ປະທານ ສນຊ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງວຽງຈັນ

ປະທານ ສນຊ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງວຽງຈັນ - 279912037 715860666529303 3045373680320709235 n - ປະທານ ສນຊ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງວຽງຈັນ
ປະທານ ສນຊ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງວຽງຈັນ - kitchen vibe - ປະທານ ສນຊ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງວຽງຈັນ
ເມື່ອບໍ່ດົນມານີ້, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນ ກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຄໍາພັນ ສິດທິດຳພາ ກໍາມະການສູນກາງພັກ ເຈົ້າແຂວງວຽງຈັນ, ທ່ານ ເທບພະໄທ ແກ້ວເຂັມເພັດ ຄະນະປະຈໍາພັກ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະ.
ໃນໂອກາດນີ້ ທ່ານເຈົ້າແຂວງວຽງຈັນ ໄດ້ລາຍງານສະພາບລວມຂອງແຂວງ ໂດຍຫຍໍ້ ໃຫ້ປະທານສູນກາງແນວລາວສ້າງຊາດຮັບຊາບ ໂດຍສະເພາະການພັດທະນາເສດຖະກິດ – ສັງຄົມ ຢູ່ແຂວງວຽງຈັນ ເປັນຕົ້ນບັນດາໂຄງການພັດທະນາແຂວງ, ການຜະລິດກະສິກໍາ, ການທ່ອງທ່ຽວ, ການພັດທະນາພື້ນ ຖານໂຄງລ່າງ ທີ່ພົ້ນເດັ່ນຄື: ຂະບວນການປູກເຂົ້າ, ຕົ້ນໄມ້ໃຫ້ໝາກ, ຜັກປອດສານພິດ, ການລ້ຽງງົວ, ສັດປີກ ແລະ ສິນຄ້າສົ່ງອອກຈໍານວນໜຶ່ງ. ພ້ອມນີ້, ທ່ານເຈົ້າແຂວງຍັງໄດ້ລາຍງານສະພາບການປະຕິບັດຂະບວນການຕ້ານ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ການສັກຢາວັກຊິນ ພາຍໃນແຂວງ. ຈາກນັ້ນ, ທ່ານປະທານສູນກາງແນວລລາວສ້າງຊາດ ກໍໄດ້ມີຄໍາເຫັນຊົມເຊີຍຕໍ່ການນໍາພາຊີ້ນໍາຂອງຄະນະປະຈໍາພັກແຂວງ ໃນການຜັນຂະຫຍາຍມະຕິ XI ຂອງພັກເຂົ້າສູ່ຊີວິດຕົວຈິງ ແລະ ໄດ້ແຈ້ງຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມຄັ້ງນີ້ ແລະ ໄດ້ພົບປະໂອ້ລົມກັບພະນັກງານຫຼັກແຫຼ່ງຂອງເມືອງໂພນໂຮງ, ເມືອງເຟືອງ​, ປະຊາຊົນກຸ່ມບ້ານ ໂພນສະຫວາດ ແລະ ທ່ານໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ເນັ້ນໃສ່ວຽກງານແນວລາວສ້າງຊາດເປັນຕົ້ນ: ຄວາມໝາຍຂອງແຕ່ລະປະໂຫຍກຄໍາຂວັນກອງປະຊຸມໃຫຍ່ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ, 4 ການຫັນປ່ຽນໃໝ່ໃນຂົງເຂດວຽກງານແນວໂຮມ, ການຜັນຂະຫຍາຍ 4 ຮ່ວມ, ໄດ້ຍົກໃຫ້ເຫັນເຖິິງທັດສະນະຂອງພັກຕໍ່ວຽກງານແນວໂຮມ ແລະ ວຽກງານມະຫາຊົນໄລຍະໃໝ່​ໂດຍໄດ້ເນັ້ນໃສ່ບັນດາແຜນງານໂຄງການທີ່ໄດ້ຮັບຮອງ ໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ. ຈາກນັ້ນ, ຄະນະໄດ້ໄປຢ້ຽມຢາມພື້ນຖານວັດທະ ນະທຳ ຢູ່ເມືອງວຽງຄໍາ ແລະ ເມືອງເຟືອງ, ຢ້ຽມຢາມຊຸກຍູ້ຄອບຄົວຕົວແບບໃນການຜະລິດກະສິກໍາປູກຕົ້ນໄມ້ໃຫ້ໝາກ, ຄອບຄົວຕົວແບບລ້ຽງງົວເປັນສິນ ຄ້າ, ຢ້ຽມຊົມຫໍມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນ.
ປະທານ ສນຊ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງວຽງຈັນ - 4 - ປະທານ ສນຊ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງວຽງຈັນ
ປະທານ ສນຊ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງວຽງຈັນ - 3 - ປະທານ ສນຊ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງວຽງຈັນ
ປະທານ ສນຊ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງວຽງຈັນ - 5 - ປະທານ ສນຊ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງວຽງຈັນ