7 ວຽກງານຈຸດສຸມດ້ານເສດຖະກິດ ໃນເດືອນພຶດສະພາ 2022

7 ວຽກງານຈຸດສຸມດ້ານເສດຖະກິດ ໃນເດືອນພຶດສະພາ 2022 - 279443152 529330792151730 8503053968093077978 n - 7 ວຽກງານຈຸດສຸມດ້ານເສດຖະກິດ ໃນເດືອນພຶດສະພາ 2022
7 ວຽກງານຈຸດສຸມດ້ານເສດຖະກິດ ໃນເດືອນພຶດສະພາ 2022 - kitchen vibe - 7 ວຽກງານຈຸດສຸມດ້ານເສດຖະກິດ ໃນເດືອນພຶດສະພາ 2022

– ສຸມໃສ່ການເກັບລາຍຮັບງົບປະມານ ຂອງລັດໃຫ້ໄດ້ຕາມແຜນການທີ່ວາງໄວ້, ໃນນັ້ນ ໃຫ້ສຸມໃສ່ຄົ້ນຄວ້າແຫຼ່ງລາຍຮັບໃໝ່ ແລະ ການຫັນການເກັບລາຍຮັບເປັນທັນສະໄໝ ໂດຍສະເພາະ ການຫັນການເກັບລາຍຮັບຢູ່ບັນດາດ່ານສາກົນທົ່ວປະເທດ.
– ສືບຕໍ່ຕິດຕາມ ແລະ ຊຸກຍູ້ການເຮັດທົດລອງການຂຸດຄົ້ນແຮ່ທາດ ໂດຍຊຸກຍູ້ໃຫ້ບັນດາບໍລິສັດ ທີ່ໄດ້ຮັບອະນຸຍາດເຮັດທົດລອງແຮ່ເຫຼັກ ຮີບຮ້ອນດໍາເນີນການຂຸດຄົ້ນ ແລະ ສົ່ງອອກ ເພື່ອໃຫ້ສາມາດເກັບລາຍຮັບໄດ້ໄວ, ພ້ອມກັນນັ້ນ ໂຄງການໃດທີ່ມີການທັບຊ້ອນເນື້ອທີ່ ກໍໃຫ້ແກ້ໄຂຢູ່ຂັ້ນຂະແໜງການ ແລະ ທ້ອງຖິ່ນ ໃຫ້ສໍາເລັດກ່ອນ ຈຶ່ງສະ ເໜີລັດຖະບານ ພິຈາລະນາ.
– ສືບຕໍ່ປະຕິຮູບບັນດາບໍລິສັດ, ລັດວິສາຫະກິດ ຕາມມະຕິຂອງລັດຖະບານ ສະບັບເລກທີ 10/ລບ, ລົງວັນທີ 15 ຕຸລາ 2021 ໃຫ້ສໍາເລັດໂດຍໄວ ໃນນັ້ນໃຫ້ສຸມໃສ່ປະຕິຮູບລັດວິສາຫະກິດໄຟຟ້າລາວ, ລັດວິສາຫະການບິນລາວ; ປັບປຸງຮູບແບບການເຄື່ອນໄຫວ ແລະ ການດໍາເນີນທຸລະກິດ ຂອງລັດວິສາຫະກິດຫວຍພັດທະນາລາວ ເພື່ອເຮັດໃຫ້ການເກັບລາຍຮັບເພີ່ມຂຶ້ນ.
– ສືບຕໍ່ປະຕິບັດນະໂຍບາຍປະຢັດ ໂດຍສະເພາະ ການປະຢັດລາຍຈ່າຍບໍລິຫານ, ລາຍຈ່າຍສໍາລັບການຈັດຊື້ຖ້າບໍ່ຈໍາເປັນແທ້ ກໍໃຫ້ເລື່ອນໄປກ່ອນ, ການເຄື່ອນໄຫວວຽກງານຢູ່ຕ່າງປະເທດ ຖ້າບໍ່ຈໍາເປັນແທ້ ກໍອາດມອບໃຫ້ເອກະອັກຄະລັດຖະທູດ ຂອງ ສປປ ລາວ ທີ່ຢູ່ປະເທດນັ້ນເຂົ້າຮ່ວມແທນ ຫຼື ເຂົ້າຮ່ວມໃນຮູບແບບກອງປະຊຸມທາງໄກ; ພ້ອມກັນນັ້ນ ກໍຮີບຮ້ອນຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍລົດຂອງລັດ ໃຫ້ເປັນຮູບປະທໍາໂດຍໄວ.
– ສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນ ໃຫ້ດີກວ່າເກົ່າ ເພື່ອດຶງດູດນັກລົງທຶນຕ່າງປະເທດເຂົ້າມາ ສປປ ລາວ ຫຼາຍຂຶ້ນ, ຊຸກຍູ້ບັນດາໂຄງການລົງທຶນຂະໜາດໃຫຍ່ ໂດຍສະເພາະ ໂຄງການກໍ່ສ້າງທາງດ່ວນ, ເຂດເສດຖະກິດພິເສດ ແລະ ໂຄງການສໍາຄັນອື່ນໆ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ.
– ຮີບຮ້ອນກໍານົດ ແລະ ຈັດຕັ້ງປະຕິບັດມາດຕາການຕ່າງໆ ໃນການຄຸ້ມຄອງອັດຕາແລກປ່ຽນ ໃຫ້ມີສະຖຽນລະພາບ ໂດຍໃຫ້ມີມາດຕະການສະເພາະໜ້າ, ມາດຕະການໄລຍະກາງ ແລະ ໄລຍະຍາວ ທັງມີກົນໄກ ແລະ ວິທີການຄຸ້ມຄອງໃຫ້ລະອຽດ ແລະ ຮັດກຸມ.
– ຮີບຮ້ອນກໍານົດມາດຕະການທີ່ຈໍາເປັນໃນການແກ້ໄຂ ການເພີ່ມຂຶ້ນ ຂອງລາຄານໍ້າມັນເຊື້ອໄຟ ເພື່ອຫຼຸດຜ່ອນຄວາມກົດດັນຕໍ່ລາຄາສິນຄ້າ ກໍຄືອັດຕາເງິນເຟີ້.

