຸກເກີຊີງແຊ໊ມໂລກ -                                - ໂອຊຸລລີແວນ ເຂົ້າຊີງກັບ ທຣຳ  ໃນການແຂ່ງຂັນສະນຸກເກີຊີງແຊ໊ມໂລກ

ຣອນນີ ໂອຊຸລລີແວນ ເອົາຊະນະ ຈອນ ຮິກກິນ ຜ່ານເຂົ້າຮອບຊີງຊະນະເລີດສະນຸກເກີ ຊີງແຊ໊ມໂລກ 2022 ໄປພົບກັບ ຈັດ ທຣຳ ທີ່ເອົາຊະນະ ມາກ ເຈ ວິລລຽມ.

ໂອຊຸລລີແວນ ເຂົ້າຊີງກັບ ທຣຳ  ໃນການແຂ່ງຂັນສະນຸກເກີຊີງແຊ໊ມໂລກ - Visit Laos Visit SALANA BOUTIQUE HOTEL - ໂອຊຸລລີແວນ ເຂົ້າຊີງກັບ ທຣຳ  ໃນການແຂ່ງຂັນສະນຸກເກີຊີງແຊ໊ມໂລກ

ການແຂ່ງຂັນສະນຸກເກີຊີງແຊ໊ມໂລກ 2022 ທີ່ນະຄອນຄຣູຊິເບິລ ເທຍເຕີ ເມືອງເຊຟຟິລ ປະເທດອັງກິດ ເມື່ອວັນທີ 30 ເມສາທີ່ຜ່ານມາ ເປັນຮອບຮອງຊະນະເລີດ ດ້ວຍລະບົບຊະນະ 17 ໃນ 33 ເຟຣມ ຄູ່ທີ່ຫນ້າສົນໃຈ ຣອນນີ ໂອຊຸລລີແວນ ອະດີດແຊ໊ມໂລກ 6 ສະໄຫມ ຈາກອັງກິດ ພົບກັບ ຈອນ ຮິກກິນ ອະດີດແຊ໊ມໂລກ 5 ສະໄຫມ ຈາກສະກັອດແລນ ໂດຍ 2 ເຊສຊັນທຳອິດ ຣອນນີ ນຳຢູ່ 10-6 ເຟຣມ.

ຜົນປາກົດວ່າ ຣອນນີ ຜົນງານຍັງຮ້ອນແຮງຫລັງເອົາຊະນະໄປດ້ວຍ 17-11 ເຟຣມ ຜ່ານເຂົ້າຮອບຊີງຊະນະເລີດຂອງລາຍການນີ້ເປັນຄັ້ງທີ 8 ແລະ ມີໂອກາດຄວ້າແຊ໊ມໂລກເປັນສະໄຫມທີ 7 ທຽບເທົ່າສະຖິຕິສູງສຸດທີ່ ສະຕີເຟັນ ເຮນດຣີ ຕຳນານນັກສະນຸກເກີຈາກສະກັອດແລນເຄີຍເຮັດໄວ້.

ໂດຍຄູ່ແຂ່ງໃນຮອບຊີງຊະນະເລີດຂອງ ໂອຊຸລລີແວນ ນັ້ນກໍຄື ຈັດ ທຣຳ ອະດີດແຊ໊ມໂລກ 1 ສະໄຫມຈາກອັງກິດທີ່ເອົາຊະນະ ມາກ ເຈ ວິລລຽມ ອະດີດແຊ໊ມໂລກ 3 ສະໄຫມຈາກເວລ 17-16 ເຟຣມ.

ທັງນີ້ ຮອບຊີງຊະນະເລີດຈະແຂ່ງໂດຍໃຊ້ລະບົບ ຊະນະ 17 ໃນ 35 ເຟຣມ ແລະ ແບ່ງເປັນ 4 ເຊສຊັນ ໂດຍ 2 ເຊສຊັນ ຈະແຂ່ງວັນທີ 1 ພຶດສະພາ ສ່ວນອີກ 2 ເຊສຊັນ ຈະແຂ່ງວັນທີ 2 ພຶດສະພາ ຕາມເວລາບ້ານເຮົາ.

ໂອຊຸລລີແວນ ເຂົ້າຊີງກັບ ທຣຳ  ໃນການແຂ່ງຂັນສະນຸກເກີຊີງແຊ໊ມໂລກ - 5 - ໂອຊຸລລີແວນ ເຂົ້າຊີງກັບ ທຣຳ  ໃນການແຂ່ງຂັນສະນຸກເກີຊີງແຊ໊ມໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!