ສິ່ງທີ່ບໍ່ຄວນເຮັດ ເມື່ອຂັບລົດເກຍ Auto.

ສິ່ງທີ່ບໍ່ຄວນເຮັດ ເມື່ອຂັບລົດເກຍ Auto. - thaihealth c aejmoprtvx37 - ສິ່ງທີ່ບໍ່ຄວນເຮັດ ເມື່ອຂັບລົດເກຍ Auto.
ສິ່ງທີ່ບໍ່ຄວນເຮັດ ເມື່ອຂັບລົດເກຍ Auto. - kitchen vibe - ສິ່ງທີ່ບໍ່ຄວນເຮັດ ເມື່ອຂັບລົດເກຍ Auto.

ມື້ນີ້ພວກເຮົາຈະມາແນະນຳວິທີການເບິ່ງແຍງຮັກສາລົດຂອງທ່ານໃຫ້ມີອາຍຸການໃຊ້ງານຍາວນານຂຶ້ນ ກັບ 7 ຂໍ້ບໍ່ຄວນເຮັດເມື່ອຂັບລົດເກຍໂອໂຕ້ ໄປເບິ່ງນຳກັນວ່າຈະຕ້ອງເຮັດແນວໃດແດ່ເພື່ອບໍ່ໃຫ້ລົດຂອງທ່ານເປ່ເພໄວ ແລະ ເພື່ອບໍ່ໃຫ້ເສຍເງິນຄ່າສ້ອມແປງຢູ່ຕະຫລອດ.

ປັດຈຸບັນລົດກໍຖືກຜະລິດອອກມາໃນຫລາກຫລາຍຮູບແບບ ແມ່ນແຕ່ເກຍກໍຍັງມີໃຫ້ເລືອກ ເຊິ່ງຫລາຍທ່ານກໍມັກຈະເລືອກເກຍໂອໂຕ້ຍ້ອນຄວາມສະດວກສະບາຍ ແລະ ຝຶກໃຊ້ງ່າຍກ່ວາເກຍທຳມະດາ, ແຕ່ເກຍໂອໂຕ້ມັກຈະມີບັນຫາໃນເລື່ອງຂອງຄວາມທົນທານອາຍຸການໃຊ້ງານ. ດັ່ງນັ້ນເພື່ອເປັນການຮັກສາສະພາບເກຍໂອໂຕ້ໃຫ້ໃຊ້ງານໄປໄດ້ດົນໆ ແລະ ຫລີກເວັ້ນທີ່ຈະເສຍເງິນໄປກັບການສ້ອມແປງ ຫລື ປ່ຽນເກຍໃໝ່ ເຮົາມາເຮັດຄວາມເຂົ້າໃຈ ສ້າງຄວາມຮູ້ຈັກກັບພຶດຕິກຳທີ່ຄວນຫລີກເວັ້ນໃນການໃຊ້ເກຍໂອໂຕ້ນຳກັນເລີຍ.

ສິ່ງທີ່ບໍ່ຄວນເຮັດ ເມື່ອຂັບລົດເກຍ Auto. - Visit Laos Visit SALANA BOUTIQUE HOTEL - ສິ່ງທີ່ບໍ່ຄວນເຮັດ ເມື່ອຂັບລົດເກຍ Auto.
ສິ່ງທີ່ບໍ່ຄວນເຮັດ ເມື່ອຂັບລົດເກຍ Auto. - Visit Laos Visit SALANA BOUTIQUE HOTEL - ສິ່ງທີ່ບໍ່ຄວນເຮັດ ເມື່ອຂັບລົດເກຍ Auto.
  1. ການຢຽບຄັນເລັ່ງຈົນຈຳ (Kickdown) ເພື່ອເລັ່ງແຊງ : ຫາກເຮົາຢຽບຄັນເລັ່ງຈົນຈຳ ຫລື ທີ່ເຮົາເອີ້ນກັນວ່າ (Kickdown) ເພື່ອເລັ່ງລົດໃຫ້ແຊງຂຶ້ນໄປໄດ້ໄວຂຶ້ນ ການເຮັດແບບນີ້ເປັນປະຈຳຈະເຮັດໃຫ້ລະບົບເກຍມີອາຍຸການໃຊ້ງານສັ້ນລົງ ແລະ ຍັງເປັນການຫລຸດຄວາມປອດໄພເທິງທ້ອງຖະໜົນນຳອີກ.​ ທາງທີ່ດີເວລາຈະເລັ່ງເຄື່ອງຈັກ ຫລື ແຊງບາງຈັງຫວະ ຈະເຮັດໃຫ້ເກຍປ່ຽນອັດຕາທົດຕໍ່າລົງ ແຮງບິດຈຶ່ງເພີ່ມຂຶ້ນໄວ.
