ສປປ ລາວ ວິກິດຂາດແຄນນໍ້າມັນເຊື້ອໄຟ ຍ້ອນລາຄານໍ້າມັນໂລກແພງ ນຳເຂົ້າໜ້ອຍລົງ
ຜູ້ກອບການທຸລະກິດນໍ້າມັນເຊື້ອໄຟໃນລາວ ໃຫ້ສຳພາດກັບນັກຂ່າວໜັງສືພິມວຽງຈັນທາຍ ໃນວັນທີ 9 ພຶດສະພາ 2022 ວ່າ: ສາເຫດທີ່ເຮັດໃຫ້ນໍ້າໃນຂາດຕະຫຼາດຢູ່ໃນລາວ ຍ້ອນນໍາເຂົ້າຫຼຸດລົງເນື່ອງຈາກໄດ້ຮັບຜົນກະທົບຈາກລາຄານໍ້າມັນໃນຕະຫຼາດໂລກເພີ່ມສູງຂຶ້ນ ແລະ ຄ່າເງິນຕາຕ່າງປະເທດແຂງຄ່າ ເຮັດໃຫ້ຂາດເງິນໂດລາເພື່ອຊື້ນໍ້າມັນຈາກປະເທດອື່ນ ເຊິ່ງປະເທດລາວແມ່ນເພິ່ງພາອາໄສນໍ້າມັນເຊື້ອໄຟຈາກແຫຼ່ງພາຍນອກທັງໝົດ.
ຜູ້ນໍາເຂົ້າບາງແຫ່ງໄດ້ຢຸດການຊື້ນໍ້າມັນຊົ່ວຄາວ ເນື່ອງຈາກບໍ່ສາມາດສ້າງກໍາໄລໄດ້ ໃນຂະນະທີ່ລາຄານໍາເຂົ້າໄດ້ຮັບຜົນກະທົບຢ່າງຫຼວງຫຼາຍຈາກອັດຕາແລກປ່ຽນເງິນກີບ/ໂດລາທີ່ບໍ່ເອື້ອອໍານວຍ, ປະເທດລາວຕ້ອງການນ້ຳມັນປະມານ 120 ລ້ານລິດຕໍ່ເດືອນ ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາ ຊົນ ແຕ່ປະຈຸບັນນີ້ ຜູ້ນໍາເຂົ້າສາມາດຊື້ໄດ້ພຽງແຕ່ 20 ລ້ານລິດ.
ທ່ານ ສີສັງຄົມ ໂຄດໂຍທາ ປະທານສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສຂອງລາວ ກ່າວວ່າ: ຜູ້ນໍາເຂົ້າແມ່ນມີຄວາມຫຍຸ້ງຍາກໃນການຊື້ນໍ້າມັນໃຫ້ພຽງພໍກັບຄວາມຕ້ອງການຂອງປະເທດ, ມີການຂຶ້ນລາຄານ້ຳມັນເຊື້ອ ໄຟເປັນປະຈຳໃນປີນີ້ ແລະ ຄວາມຕ້ອງການນ້ຳມັນເພີ່ມຂຶ້ນ ຍ້ອນວ່າ ນ້ຳມັນເຊື້ອໄຟທັງໝົດຂອງລາວ ແມ່ນມາຈາກຕ່າງປະເທດ, ຜູ້ນໍາເຂົ້າຕ້ອງຈ່າຍເປັນເງິນໂດລາ, ເຊິ່ງປັດຈຸບັນ ນີ້ ແພງຂຶ້ນເລື້ອຍໆ ຍ້ອນຄ່າເງິນກີບຕົກຕໍ່າ.
ທ່ານກ່າວຕື່ມວ່າ ອີກເຫດຜົນໜຶ່ງ ທີ່ເຮັດໃຫ້ການນໍາເຂົ້າ ນໍ້າມັນເຊື້ອໄຟຫຼຸດໜ້ອຍລົງ ກໍເປັນຍ້ອນຜົນລິດນໍ້າມັນ ເຊື້ອໄຟ ໃນຕະຫຼາດໂລກມີຄວາມບໍ່ແນ່ນອນ ຊຶ່ງໂຮງງານ ກັ່ນນໍ້າມັນ ຈໍານວນນຶ່ງ ກໍາລັງເກັບນໍ້າມັນເຊື້ອໄຟ ໄວ້ເພື່ອ ສ້າງກໍາໄລ. ທ່ານກ່າວຕື່ມວ່າ: ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟທີ່ນໍາເຂົ້າ ຫມາຍຄວາມວ່າລາຄາຂາຍຍ່ອຍໃນລາວຈະສືບຕໍ່ສູງຂຶ້ນຢ່າງຫຼີກລ່ຽງບໍ່ໄດ້.ພວກເຮົາຍັງບໍ່ຮູ້ວ່າຈະນຳເຂົ້ານ້ຳມັນເຊື້ອໄຟໄດ້ອີກມື້ໃດ. ປ້ຳນ້ຳມັນບາງແຫ່ງມີນ້ຳມັນໜ້ອຍລົງເພາະມີການນຳເຂົ້າໜ້ອຍ.
ຕາມກົມການຄ້າພາຍໃນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ພາກລັດກຳລັງເລັ່ງຊອກຫາວິທີຄວບຄຸມລາຄານ້ຳມັນເຊື້ອໄຟ, ເພາະວ່າລາຄານ້ຳມັນເພີ່ມຂຶ້ນສົ່ງຜົນສະທ້ອນເຖິງການຄົມມະນາຄົມ, ໄພເງິນເຟີ້ ແລະ ຄ່າຄອງຊີບ.
ຂ່າວ: ໜັງສືພິມວຽງຈັນທາຍ