7 ອາຫານທຳມະຊາດທີ່ຊ່ວຍໃຫ້ຜິວຂາວໃສຈາກພາຍໃນສູ່ພາຍນອກ.

   7 ອາຫານທຳມະຊາດທີ່ຊ່ວຍໃຫ້ຜິວຂາວໃສຈາກພາຍໃນສູ່ພາຍນອກ. - aHR0cHM6Ly9zLmlzYW5vb2suY29tL3dvLzAvdWQvMjcvMTM3MTI1LzEuanBn -    7 ອາຫານທຳມະຊາດທີ່ຊ່ວຍໃຫ້ຜິວຂາວໃສຈາກພາຍໃນສູ່ພາຍນອກ.
   7 ອາຫານທຳມະຊາດທີ່ຊ່ວຍໃຫ້ຜິວຂາວໃສຈາກພາຍໃນສູ່ພາຍນອກ. - kitchen vibe -    7 ອາຫານທຳມະຊາດທີ່ຊ່ວຍໃຫ້ຜິວຂາວໃສຈາກພາຍໃນສູ່ພາຍນອກ.
  1. ໝາກນາວ : ຫລາຍທ່ານອາດຈະຍັງບໍ່ຮູ້ວ່ານຳ້ໝາກນາວທີ່ເຮົາໃຊ້ເພື່ອຂັດຜິວ ຫລື ກຳຈັດສິວສ້ຽນພາຍນອກຈະມີປະໂຫຍດຊ່ວຍເຮັດໃຫ້ຜິວງາມ ແລະ ສຸຂະພາບດີໄດ້ຈາກພາຍໃນຄືກັນ ພຽງແຕ່ທ່ານເຮັດນຳ້ໝາກນາວດື່ມຕິດຕໍ່ກັນຢ່າງໜ້ອຍ 2 ອາທິດ ກໍຈະເຮັດໃຫ້ຮ່າງກາຍໄດ້ຮັບວິຕາມິນ C ແບບເຕັມໜ່ວຍ ເຊິ່ງຊ່ວຍເຮັດໃຫ້ໜ້າໃສ, ຜິວກ້ຽງງາມ, ຫລຸດການເກີດສິວ, ຫລຸດບັນຫາໜ້າບວມ,​ ຫລຸດຈຸດດ່າງດຳ ແລະ ຊ່ວຍຫລຸດຄໍເລສເຕີໂຣນໃນເລືອດ.
  2. ໝາກເລັ່ນ : ອາຫານຜິວທີ່ເອີ້ນວ່າເປັນພືດສາລະພັດປະໂຫຍດກໍວ່າໄດ້ ກັບ ໝາກເລັ່ນ ເພາະໃຫ້ສານອາຫານທັງວິຕາມິນ, ແຮ່ທາດຕ່າງໆ ແລະ ສານຕ້ານອະນຸມູນອິດສະລະ ໄລໂຄປີນ ທີ່ຈະຊ່ວຍໃຫ້ຜິວຂາວສົດໃສຢ່າງເປັນມຳມະຊາດ. ນອກຈາກນີ້, ຍັງຊ່ວຍສະໝານຜິວຈາກອາການຜິວໄໝ້ຈາກແດດ ແລະ ຊ່ວຍຂັດຂວາງການຫ່ຽວຍານຂອງຜິວໄດ້ນຳ.​ ສ່ວນວິທີການກິນກໍສາມາດເລືອກໄດ້ທັງກິນແບບປຸງແຕ່ງສຸກ ຫລື ຜ່ານຄວາມຮ້ອນໂດຍໃຊ້ນຳ້ມັນໃນການປຸງແຕ່ງຮ່ວມນຳ ກໍຈະຊ່ວຍເຮັດໃຫ້ຮ່າງກາຍດູດຊຶມສານໄລໂຄປີນໄດ້ດີຫລາຍຂຶ້ນ.
