ອັນເຊລັອດຕິ ເອີ່ຍຄຳຫວານ, ພ້ອມຄຸມ ຣຽວ ມາດຣິດ ອີກ 10 ປີ

ຄາໂລ ອັນເຊລັອດຕິ ເປີດເຜີຍວ່າ ພ້ອມຢູ່ຄຸມ ຣຽວ ມາດຣິດ ໄປອີກ 10 ປີ ເຖິງຈະມີອີກຫລາຍຢ່າງໃນຊີວິດທີ່ຢາກເຮັດກໍຕາມ ພ້ອມຢາກລອງຄຸມທີມຊາດລຸຍບານໂລກ 2026 ໂດຍສະເພາະທີມຊາດແຄນາດາ ທີ່ໄລຍະຫລັງຜົນງານດີ.
ຄາໂລ ອັນເຊລັອດຕິ ຜູ້ຈັດການທີມ ຣຽວ ມາດຣິດ ທີມໃຫຍ່ແຫ່ງ ລາ ລີກາ ສະເປນ ອອກມາເຜີຍວ່າລາວພ້ອມທີ່ຈະຢູ່ຄຸມທີມໃນຖິ່ນຊານຕີອາໂກ ເບີນາເບວ ໄປອີກ 10 ປີ ຫລັງພາທີມ ຣຽວ ມາດຣິດ ຄວ້າແຊ໊ມລີກລະດູການນີ້ມາຄອງໄດ້ສຳເລັດເມື່ອໄລຍະອາທິດທີ່ຜ່ານມາ.
ຜູ້ຈັດການທີມອາຍຸ 62 ປີ ເຊິ່ງຍັງມີສັນຍາຢູ່ກັບ ຣຽວ ມາດຣິດ ເຖິງປີ 2024 ນັ້ນກ່າວວ່າ : ‘‘ ຫລັງຢຸດການເຮັດວຽກກັບ ຣຽວ ມາດຣິດ ຂ້ອຍອາດຈະວາງມືຈາກການເຮັດວຽກເປັນຜູ້ຈັດການທີມກໍເປັນໄດ້ ແຕ່ຖ້າ ຣຽວ ມາດຣິດ ຢາກໃຫ້ຄຸມທີມໄປອີກ 10 ປີ ຂ້ອຍກໍພ້ອມຈະຢູ່ກັບສະໂມສອນໄປອີກ 10 ປີເຊັ່ນດຽວກັນ ຄວາມຈິງແລ້ວຂ້ອຍກໍຢາກຈະຢູ່ກັບຫລານ ໄປທຽວກັບເມຍ ມີອີກຫລາຍຢ່າງທີ່ຂ້ອຍຍັງບໍ່ໄດ້ເຮັດ ແລະ ຢາກເຮັດ ຂ້ອຍຢາກໄປໃນບ່ອນທີ່ບໍ່ເຄີຍໄປ ຂ້ອຍຍັງບໍ່ເຄີຍໄປທະວີບອອສເຕຣເລຍ ເລີຍ ບໍ່ເຄີຍໄປ ຣີໂອ ເດີ ຈາເນໂຣ ຂ້ອຍຢາກໄປຫາລູກສາວຂອງຂ້ອຍໃຫ້ຫລາຍຂຶ້ນ ແຕ່ໂຊກຮ້າຍໃນຊີວິດເຈົ້າຄົງບໍ່ສາມາດເຮັດທຸກຢ່າງທີ່ຢາກເຮັດໄດ້ ແຕ່ມື້ໃດທີ່ຂ້ອຍເຊົາເຮັດວຽກແລ້ວ ຂ້ອຍຈະເຮັດເລື່ອງດັ່ງກ່າວນີ້ໃຫ້ຫມົດເລີຍ ’’.
ຂະນະດຽວກັນ ອັນເຊລັອດຕິ ຍອມຮັບວ່າຢາກລອງຄຸມທີມຊາດ ຫລັງລາວບໍ່ເຄີຍຄຸມທີມຊາດມາກ່ອນ ໂດຍທີ່ລະບຸວ່າ ແຄນາດາ ທີ່ຈະໄດ້ສະແດງສີຕີນໃນບານໂລກ 2022 ທີ່ກາຕ້າທ້າຍປີນີ້ ເປັນທີມທີ່ຫນ້າສົນໃຈ ໂດຍກ່າວວ່າ : ‘‘ ທີ່ຈິງແລ້ວຂ້ອຍກໍຢາກລອງຄຸມທີມຊາດເບິ່ງ ແຕ່ຕອນນີ້ຄົງບໍ່ແມ່ນເວລາທີ່ຈະມາເວົ້າເລື່ອງນີ້ ແນ່ນອນວ່າມັນຍ່ອມບໍ່ແມ່ນໃນບານເຕະໂລກໃນຄັ້ງນີ້ ແຕ່ຖ້າເປັນບານໂລກ 2026 ມັນກໍບໍ່ແນ່ ແລະ ຖ້າເປັນວຽກຄຸມທີມຊາດແຄນາດາ ຂ້ອຍເອງກໍຢາກລອງເບິ່ງຄືກັນ ເພາະໄລຍະນີ້ພວກເຂົາເຮັດໄດ້ດີຫລາຍ ’’.