ແມນເຊສເຕີ ຢູໄນເຕັດ ຫລຸດຄ່າເມື່ອຍນັກເຕະ 25% ຫລັງບໍ່ສາມາດພາທີມໄປແຊ໊ມປຽນລີກໄດ້




ສື່ອັງກິດ ລາຍງານວ່າ ນັກເຕະຂອງ ແມນເຊສເຕີ ຢູໄນເຕັດ ຫລາຍຄົນຖືກຫລຸດຄ່າເມື່ອຍລົງ 25% ຫລັງບໍ່ສາມາດໄປຫລິ້ນໃນຢູຟາ ແຊ໊ມປຽນລີກ ໃນລະດູການຫນ້າໄດ້.
ແມນເຊສເຕີ ຢູໄນເຕັດ ສ້າງຜົນງານໄດ້ຫນ້າຜິດຫວັງໃນລະດູການນີ້ ຫລັງຫມົດໂອກາດຫວັງແຊ໊ມທຸກລາຍການ ແລະ ຫລ້າສຸດຈາກການທີ່ພວກເຂົາບຸກໄປເສຍໃຫ້ ໄບຣຕັນ 0-4 ໃນການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ເມື່ອວັນທີ 7 ພຶດສະພາ.
ສົ່ງຜົນໃຫ້ ແມນເຊສເຕີ ຢູໄນເຕັດ ເສຍຕຳແຫນ່ງອັນດັບ 4 ໃນລະດູການຫນ້າແນ່ນອນແລ້ວ ຈາກການມີ 58 ຄະແນນ ຈາກ 36 ນັດ ຄອງອັນດັບ 6 ຂອງຕາຕະລາງ ຕາມຫລັງອາເຊນອລ ທີມອັນດັບ 4 ຢູ່ 5 ຄະແນນ ຂະນະທີ່ເຫລືອການແຂ່ງຂັນພຽງ 1 ນັດເທົ່ານັ້ນ.
ຈາກເລື່ອງດັ່ງກ່າວເຮັດໃຫ້ຫລ້າສຸດ ເດລີ ເມລ ສື່ຊື່ດັງຂອງອັງກິດເປີດເຜີຍວ່ານັກເຕະຂອງແມນເຊສເຕີ ຢູໄນເຕັດ ຫລາຍຄົນຈະຖືກຫລຸດຄ່າເມື່ອຍລົງຈາກເກ່ົາ 1 ໃນ 4 ຫລື 25% ຂອງປັດຈຸບັນທີ່ຮັບຢູ່ ຕາມເງື່ອນໄຂໃນສັນຍາເພື່ອປ້ອງກັນບໍ່ໃຫ້ສະໂມສອນມີບັນຫາດ້ານການເງິນ ຈາກການທີ່ລາຍໄດ້ຫລຸດລົງຫລັງບໍ່ສາມາດໄດ້ໂຄຕ້າໃນຂັນແຊ໊ມປຽນລີກໄດ້.
ໂດຍ ຄຣິສຕຽນໂນ ໂຣນັລໂດ ກອງຫນ້າຊຸບເປີສະຕາ ຈະຖືກຫລຸດຈາກ 380,000 ປອນ/ອາທິດ ເຫລືອ 288,000 ປອນ/ອາທິດ ຖ້າລາວຍັງຢູ່ກັບທີມຕໍ່ໄປໃນລະດູການຫນ້າ ຂະນະທີ່ ດາບິດ ເດ ເຄອາ ຜູ້ຮັກສາປະຕູມືຫນຶ່ງຈະຖືກຫລຸດຈາກ 375,000 ປອນ/ອາທິດ ເຫລືອ 281,000 ປອນ/ອາທິດ ປັນຕົ້ນ.
ທັງນີ້ ມີລາຍງານວ່າ ເຖິງນັກເຕະຂອງ ແມນເຊສເຕີ ຢູໄນເຕັດ ທີ່ຖືກຫລຸດຄ່າເມື່ອຍນັ້ນຈະຍັງມີສິດທີ່ຈະເຈລະຈາກັບສະໂມສອນເພື່ອຂໍໃຫ້ຖືກຫລຸດຄ່າຈຳນວນດັ່ງກ່າວ.