ສະໜາມບິນສາກົນ ບໍ່ແກ້ວ ຄາດເປີດບໍລິການທ້າຍປີນີ້ຫລັງກໍ່ສ້າງຄືບໜ້າ 75%

ສະໜາມບິນສາກົນ ບໍ່ແກ້ວ ຄາດເປີດບໍລິການທ້າຍປີນີ້ຫລັງກໍ່ສ້າງຄືບໜ້າ 75% - 279899868 1883081748562263 3139325319705284354 n - ສະໜາມບິນສາກົນ ບໍ່ແກ້ວ ຄາດເປີດບໍລິການທ້າຍປີນີ້ຫລັງກໍ່ສ້າງຄືບໜ້າ 75%
ສະໜາມບິນສາກົນ ບໍ່ແກ້ວ ຄາດເປີດບໍລິການທ້າຍປີນີ້ຫລັງກໍ່ສ້າງຄືບໜ້າ 75% - kitchen vibe - ສະໜາມບິນສາກົນ ບໍ່ແກ້ວ ຄາດເປີດບໍລິການທ້າຍປີນີ້ຫລັງກໍ່ສ້າງຄືບໜ້າ 75%

ປັດຈຸບັນ, ສະໜາມບິນສາກົນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍ່ສ້າງຄືບໜ້າແລ້ວ 75% ໂດຍໜ້າວຽກຫລັກທີ່ສຳເລັດ ມີທາງແລ່ນຂຶ້ນລົງ (run way), ທາງເຊື່ອມຈອດ(taxi way) ແລະ ລານຈອດ Apron. ຂະນະທີ່ຕາມແຜນແລ້ວຄາດວ່າຈະເປີດບໍການການບິນພາຍໃນກ່ອນ ໃນເດືອນພະຈິກ 2022.

ທ່ານ ຫົງຄຳ ອຸດົມຈິດ ຫົວໜ້າໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ໃຫ້ສຳພາດສື່ມວນຊົນເມື່ອວັນທີ 29 ເມສາ 2022 ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ວ່າ: ສະໜາມບິນແຫ່ງນີ້ໄດ້ເລີ່ມລົງມືແຕ່ວັນທີ 20 ກັນຍາ 2020 ເຊິ່ງຕາມແຜນແລ້ວຈະສຳເລັດ 18 ເດືອນ, ແຕ່ເນື່ອງຈາກການແພ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ໂຄງການຊັກຊ້າ. ແນວໃດກໍດີມາຮອດປັດຈຸບັນ 3 ໜ້າວຽກຫລັກໄດ້ກໍ່ສ້າງຄືບໜ້າຫລາຍສົມຄວນ; ພ້ອມນີ້ຍັງແຕ້ມເສັ້ນຈຳນວນໜຶ່ງສຳເລັດ 80%.

ສະໜາມບິນສາກົນ ບໍ່ແກ້ວ ຄາດເປີດບໍລິການທ້າຍປີນີ້ຫລັງກໍ່ສ້າງຄືບໜ້າ 75% - Visit Laos Visit SALANA BOUTIQUE HOTEL - ສະໜາມບິນສາກົນ ບໍ່ແກ້ວ ຄາດເປີດບໍລິການທ້າຍປີນີ້ຫລັງກໍ່ສ້າງຄືບໜ້າ 75%
ສະໜາມບິນສາກົນ ບໍ່ແກ້ວ ຄາດເປີດບໍລິການທ້າຍປີນີ້ຫລັງກໍ່ສ້າງຄືບໜ້າ 75% - Visit Laos Visit SALANA BOUTIQUE HOTEL - ສະໜາມບິນສາກົນ ບໍ່ແກ້ວ ຄາດເປີດບໍລິການທ້າຍປີນີ້ຫລັງກໍ່ສ້າງຄືບໜ້າ 75%

ນັບແຕ່ເດືອນມິຖຸນາ-ເດືອນຕຸລາ ໄດ້ຕິດຕັ້ງວຽກລະບົບ, ສິ່ງອຳນວຍຄວາມສະດວກຕ່າງໆ. ປັດຈຸບັນ, ເລັ່ງຕິດຕັ້ງລະບົບຈະລາຈອນທາງອາກາດເປັນຕົ້ນວິທະຍຸການບິນ-ການສື່ສານ ເຊິ່ງຈະຈັດຊື້ໃຫ້ສຳເລັດໃນເດືອນກໍລະກົດ ແລະ ຕິດຕັ້ງໃນເດືອນສິງ ຫາ-ກັນຍາ ແລະ ຕາມແຜນໃນເດືອນພະຈິກຈະທົດລອງບິນຊົ່ວຄາວ.