  3. ໝາກຫຸ່ງ : ຮູ້ຫລືບໍ່ວ່າບັນຫາການຂັບຖ່າຍຍາກເປັນສາເຫດໜຶ່ງທີ່ເຮັດໃຫ້ຜິວບໍ່ຂາວສົດໃສ ແລະ ໝົ່ນໝອງ ເນື່ອງຈາກຮ່າງກາຍຈະດູດຊຶມສານພິດຈາກກາກອາຫານທີ່ບູດເນົ່າ ເຊັ່ນ : ກຳມະຖັນ, ນີໂຕຣແຊນ,​ ສານແອມເນຍ, ອິນໂດລມີແທນ ເປັນຕົ້ນ ໃນລຳໄສ້ເຂົ້າສູ່ກະແສເລືອດ ເຮັດໃຫ້ເກີດອາຫານສິວຂຶ້ນ ແລະ ຜິວໜັງຫຍາບຕາມມາ ເຊິ່ງອາຫານຜິວຈາກທຳມະຊາດທີ່ຊ່ວຍແກ້ບັນຫາການຂັບຖ່າຍຍາກໄດ້ແບບທັນໃຈ ນັ້ນກໍແມ່ນໝາກຫຸ່ງ ໝາກໄມ້ທີ່ມີວິຕາມິນ C ຫລາຍ ຊ່ວຍໃຫ້ຂັບຖ່າຍໄດ້ງ່າຍຂຶ້ນ ພ້ອມໆກັບການບຳລຸງຜິວໃຫ້ສົດໃສໂດຍສານເບຕ້າແຄໂຣທີນ ທີ່ຈະປ່ຽນເປັນວິຕາມິນ A ເມື່ອເຂົ້າສູ່ຮ່າງກາຍ. ນອກຈາກຜັກ-ໝາກໄມ້ແລ້ວຍັງມີຊີ້ນສັດທີ່ສາມາດຊ່ວຍເຮັດໃຫ້ຜິວຂາວໄດ້ນຳ, ແຕ່ບໍ່ແມ່ນຊີ້ນສັດທຸກຊະນິດທີ່ເຮັດໃຫ້ຜິວຂາວໄດ້ຈາກພາຍໃນ, ແຕ່ຄວນຈະເລືອກກິນຊີ້ນສັດໃນຈຳພວກທີ່ມີໂປຣຕິນສູງ ຫລື ກົດໄຂມັນດີ ເຊັ່ນ : ປາແຊວມັອນ ແລະ ຊີ້ນໄກ່.
  4. ປາແຊວມັອນ : ການກິນປາແຊວມັອນຈະຊ່ວຍເຮັດໃຫ້ຜິວຂາວໃສ ແລະ ກ້ຽງງາມ ອາຫານຜິວງາມຈາກກົດໂອເມກ້າ – 3 ທີ່ຊ່ວຍຮັກສາຄວາມຊຸ່ມຊື່ນຂອງຜິວເອົາໄວ້ ເຮັດໃຫ້ຜິວສຸຂະພາບດີ ແລະ ຍັງມີແຮ່ທາດຊີລີນຽມທີ່ຊ່ວຍປ້ອງກັນຜິວບໍ່ໃຫ້ຖືກແສງແດດທຳຮ້າຍໄປພ້ອມໆກັນ.
