ອາກາດຮ້ອນອົບເອົ້າຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 25 ຄົນ
May 5, 2022 - 11:55 AM


ອິດທິພົນຂອງຄື້ນຄວາມຮ້ອນ ຂ້າຊີວິດຊາວອິນເດຍໃນລັດມະຫາລັດຕາຢ່າງໜ້ອຍ 25 ຄົນ ນັບແຕ່ທ້າຍເດືອນມີນາຜ່ານມາ.
ວັນທີ 4 ພຶດສະພາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທາງການລັດມະຫາຣາຊ ເຊິ່ງເປັນລັດຂະໜາດໃຫຍ່ທາງຕາເວັນຕົກຂອງອິນເດຍ ແລະ ເປັນສະຖານທີ່ຕັ້ງຂອງເມືອງມຸມໄບ ຢືນຢັນຜູ້ເສຍຊີວິດຢ່າງໜ້ອຍ 25 ຄົນ ຈາກສະພາບອາກາດເຊິ່ງຮ້ອນອົບເອົ້ານັບແຕ່ທ້າຍເດືອນມີນາຜ່ານມາ ແລະ ຖືເປັນສະຖິຕິສູງສຸດໃນຮອບ 5 ປີ.
ທັງນີ້, ຂໍ້ມູນຈາກສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງອິນເດຍ ລະບຸວ່າ: ອຸນຫະພູມໃນເດືອນມີນາຜ່ານມາຖືວ່າຮ້ອນທີ່ສຸດໃນຮອບຫລາຍກວ່າ 1 ທົດສະວັດ ໂດຍອຸນຫະພູມສະເລ່ຍສູງສຸດປະຈຳເດືອນດັ່ງກ່າວຢູ່ລະດັບ 33,1 ອົງສາ ສູງກວ່າຄ່າສະເລ່ຍເກືອບ 1,86 ອົງສາ. ຂະນະທີ່ພື້ນທີ່ຫລາຍແຫ່ງໃນພາກເໜືອ, ພາກຕາເວັນຕົກ ແລະ ພາກຕາເວັນອອກຂອງປະເທດ ມີອຸນຫະພູມສູງກວ່າ 40 ອົງສາ ເປັນເວລາຫລາຍວັນ ໃນເດືອນຜ່ານມາ.