ເປີດປະຫວັດ ມີໂນ ໄຣໂອລາ ຊຸບເປີເອເຢັນຜູ້ດົ່ງດັງແຫ່ງວົງການບານເຕະໂລກ

ເປີດປະຫວັດ ມີໂນ ໄຣໂອລາ ຊຸບເປີເອເຢັນຜູ້ດົ່ງດັງແຫ່ງວົງການບານເຕະໂລກ -                    1 - ເປີດປະຫວັດ ມີໂນ ໄຣໂອລາ ຊຸບເປີເອເຢັນຜູ້ດົ່ງດັງແຫ່ງວົງການບານເຕະໂລກ
ເປີດປະຫວັດ ມີໂນ ໄຣໂອລາ ຊຸບເປີເອເຢັນຜູ້ດົ່ງດັງແຫ່ງວົງການບານເຕະໂລກ - kitchen vibe - ເປີດປະຫວັດ ມີໂນ ໄຣໂອລາ ຊຸບເປີເອເຢັນຜູ້ດົ່ງດັງແຫ່ງວົງການບານເຕະໂລກ

ເປີດປະຫວັດ ມີໂນ ໄຣໂອລາ ຊຸບເປີເອເຢັນຜູ້ດົ່ງດັງແຫ່ງວົງການບານເຕະໂລກ -                    1 - ເປີດປະຫວັດ ມີໂນ ໄຣໂອລາ ຊຸບເປີເອເຢັນຜູ້ດົ່ງດັງແຫ່ງວົງການບານເຕະໂລກ

ຫລັງຈາກຂ່າວເສົ້າຂອງວົງການບານເຕະໂລກ ເມື່ອ ມີໂນ ໄຣໂອລາ ໂຕແທນຂອງນັກເຕະລະດັບໂລກ ທັງ ພອລ ປັອກບາ ແລະ ເອີຣິງ ເບຣົາ ຮາແລນ ເປັນຕົ້ນ ເສຍຊີວິດຈາກການປ່ອຍໃນໄວ 54 ປີ ຫລ້າສຸດ ເດລີ ເມລ ໄດ້ມີການເລົ່າເຖິງຈຸດເລີ່ມຕົ້ນໃນເສັ້ນທາງຂອງຊຸບເປີເອເຢັນຄົນນີ້.

ເປີດປະຫວັດ ມີໂນ ໄຣໂອລາ ຊຸບເປີເອເຢັນຜູ້ດົ່ງດັງແຫ່ງວົງການບານເຕະໂລກ - Visit Laos Visit SALANA BOUTIQUE HOTEL - ເປີດປະຫວັດ ມີໂນ ໄຣໂອລາ ຊຸບເປີເອເຢັນຜູ້ດົ່ງດັງແຫ່ງວົງການບານເຕະໂລກ

ໃນໄລຍະຕົ້ນຍຸກ 1990 ໄຣໂອລາ ເຮັດວຽກໃຫ້ກັບ ສະປອດ ໂປຣໂມຊັນ ບໍລິສັດໃນຮອນແລນ ແລະ ໄດ້ຊ່ວຍໃຫ້ເກີດການຍ້າຍທີມຂອງນັກເຕະຊາວຮອນແລນຊື່ດັງຫລາຍຄົນ ເຊັ່ນ ເດນນິສ ເບີກແຄມ ໄດ້ຍາຍໄປຫລິ້ນໃນອິຕາລີ.

ຫລັງຈາກນັ້ນລາວໄດ້ສຶກສາການເຮັດວຽກຈາກຫມູ່ຮ່ວມງານ ເພື່ອທີ່ຈະຮຽນຮູ້ວິທີໃນການຈັດການເລື່ອງການຊື້-ຂາຍ ນັກເຕະດ້ວຍຕົນເອງ ກ່ອນທີ່ຈະເຮັດໃຫ້ເກີດການຊື້-ຂາຍ ຄັ້ງໃຫຍ່ຂອງຕົນເອງ ເຊ່ັນ : ພາເວລ ເນັດເວດ ຕຳນານນັກເຕະຊາວເຊັກ ຍ້າຍຈາກສະປຕາ ປຣາກ ໄປຢູ່ກັບ ລາຊີໂອ ເມື່ອປີ 1996.