  5. ຊີ້ນໄກ່ : ຊີ້ນໄກ່ຖືເປັນໂປຣຕິນທີ່ມີໄຂມັນ ແລະ ກາລໍຣີໜ້ອຍ ທັງຍັງຍ່ອຍງ່າຍ ຈຶ່ງເໝາະສົມກັບບ່າວສາວທີ່ຢາກຫລຸດນຳ້ໜັກ ແລະ ຢາກເສີມອາຫານໃຫ້ຜິວ ແຕ່ນັ້ນຍັງບໍ່ແມ່ນປະໂຫຍດທັງໝົດຂອງຊີ້ນໄກ່ ເພາະໃນດ້ານສຸຂະພາບຜິວ ຊີ້ນໄກ່ກໍຍັງເຂົ້າໄປຊ່ວຍຟື້ນຟູພາກສ່ວນທີ່ເສື່ອມສະມັດຕະພາບ ເຮັດໃຫ້ຜິວມີຄວາມຫົດຢືດ ແລະ ເບິ່ງອ່ອນກ່ວາອາຍຸແທ້. ບໍ່ແມ່ນແຕ່ອາຫານເທົ່ານັ້ນ ເຄື່ອງດື່ມກໍໍມີສ່ວນເຮັດໃຫ້ຜິວທີ່ເຄີຍຫ່ຽວແຫ້ງກັບມາງາມສົດໃສໄດ້ ເຊິ່ງພວກເຮົາຂໍຍົກມາ 3 ລາຍການທີ່ຊ່ວຍໃນເລື່ອງຜິວງາມໄດ້ ດັ່ງນີ້ :
  6. ນົມຖົ່ວເຫລືອງ : ອຸດົມໄປດ້ວຍຄຸນປະໂຫຍດຫລາກຫລາຍ ບໍ່ເວັ້ນແຕ່ໃນເລື່ອງຜິວ ກໍຊ່ວຍເພີ່ມຄວາມແຂງແຮງໃຫ້ກັບຜິວໂດຍສານໄອໂຊຟລາໂວນ ເຊິ່ງເປັນສານໃນພືດທີ່ມີປະໂຫຍດຊ່ວຍໃນການຫລຸດຮອຍຫ່ຽວໃຫ້ຈາງລົງ, ໜ້າຂາວໃສຂຶ້ນ ແລະ ຊ່ວຍປົກປ້ອງຜິວຈາກລັງສີ UV ໃນແສງແດດ ແລະ ເປັນອາຫານຜິວທີ່ຫາດື່ມງ່າຍນຳອີກ.
  7. ນຳ້ດື່ມບໍລິສຸດ : ຖ້າເວົ້າເຖິງເຄື່ອງດື່ມທີ່ດີທີ່ສຸດສຳລັບຄົນເຮົາ ແລະ ເປັນອາຫານຜິວທີ່ດີທີ່ສຸດ ຄົງຈະໜີບໍ່ພົ້ນ ນຳ້ດື່ມບໍລິສຸດ ເຊິ່ງເປັນໂຕຊ່ວຍໃນການໄລ່ສິ່ງເສດເຫລຶືອອອກຈາກຮ່າງກາຍ ແລະ ຊ່ວຍປັບຄວາມດຸ່ນດ່ຽງພາຍໃນຮ່າງກາຍໃຫ້ດີຂຶ້ນໄດ້ ພຽງແຕ່ເລີ່ມດື່ມນຳ້ໃຫ້ເຖິງມື້ລະ 8 ຈອກ ເພື່ອໃຫ້ຮ່າງກາຍເກີດການອີ່ມນຳ້ ແລະ ສົ່ງຜົນຕໍ່ຜິວທີ່ຫ່ຽວແຫ້ງໃຫ້ກັບມາສົດໃສ ແລະ ຊຸ່ມຊື່ນໄດ້ອີກຄັ້ງ.
   7 ອາຫານທຳມະຊາດທີ່ຊ່ວຍໃຫ້ຜິວຂາວໃສຈາກພາຍໃນສູ່ພາຍນອກ. - 5 -    7 ອາຫານທຳມະຊາດທີ່ຊ່ວຍໃຫ້ຜິວຂາວໃສຈາກພາຍໃນສູ່ພາຍນອກ.
   7 ອາຫານທຳມະຊາດທີ່ຊ່ວຍໃຫ້ຜິວຂາວໃສຈາກພາຍໃນສູ່ພາຍນອກ. - 4 -    7 ອາຫານທຳມະຊາດທີ່ຊ່ວຍໃຫ້ຜິວຂາວໃສຈາກພາຍໃນສູ່ພາຍນອກ.
   7 ອາຫານທຳມະຊາດທີ່ຊ່ວຍໃຫ້ຜິວຂາວໃສຈາກພາຍໃນສູ່ພາຍນອກ. - 3 -    7 ອາຫານທຳມະຊາດທີ່ຊ່ວຍໃຫ້ຜິວຂາວໃສຈາກພາຍໃນສູ່ພາຍນອກ.