8.800 ແມັດ ! ຈີນຕັ້ງສະຖານີກວດວັດແທກອາກາດສູງສຸດໃນໂລກ

8.800 ແມັດ ! ຈີນຕັ້ງສະຖານີກວດວັດແທກອາກາດສູງສຸດໃນໂລກ -           1 - 8.800 ແມັດ ! ຈີນຕັ້ງສະຖານີກວດວັດແທກອາກາດສູງສຸດໃນໂລກ
8.800 ແມັດ ! ຈີນຕັ້ງສະຖານີກວດວັດແທກອາກາດສູງສຸດໃນໂລກ - kitchen vibe - 8.800 ແມັດ ! ຈີນຕັ້ງສະຖານີກວດວັດແທກອາກາດສູງສຸດໃນໂລກ

ວັນທີ 4 ພຶດສະພາ 2022, ຄະນະນັກວິໄຈທາງວິທະຍາສາດຂອງຈີນຕັ້ງສະຖານີເຝົ້າຕິດຕາມທາງອຸຕຸນິຍົມວິທະຍາອັດຕະໂນມັດ ໃນຄວາມສູງເໜືອລະດັບນ້ຳທະເລ 8.800 ແມັດ ເທິງພູໂຊໂມລັງມາ ບໍລິເວນຊາຍແດນຈີນ-ເນປານ ເຊິ່ງຖືເປັນສະຖານີປະເພດດັ່ງກ່າວທີ່ຕັ້ງຢູ່ສູງທີ່ສຸດໃນໂລກ.

ສະຖາບັນວິໄຈທີ່ຮາບສູງທິເບດ ສັງກັດສະຖາບັນບັນດິດວິທະຍາສາດຈີນ ລະບຸວ່າ: ສະຖານີແຫ່ງໃໝ່ໄດ້ທົດແທນສະຖານີທີ່ຕັ້ງຢູ່ສູງເໜືອລະດັບນ້ຳທະເລ 8.430 ແມັດ ບໍລິເວນຕອນໃຕ້ຂອງພູໂຊໂມລັງມາ ເຊິ່ງຕັ້ງຂຶ້ນໂດຍຄະນະນັກວິທະຍາສາດຂອງອັງກິດ ແລະ ອາເມລິກາ ເມື່ອປີ 2019.

8.800 ແມັດ ! ຈີນຕັ້ງສະຖານີກວດວັດແທກອາກາດສູງສຸດໃນໂລກ - Visit Laos Visit SALANA BOUTIQUE HOTEL - 8.800 ແມັດ ! ຈີນຕັ້ງສະຖານີກວດວັດແທກອາກາດສູງສຸດໃນໂລກ
8.800 ແມັດ ! ຈີນຕັ້ງສະຖານີກວດວັດແທກອາກາດສູງສຸດໃນໂລກ - Visit Laos Visit SALANA BOUTIQUE HOTEL - 8.800 ແມັດ ! ຈີນຕັ້ງສະຖານີກວດວັດແທກອາກາດສູງສຸດໃນໂລກ

ລາຍງານລະບຸວ່າ: ມີການຕັ້ງສະຖານີເຝົ້າຕິດຕາມທາງອຸຕຸນິຍົມວິທະຍາແບບລາດຊັນເທິງພູໂຊໂມລັງມາຈຳນວນ 8 ແຫ່ງແລ້ວ ເມື່ອນັບລວມສະຖານີແຫ່ງໃໝ່ນີ້ ເຊິ່ງຖືເປັນໜຶ່ງໃນພັນທະກິດຫລັກຂອງການສຳຫລວດທາງວິທະຍາສາດອັນຄວບຄຸມຮອບດ້ານຄັ້ງໃໝ່ຂອງຈີນເທິງຍອດພູໂຊໂມລັງມາທີ່ມີຄວາມສູງຫລາຍທີ່ສຸດໃນໂລກ.

ທ່ານ ຈ້າວຫົວປຽວ ນັກວິໄຈປະຈຳສະຖາບັນວິໄຈທີ່ຮາບສູງທິເບດ ລະບຸວ່າ: ຂໍ້ມູນອຸຕຸນິຍົມວິທະຍາຈາກການເຝົ້າຕິດຕາມຈະຊ່ວຍສະໜັບສະໜູນການວິໄຈທາງວິທະຍາສາດ ແລະ ກິດຈະກຳປີນພູ.

ອີກຢ່າງໜຶ່ງ, ການສຳຫລວດທາງວິທະຍາສາດອັນຄວບຄຸມຮອບດ້ານຄັ້ງໃໝ່ເທິງພູໂຊໂມລັງມາ ຖືເປັນສ່ວນໜຶ່ງຂອງການສຳຫລວດເພື່ອການວິໄຈທາງວິທະຍາສາດເທິງບ່ອນຮາບສູງຊິງໄຫ່-ທິເບດ ຄັ້ງທີ 2 ຂອງຈີນ.

ອ້າງອີງ: ສຳນັກຂ່າວຊິນຮົວ

8.800 ແມັດ ! ຈີນຕັ້ງສະຖານີກວດວັດແທກອາກາດສູງສຸດໃນໂລກ - 3 - 8.800 ແມັດ ! ຈີນຕັ້ງສະຖານີກວດວັດແທກອາກາດສູງສຸດໃນໂລກ
8.800 ແມັດ ! ຈີນຕັ້ງສະຖານີກວດວັດແທກອາກາດສູງສຸດໃນໂລກ - 5 - 8.800 ແມັດ ! ຈີນຕັ້ງສະຖານີກວດວັດແທກອາກາດສູງສຸດໃນໂລກ
8.800 ແມັດ ! ຈີນຕັ້ງສະຖານີກວດວັດແທກອາກາດສູງສຸດໃນໂລກ - 4 - 8.800 ແມັດ ! ຈີນຕັ້ງສະຖານີກວດວັດແທກອາກາດສູງສຸດໃນໂລກ