  2. ຢ່າເລັ່ງເຄື່ອງຈັກ ຫລື ເບິ້ນກ່ອນຈະອອກລົດ : ໃຜທີ່ມັກເຮັດແບບນີ້ໃຫ້ຮີບຢຸດ ຮູ້ຫລືບໍ່ວ່າມັນເປັນການເຮັດໃຫ້ຊຸດເກຍເສຍຫາຍໜັກຫລາຍ ແລະ ຍັງຈະເຮັດໃຫ້ເພົາຂັບເພໄວຂຶ້ນຕື່ມອີກ ທັງຍັງເຮັດໃຫ້ລົດເສື່ອມສະມັດຕະພາບຫລາຍນຳ ມີແຕ່ຂໍ້ເສຍແບບນີ້ບໍ່ຄວນເຮັດຢ່າງຍິ່ງ.
  3. ເວລາຈອດລົດຕິດໄຟແດງຢ່າໃຊ້ເກຍ P : ຫລາຍຄົນມັກໃຊ້ເກຍນີ້ໃນເວລາຈອດລົດຕິດໄຟແດງດ້ວຍຄວາມລຶ້ງເຄີຍ,​ ຄວາມສະດວກສະບາຍ ຫລື ເຫດຜົນຫຍັງກໍຕາມ ການເຮັດແບບນີ້ຈະເຮັດໃຫ້ຊຸດເກຍເກີດຄວາມເສຍຫາຍຫລາຍເວລາມີລົດມາຕຳທ້າຍ ຄວາມຈິງແລ້ວການຈອດຕິດໄຟແດງຄວນເຂົ້າເກຍ N  ຫລື ເກຍ D ແລ້ວຢຽບເບຣກໄວ້ຈະດີທີ່ສຸດ.
  4. ໃຊ້ເກຍວ່າງ ເກຍ N ປ່ອຍລົດໄຫລລົງເອງ : ໃຜທີ່ມັກໃຊ້ເກຍວ່າງ ເກຍ N ປ່ອຍລົດໄຫລລົງເອງເປັນສິ່ງທີ່ບໍ່ຄວນເຮັດເລີຍ ເພາະຈະເຮັດໃຫ້ຊຸດເກຍເພໄດ້ງ່າຍ ເນື່ອງຈາກຂາດນຳ້ມັນເກຍ ຍ້ອນຄວາມທີ່ເກຍ N ນັ້ນບໍ່ໄດ້ໃຊ້ນຳ້ມັນຫລໍ່ລື້ນ ຄວາມຮ້ອນກໍເກີດສູງກ່ວາເກົ່າ ຈຶ່ງເຮັດໃຫ້ຊຸດເກຍເພໄວຂຶ້ນ.
  5. ເວລາລາກແກ່ລົດ ຕ້ອງເບິ່ງລະບົບຂັບເຄື່ອນນຳ : ແນ່ນອນວ່າບໍ່ມີໃຜຢາກໃຫ້ເກີດເຫດການທີ່ຕ້ອງລາກແກ່ລົດຂອງຕົນເອງ, ແຕ່ຫາກເກີດເຫດການສຸກເສີນ ເຮົາກໍຄວນຮູ້ວິທີການລາກແກ່ທີ່ຖືກຕ້ອງໄວ້ຈະດີກ່ວາ ຫາກລົດຂັບເຄື່ອນລໍ້ໜ້າກໍຕ້ອງລາກແກ່ໂດຍຍົກລໍ້ໜ້າຂຶ້ນໃຫ້ພົ້ນຈາກພື້ນຖະໜົນ ຖ້າຂັບເຄື່ອນລໍ້ຫລັງກໍຕ້ອງລາກແກ່ໃຫ້ລໍ້ຫລັງຍົກຂຶ້ນ ເພາະລົດເພ ປ້ຳນຳ້ມັນເກຍຈະບໍ່ທຳງານ ຖ້າລາກແກ່ໄປກັບພື້ນຖະໜົນ ລະບົບແຂ້ວເຟືອງຈະມີບັນຫາ ແລະ ເມື່ອຍິ່ງລາກແກ້ໄລຍະທາງໄກໆ ລົດສ່ຽງທີ່ຈະເພໄດ້ງ່າຍ, ແຕ່ທາງທີ່ດີສຸດແມ່ນການໃຊ້ບໍລິການລົດຍົກ ຫລື ລົດທີ່ບັນທຸກລົດໄວ້ດີທີ່ສຸດ.
