ເຊລຊີ ປະກາດໄດ້ເຈົ້າຂອງໃຫມ່ແລ້ວ ຫລັງໃຫ້ຄວາມສົນໃຈມາຕັ້ງແຕ່ປີ 2019




ກຸ່ມທຶນທີ່ນຳໂດຍ ທັອດ ໂບລີ ນັກທຸລະກິດຊາວສະຫະລັດ ອາເມລິກາ ບັນລຸຂໍ້ຕົກລົງໃນການຊື້ສະໂມສອນ ເຊລຊີ ແລ້ວ.
ເວັບໄຊທາງການຂອງສະໂມສອນເຊລຊີ ຢືນຢັນວ່າ ກຸ່ມທຶນທີ່ນຳໂດຍ ທັອດ ໂບລີ ນັກທຸລະກິດຊາວສະຫະລັດ ອາເມລິກາເຈົ້າຂອງຮ່ວມທີມເບສບອລ ແອລເອ ດັອດເຈີ ໃນເມເຈີລີກ ເບສບອລ ສະຫະລັດອາເມລິກາ ລວມໄປເຖິງ ມາກ ວອລເຕີ ອີກນັກທຸລະກິດຊາວອາເມລິກາ ແລະ ຮານຢອກ ໄວ ເສດຖີຊາວສະວິດເຊີແລນ ປະສົບຄວາມສຳເລັດໃນການຊື້ສະໂມສອນຮຽບຮ້ອຍແລ້ວ ດ້ວຍມູນຄ່າ 2,500 ລ້ານປອນ.
ທັງນີ້ ເຈົ້າຂອງໃຫມ່ຈະລົງທຶນກັບທີມເພີ່ມອີກ 1,750 ລ້ານປອນ ເພື່ອຜົນປະໂຫຍດຂອງສະໂມສອນ ແລະ ການປັບປຸງສະຫນາມສະແຕມຟອດ ບຣິດ, ເຊລຊີທີມຍິງ ແລະ ສະໂມສອນ.
ສຳລັບ ໂບລີ ນັ້ນໃຫ້ຄວາມສົນໃຈທີ່ຕ້ອງການຈະຊື້ທີມ ເຊລຊີ ມາຕັ້ງແຕ່ປີ 2019 ແຕ່ຖືກ ໂຣມັນ ອະບຣາໂມວິດ ປະຕິເສດ ກ່ອນຈະເຂົ້າຮ່ວມວົງແຂ່ງຂັນຍື່ນຂໍ້ສະເຫນີໃນຄັ້ງນີ້ ແລະ ປະສົບຄວາມສຳເລັດໃນທີ່ສຸດ ໂດຍຄາດວ່າການຊື້ຂາຍຈະສຳເລັດພາຍໃນເດືອນພຶດສະພານີ້.