ກະຊວງການຕ່າງປະເທດ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021

ກະຊວງການຕ່າງປະເທດ ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງການຕ່າງປະ ເທດ ປະຈໍາປີ 2021 ໃນວັນທີ 4 ພຶດສະພາ 2022 ໂດຍການເປັນປະທານຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ເຊິ່ງມີບັນດາໜ່ວຍພັກທີ່ຖືກຮັບຮອງທັງໝົດ 34 ໜ່ວຍພັກ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈາກທັງໝົດ 57 ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງການຕ່າງປະເທດ. ໃນນັ້ນ, ມີໜ່ວຍພັກທີ່ສາມາດປ້ອງກັນນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ V ສະໄໝ ມີ 2 ໜ່ວຍພັກ, ປ້ອງກັນໄດ້ IV ສະໄໝ ມີ 5 ໜ່ວຍພັກ, ປ້ອງກັນໄດ້ III ສະໄໝ ມີ 13 ໜ່ວຍພັກ ແລະ ໜ່ວຍພັກທີ່ສາມາດຍາດໄດ້ນາມມະຍົດໃໝ່ ມີ 14 ໜ່ວຍພັກ.
ໃນພິທີ ສະຫາຍ ໄມທອງ ທຳມະວົງສາ ກຳມະການພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງຂອງບັນດາໜ່ວຍພັກ ໃນການຈັດຕັ້ງປະຕິບັດແຜນການສ້າງໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມະຕິ, ຄຳສັ່ງ ແລະ ກົດລະບຽບພັກ ໄດ້ເປັນຢ່າງດີ ໂດຍສະເພາະແມ່ນ ຄໍາສັ່ງເລກທີ 01/ກມ ສພ, ລົງວັນທີ 03 ມັງກອນ 2018, ຄໍາສັ່ງຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26/4/2018 ແລະ ແຈ້ງການແນະນໍາສະບັບເລກທີ 0573 /ຄພ.ຕປທ, ລົງວັນທີ 30 ກໍລະກົດ 2018 ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອອອກ ແຮງ ແລະ ປະຕິບັດສ້າງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກ ອັນໄດ້ເຮັດໃຫ້ສະມາຊິກພັກ ມີຄຸນທາດການເມືອງ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ຍົກສູງສະຕິ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ມີຄວາມເປັນເອກະພາບຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ເປັນເຈົ້າການປົກປ້ອງແນວທາງ ແລະ ອຸດົມການຂອງພັກ. ພ້ອມກັນນັ້ນ ກໍຍັງໄດ້ຍົກໃຫ້ເຫັນບາງຂໍ້ຄົງຄ້າງທີ່ບັນດາໜ່ວຍພັກ ຈະຕ້ອງໄດ້ເອົາໃຈໃສ່ ເພື່ອແນໃສ່ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເພີ່ມທະວີການສຶກສາ ແລະ ຄົ້ນຄ້ວາ ບັນດາມະຕິ, ຄໍາສັ່ງ ຂອງຄະນະພັກຂັ້ນເທິງ ເພື່ອຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແລະ ຖືກຕ້ອງກັບແນວທາງນະໂຍບາຍຂອງພັກ.