7 ວຽກງານຈຸດສຸມດ້ານເສດຖະກິດ ໃນເດືອນພຶດສະພາ 2022 - 4 - 7 ວຽກງານຈຸດສຸມດ້ານເສດຖະກິດ ໃນເດືອນພຶດສະພາ 2022
7 ວຽກງານຈຸດສຸມດ້ານເສດຖະກິດ ໃນເດືອນພຶດສະພາ 2022 - 5 - 7 ວຽກງານຈຸດສຸມດ້ານເສດຖະກິດ ໃນເດືອນພຶດສະພາ 2022
7 ວຽກງານຈຸດສຸມດ້ານເສດຖະກິດ ໃນເດືອນພຶດສະພາ 2022 - 3 - 7 ວຽກງານຈຸດສຸມດ້ານເສດຖະກິດ ໃນເດືອນພຶດສະພາ 2022
7 ວຽກງານຈຸດສຸມດ້ານເສດຖະກິດ ໃນເດືອນພຶດສະພາ 2022 - Visit Laos Visit SALANA BOUTIQUE HOTEL - 7 ວຽກງານຈຸດສຸມດ້ານເສດຖະກິດ ໃນເດືອນພຶດສະພາ 2022
7 ວຽກງານຈຸດສຸມດ້ານເສດຖະກິດ ໃນເດືອນພຶດສະພາ 2022 - Visit Laos Visit SALANA BOUTIQUE HOTEL - 7 ວຽກງານຈຸດສຸມດ້ານເສດຖະກິດ ໃນເດືອນພຶດສະພາ 2022