  6. ຈອດລົດເທິງທາງຄ້ອຍຊັນ : ວິທີການທີ່ຈະຊ່ວຍຍືດອາຍຸກົນໄກພາຍໃນຂອງຊຸດເກຍບໍ່ໃຫ້ເສຍຫາຍກ່ອນເວລາອັນຄວນໄດ້ ໂດຍກ່ອນເຂົ້າເກຍ P ໃຫ້ດຶງເບຣກມືຈົນສຸດ ແລ້ວຄ່ອຍໆປ່ອຍເບຣກ ໃຫ້ໝັ້ນໃຈວ່າລົດບໍ່ໄຫລ ແລ້ວຄ່ອຍເລື່ອນໄປເຂົ້າເກຍ P ເພື່ອຈອດລົດ.
  • ພວກເຮົາໄດ້ອະທິບາຍສິ່ງທີ່ບໍ່ຄວນເຮັດເວລາຂັບລົດເກຍໂອໂຕ້ໄປແລ້ວ ຕໍ່ມາລອງມາເບິ່ງຂໍ້ຄວນປະຕິບັດທີ່ຖືກຕ້ອງໃນການໃຊ້ລົດເກຍໂອໂຕ້ ເຊິ່ງມີດັ່ງນີ້ :
  1. ຄວນປ່ຽນນຳ້ມັນເກຍທຸກໆ 6 ເດືອນ ຫລື ປີລະ 2 ເທື່ອ ຈະຊ່ວຍຍືດອາຍຸການໃຊ້ງານຂອງລະບົບເກຍໄດ້.
  2. ກ່ອນສະຕ໊າດເຄື່ອງຈັກຄວນກວດສອບໃກ້ເກຍຢູ່ໃນຕຳແໜ່ງ P ແລະ ສະຕ໊າດເຄື່ອງຈັກໃນຂະນະທີ່ເກຍຢູ່ໃນຕຳແໜ່ງ P ເທົ່ານັ້ນ.
  3. ເວລາທີ່ຂັບລົດຢູ່ທາງຄ້ອຍຊັນ ຕ້ອງໃຊ້ເກຍຕຳແໜ່ງ D3, ແຕ່ໃນກໍລະນີທີ່ທາງນັ້ນຄ້ອຍ ແລະ ຊັນຫລາຍ ໃຫ້ເລື່ອນເກຍໄປໃສ່ຕຳແໜ່ງ 2 ເພື່ອໃຫ້ລົດເຮັດວຽກໃນການຊ່ວຍເບຣກ.​ ສ່ວນຄົນຂັບຄວນຢຽບເບຣກໄປນຳ.
  4. ຫ້າມໃຊ້ເກຍ N ຫລື D4 ໃນການຂັບລົດລົງຄ້ອຍຫລາຍໆ ເພາະອາດຈະເຮັດໃຫ້ເກີດອຸປະຕິເຫດໄດ້.
  5. ການຈອດລົດໃນສະຖານະການຕ່າງໆ ບໍ່ຄວນໃຊ້ຕຳແໜ່ງ N, ແຕ່ຄວນໃຊ້ຕຳແໜ່ງ P ແລະ ໃສ່ເບຣກມືທຸກເທື່ອເພື່ອປ້ອງກັນບໍ່ໃຫ້ລົດໄຫລໄປທາງໜ້າ.
  6. ຫາກຢາກປ່ຽນເກຍໄປຕຳແໜ່ງອື່ນ ຄວນເຮັດໃນຂະນະທີ່ລົດຈອດນິ້ງຢູ່ ແລະ ຄວນຢຽບເບຣກປ້ອງກັນລົດເຄື່ອນທີ່.
ສິ່ງທີ່ບໍ່ຄວນເຮັດ ເມື່ອຂັບລົດເກຍ Auto. - 3 - ສິ່ງທີ່ບໍ່ຄວນເຮັດ ເມື່ອຂັບລົດເກຍ Auto.
ສິ່ງທີ່ບໍ່ຄວນເຮັດ ເມື່ອຂັບລົດເກຍ Auto. - 5 - ສິ່ງທີ່ບໍ່ຄວນເຮັດ ເມື່ອຂັບລົດເກຍ Auto.
ສິ່ງທີ່ບໍ່ຄວນເຮັດ ເມື່ອຂັບລົດເກຍ Auto. - 4 - ສິ່ງທີ່ບໍ່ຄວນເຮັດ ເມື່ອຂັບລົດເກຍ Auto.