ມູຣິນໂຢ ຕື້້ນຕັນໃຈພາ ໂຣມາ ເຂົ້າຊີງ ຢູໂຣປາ ຄອນເຟີເຣນ ລີກ




ໂຈເຊ ມູຣິນໂຢ ຜູ້ຈັດການທີມ ໂຣມາ ຮ້ອງໃຫ້ດ້ວຍຄວາມຕື້ນຕັນໃຈ ຫລັງພາທີມເຂົ້າຮອບຊີງຊະນະເລີດຂອງການແຂ່ງຂັນບານເຕະ ຢູໂຣ ຄອນເຟີເຣນ ລີກ ໄດ້ສຳເລັດ ຂະນະທີ່ ເບຣນແດນ ຣ໊ອດເຈີ ຜູ້ຈັດການທີມ ເລສເຕີ ຊິຕີ ຜິດຫວັງທີ່ທີມຕົກຮອບ.
ໂດຍ ໂຣມາ ທີມຈາກອິຕາລີ ເປີດສະຫນາມສະຕາດີໂອ ໂອລິມປີໂກ ເອົາຊະນະ ເລສເຕີ ຊິຕີ ຈາກອັງກິດໃນຢູໂຣປາ ຄອນເຟີເຣນ ລີກ ຮອບຮອງຊະນະເລີດ ນັດທີສອງ ເມື່ອວັນທີ 5 ພຶດສະພາ ຈາກປະຕູໄຊຂອງ ແທມມີ ອັບບຣາຮຳ ນາທີທີ 11.
ຈາກຜົນງານດັ່ງກ່າວເຮັດໃຫ້ ຫມາປ່າ ຜ່ານເຂົ້າສູ່ຮອບຊີງຊະນະເລີດໃນລາຍການດັ່ງກ່າວດ້ວຍປະຕູລວມສອງນັດ 2-1 ໂດຍຈະໄປຊີງໄຊກັບ ເຟເຢນູດ ຈາກ ເນເທີແລນ ວັນທີ 25 ພຶດສະພານີ້.
ນອກຈາກນັ້ນແລ້ວ ມູຣິນໂຢ ຍັງເຮັດສະຖິຕິເປັນຜູ້ຈັດການທີມຄົນທີ່ພາທີມຜ່ານເຂົ້າຮອບຊີງຊະນະເລີດບານຂັນຢູໂຣບກັບ 4 ສະໂມສອນທີ່ແຕກຕ່າງກັນ ປະກອບດ້ວຍ ປໍໂຕ (ຢູຟາ ຄັບ 2002-03 ແລະ ຢູຟາ ແຊ໊ມປຽນລີກ 2003-04), ອິນເຕີ ມິລານ (ຢູຟາ ແຊ໊ມປຽນລີກ 2009-10) ແລະ ແມນເຊສເຕີ ຢູໄນເຕັດ (ຢູຟາ ຢູໂຣປາ ລີກ 2016-17) ແລະ ໂຣມາ (ຢູໂຣປາ ຄອນເຟີເຣນ ລີກ 2021-22).