ຕໍ່ມາ ໄຣໂອລາ ກໍໄດ້ເບິ່ງແຍງເລື່ອງການຍ້າຍທີມຂອງ ຊະລາຕັນ ອີບຣາຮີໂມວິດ ທີ່ຍ້າຍໄປທົ່ວຢູໂຣບ ລວມເຖິງການຍ້າຍທີມຂອງ ມາຣີໂອ ບາໂລເຕລລີ ຈາກອິນເຕີ ມິລານ ໄປຢູ່ກັບ ແມນເຊສເຕີ ຊິຕີ ເມື່ອປີ 2010 ລວມເຖິງດາວຍິງຄົນນີ້ຍ້າຍຂ້າມຝາກໄປຫລິ້ນໃຫ້ ເອຊີ ມິລານ ນຳອີກ.

ຂະນະດຽວກັນລາວກໍເຄີຍມີຂ່າວກັບ ເຊີ ອາເລັກ ເຟີກູສັນ ຕຳນານຜູ້ຈັດການທີມແມນເຊສເຕີ ຢູໄນເຕັດ ທີ່ສະແດງວ່າລາວບໍ່ພໍໃຈກັບການທີ່ ໄຣໂອລາ ເຂົ້າມາມີສ່ວນຮ່ວມກັບຄອບຄົວຂອງ ພອລ ປັອກບາ ແລະ ເຮັດໃຫ້ ປັອກບາ ທີ່ຕອນນັ້ນອາຍຸພຽງ 19 ຍ້າຍອອກຈາກຖິ່ນໂອນ ແທຣ໊ຟຟອດ ໄປຢູ່ກັບ ຢູເວນຕຸສ ເມື່ອປີ 2012.

ແນວໃດກໍຕາມ ເຖິງຈະມີບັນຫາກັບ ເຟີກູສັນ ແຕ່ເມື່ອປີ 2016 ລາວກໍໄດ້ພານັກເຕະ 3 ຄົນປະກອບໄປດ້ວຍ ຊະລາຕັນ ອີບຣາຮີໂມວິດ, ພອລ ປັອກບາ ແລະ ເຮນຣິກ ມະຄີຕາຢານ ຍ້າຍມາຢູ່ໃນຖິ່ນໂອນ ແທຣ໊ຟຟອດ ໃນຕະຫລາດຊື້ຂາຍຮອບດຽວກັນ.

ໂດຍມີການເປີດເຜີຍວ່າລາວໄດ້ເງິນຈຳນວນຫລາຍເຖິງ 20 ລ້ານປອນ ໃນການທີ່ ປັອກບາ ຍ້າຍກັບມາຢູ່ກັບແມນຢູ ຈົນສາມາດນຳເງິນດັ່ງກ່າວໄປຊື້ເຮືອນໃນໄມອາມີ ເຊິ່ງເຄີຍເປັນບ້ານເກ່ົາຂອງ ຫົວຫນ້າແກ໊ງມາເຟຍຊາວອາເມລິກາຊື່ດັງຄື ອັລ ຄາໂປນ.

ຫລັງຈາກນັ້ນລາວຍັງຄົງເປັນໂຕແທນໃຫ້ກັບນັກເຕະດັງ ທັງ ພອລ ປັອກບາ ແລະ ຊະລາຕັນ ລວມເຖິງນັກເຕະຄົນອື່ນໆເຊ່ັນ : ອີຣິງ ເບຣົາ ຮາແລນ, ມັດໄທ ເດິ ລິກ, ຈານລຸຍຈິ ດອນນາຣຸມມາ ແລະ ຄົນອື່ນໆ ກ່ອນທີ່ຈະເສຍຊີວິດລົງດ້ວຍອາຍຸ 54 ປີ.

ເປີດປະຫວັດ ມີໂນ ໄຣໂອລາ ຊຸບເປີເອເຢັນຜູ້ດົ່ງດັງແຫ່ງວົງການບານເຕະໂລກ - 3 - ເປີດປະຫວັດ ມີໂນ ໄຣໂອລາ ຊຸບເປີເອເຢັນຜູ້ດົ່ງດັງແຫ່ງວົງການບານເຕະໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!