ຂະນະທີ່ທ່ານ ຈື່ຊົງ ຈົງຢ່າ ຄະນະ ຮັບຜິດຊອບມາດຖານ ແລະ ຄວາມປອດໄພສະໜາມບິນ ກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ:ສະໜາມບິນດັ່ງກ່າວອອກແບບຕາມມາດຖານ CODE:4C, ຄວາມຍາວທາງແລ່ນຂຶ້ນ-ລົງ ຫລື Runway 2.500×45 m ສາມາດຮອງຮັບເຮືອບິນBoeing 737ER, Airbus A320/ A321 ຫລື ເຮືອບິນທີ່ມີບໍ່ເກີນ 200 ບ່ອນນັ່ງລົງມາ, ສ່ວນອາຄານຜູ້ໂດຍສານ Passenger Terminal ສາມາດຮອງຮັບຜູ້ໂດຍສານໄດ້ 600 ຄົນໃນເວລາດຽວກັນ. ເມື່ອກໍ່ສ້າງສຳເລັດ ແລະເປີດໃຊ້ຢ່າງເຕັມຮູບແບບ ສາມາດຮອງຮັບຜູ້ໂດຍສານໄດ້ 1,5-2 ລ້ານຄົນ/ປີ.

ການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ເພື່ອພັດທະນາໂຄງລ່າງພື້ນຖານໃນທ້ອງຖິ່ນ ແລະ ເປັນການພັດ ທະນາເຂດເສດຖະກິດພິເສດສາມຫລ່ຽມຄຳ, ເສີມສ້າງການຄົມມະນາຄົມຂົນສົ່ງທາງອາກາດໃຫ້ເຂັ້ມແຂງເພື່ອເຊື່ອມຕໍ່ກັບສາກົນທັງອຳນວຍຄວາມສະດວກຕໍ່ການລົງທຶນ, ການທ່ອງທ່ຽວທັງພາຍໃນ ແລະຕ່າງປະ ເທດເພີ່ມຂີດຄວາມສາມາດການພັດທະນາພື້ນຖານໂຄງລ່າງຢູ່ພາກເໜືອໂດຍສະເພາະແຂວງບໍ່ແກ້ວ. ໂຄງ ການນີ້ຢູ່ໃນຮູບແບບ BOT (ຜູ້ຮັບເໝົາລົງທຶນກໍ່ສ້າງ)ໂດຍກວມເນື້ອທີ່ 300 ເຮັກຕານອນໃນເຂດດິນສຳປະທານຂອງກຸ່ມບໍລິສັດດອກງິ້ວຄຳ, ເປັນດິນກະສິກຳທີ່ຊື້ຈາກປະຊາຊົນ, ໃຊ້ງົບປະມານກໍ່ສ້າງ175 ລ້ານໂດລາສະຫະລັດໂດຍທຶນຂອງບໍລິສັດເກຣເຕີເບ ເຊິ່ງເປັນບໍລິສັດທີ່ນອນຢູ່ໃນກຸ່ມບໍລິສັດດອກງິ້ວຄຳ ມີໄລ ຍະສຳປະທານ 50 ປີ, ພາຍຫລັງໝົດສັນຍາການສຳປະທານ ຈະມອບໃຫ້ລັດຄຸ້ມຄອງຕໍ່ໄປ.

ສະໜາມບິນສາກົນ ບໍ່ແກ້ວ ຄາດເປີດບໍລິການທ້າຍປີນີ້ຫລັງກໍ່ສ້າງຄືບໜ້າ 75% - 5 - ສະໜາມບິນສາກົນ ບໍ່ແກ້ວ ຄາດເປີດບໍລິການທ້າຍປີນີ້ຫລັງກໍ່ສ້າງຄືບໜ້າ 75%
ສະໜາມບິນສາກົນ ບໍ່ແກ້ວ ຄາດເປີດບໍລິການທ້າຍປີນີ້ຫລັງກໍ່ສ້າງຄືບໜ້າ 75% - 3 - ສະໜາມບິນສາກົນ ບໍ່ແກ້ວ ຄາດເປີດບໍລິການທ້າຍປີນີ້ຫລັງກໍ່ສ້າງຄືບໜ້າ 75%
ສະໜາມບິນສາກົນ ບໍ່ແກ້ວ ຄາດເປີດບໍລິການທ້າຍປີນີ້ຫລັງກໍ່ສ້າງຄືບໜ້າ 75% - 4 - ສະໜາມບິນສາກົນ ບໍ່ແກ້ວ ຄາດເປີດບໍລິການທ້າຍປີນີ້ຫລັງກໍ່ສ້າງຄືບໜ້າ 75%