ເວນຕູຣາ ຂະຫຍາຍສັນຍາຄຸມ ອິຕາລີ ໄປຈົນເຖິງປີ 2020
August 10, 2017 - 4:21 PM

ຈານປີເອໂຣ ເວນຕູຣາ ຜູ້ ຈັດການທີມຊາດອິຕາລີ ຕໍ່ສັນຍາ ຄຸມທີມ ອິຕາລີ ອອກ ໄປຈົນເຖິງປີ 2020 ເປັນທີ່ ຮຽບຮ້ອຍແລ້ວ ຫຼັງຈາກທີ່ ເຮັດຜົນງານໄດ້ໜ້າພໍໃຈນັບ ຕັ້ງແຕ່ເຂົ້າຮັບຕຳແໜ່ງເມື່ອ ເດືອນກໍລະກົດປີຜ່ານມາ.
ຜຸ້ຈັດການທີມອາຍຸ 69 ປີ ເຊິ່ງເຂົ້າມາເຮັດໜ້າທີ່ແທນ ອັນໂຕນິໂອ ຄອນເຕ ພາ ອິຕາ ລີ ເຮັດຜົນງານໄດ້ຢ່າງດີເດັ່ນ ໃນການແຂ່ງຂັນບານໂລກ 2018 ຮອບຄັດເລືອກເຂດເອີ ຣົບ ກຸ່ມ J ໂດຍພວກເຂົາຍັງ ບໍ່ເສຍໃຫ້ໃຜ 16 ຄະແນນເທົ່າ ກັບ ສະເປນ ທີມຜູ້ນຳ.
“ຂ້ອຍຂໍຂອບໃຈ ສະຫະ ພັນບານເຕະ ອິຕາລີ ເຮົາມີ ຄວາມເຊື່ອໝັ້້ນວ່າ ເຮົາສາ ມາດປະສົບຄວາມສຳເລັດ ບາງສິ່ງບາງຢ່າງທີ່ສຳຄັນ ໄດ້”. ເວນຕູຣາ ກ່າວ.