ສະພາເມືອງລີເວີພູລ ກຽມຄວາມພ້ອມສຳລັບ ລົດແຫ່ສະຫລອງແຊ໊ມ ຂອງທີມຫົງແດງ

ສື່ອັງກິດລາຍງານວ່າ ສະໂມສອນລີເວພີູລກັບສະພາເມືອງລີເວີພູລ ພວມກຽມຄວາມພ້ອມສຳລັບ ລົດແຫ່ສະຫລອງແຊ໊ມ ຂອງທີມລີເວີພູລ.
‘‘ ລີເວີພູລ ເອກໂຄ ’’ ສື່ຊື່ດັງຂອງເມືອງລີເວີພູລ ລາຍງານວ່າ ສະໂມສອນລີເວີພູລ ກັບ ສະພາເມືອງລີເວີພູລ ພວມເຈລະຈາກັນເພື່ອກຽມຄວາມພ້ອມສຳລັບຈັດງານ ແຫ່ສະຫລອງແຊ໊ມ ຫລັງທາງການສະພາເມືອງພິຈາລະນາວ່າທີມ ຫົງແດງ ມີໂອກາດຄວ້າແຊ໊ມລາຍການໃຫຍ່ໄດ້ໃນລະດູການນີ້ ລວມເຖິງອາດຈະເປັນທີມທຳອິດໃນປະຫວັດສາດທີ່ຄວ້າ 4 ແຊ໊ມໄດ້ສຳເລັດ.
ແນວໃດກໍຕາມໃນຕອນນີ້ລາຍລະອຽດຕ່າງຂອງຂະບວນແຫ່ຍັງຖືກເກັບໄວ້ເປັນຄວາມລັບ ແຕ່ເອກະສານໃນເວັບໄຊສະພາເມືອງລີເວີພູລສະແດງໃຫ້ເຫັນວ່າຜູ້ມີສ່ວນກ່ຽວຂ້ອງພວມພິຈາລະນາສຳລັບ ຂະບວນແຫ່ສະຫລອງແຊ໊ມ ທີ່ອາດເກີດຂຶ້ນໃນປີ 2022 ໂດຍລາຍງານການປະຊຸມຄະນະລັດຖະມົນຕີເມື່ອວັນສຸກທີ່ຜ່ານມາລະບຸວ່າ ຂໍອະນຸມັດໃຫ້ບໍລິສັດຮັບຈັດງານແຫ່ງຫນຶ່ງເປັນຜູ້ນຳຮັບຜິດຊອບງານສາທາລະນະຂະຫນາດໃຫຍ່ທີ່ອາດເກີດຂຶ້ນໃນປີ 2022.
ການຕັດສິນໃຈທີ່ຈະອະນຸມັດເຫດການດັ່ງກ່າວພວມດຳເນີນການພາຍໃຕ້ວາລະເລ່ັງດ່ວນທີ່ຈຳເປັນຕ້ອງໄດ້ຮັບການອະນຸມັດຈາກຄະນະລັດຖະມົນຕີໂດຍໄວທີ່ສຸດ ນອກຈາກນີ້ກໍພວມແຂ່ງຂັນກັບ ແມນເຊສເຕີ ຊິຕີ ເພື່ອຍາດຊີງແຊ໊ມພຣີເມຍລີກຢ່າງຫນັກ ໂດຍລີເວີພູລຕາມຫລັງຢູ່ພຽງ 1 ຄະແນນເທົ່ານັ້ນ ແລະ ອີກຫນຶ່ງຂັນສຳຄັນຄືການພົບກັນອີກຄັ້ງຂອງລີເວີພູລ ແລະ ເຊລຊີ ເພື່ອຊີງຂັນ ເອັຟເອ ຄັບ ໃນວັນເສົາທີ 14 ພຶດສະພານີ້ ຫລັງຈາກທີ່ກ່ອນຫນ້ານີ້ພົບກັນໃນຮອບຊີງຊະນະເລີດຄາຣາບາວ ຄັພ ເຊິ່ງ ລີເວີພູລ ເປັນຝ່າຍເອົາຊະນະໄປໄດ້.
ເມື່ອສະໂມສອນໃກ້ຈະປະສົບຄວາມສຳເລັດໃນການແຂ່ງຂັນສາມລາຍການ ສະພາຕ້ອງດຳເນີນການຢ່າງວ່ອງໄວເພື່ອກຽມຮັບມື ແລະ ອການອະນຸຍາດທີ່ຈຳເປັນເພື່ອຈັດຂະບວນແຫ່ ເຊິ່ງຕ້ອງມີການປຶກສາຫາລືຢ່າງວ່ອງໄວກັບຜູ້ຢູ່ອາໄສ ແລະ ທຸລະກິດຕາມເສັ້ນທາງທີ່ເປັນໄປໄດ້ ໂດຍຄາດວ່າຈະມີການເປີດເຜີຍລາຍລະອຽດເພີ່ມຕີື່ມກັບແຜນຂະບວນແຫ່ໃນໄວໆນີ້.