ແບ່ງປັນກັນຍາມມີອຸປະສັກ ຢ່າເຫັນແກ່ຄວາມມັກໄດ້
ພະຍາດໂຄວິດ-19 ບໍ່ທັນໝົດ, ນໍ້າມັນເຊື້ອໄຟພັດມາເປັນອຸປະສັກຕື່ມກວ່າ 2 ເດືອນແລ້ວທີ່ລາຄາແພງ. ຄວາມຈິງນັ້ນ, ບັນຫາລາຄານໍ້າມັນເຊື້ອໄຟ ເປັນສະພາບລວມຂອງໂລກ ແລະ ລາວເຮົາ ໃນຖານະເປັນປະເທດນໍາເຂົ້າ, ບໍ່ມີແຫລ່ງຜະລິດພາຍໃນ ຈຶ່ງໄດ້ຮັບຜົນກະທົບຢ່າງຫລີກເວັ້ນບໍ່ໄດ້ ຈວບກັບຄວາມພ້ອມດ້ານເສດຖະກິດບໍ່ທັນດີເທົ່າທີ່ຄວນ ຈຶ່ງກະທົບໜັກກວ່າໝູ່ໃນບັນດາປະເທດຢູ່ອ້ອມແອ້ມ.
ຢ້ອນໄປໃນໄລຍະຮໍາບາດແຜສົງຄາມ ຫລື ໄລຍະເລີ່ມຕົ້ນການສະຖາປະນາປະເທດ, ພື້ນຖານການຜະ ລິດອ່ອນນ້ອຍ, ປະຊາກອນມີລະດັບການສຶກສາຕໍ່າ, ອິດທິກໍາລັງປໍລະປັກ-ປະຕິການຍັງລີ້ຊ່ອນປ່ອນໂຕ, ສັດຕູພາຍນອກປອງມ້າງລະບອບໃໝ່ທີ່ຍັງອ່ອນນ້ອຍ…ແຕ່ຍ້ອນພັກເຮົາວາງແນວທາງຖືກຕ້ອງ, ປະຊາ ຊົນສາມັກຄີເປັນປຶກແຜ່ນເຮັດໃຫ້ພວກເຮົາຜ່ານພົ້ນສະພາບຫຍຸ້ງຍາກສັບສົນມາໄດ້ຮອດທຸກມື້ນີ້ ແລະ ປະ ສົບຜົນສໍາເລັດໃນການພັດທະນາ.
ພວກເຮົາຕ້ອງເຂົ້າໃຈໃຫ້ຖືກຕ້ອງວ່ານີ້ແມ່ນອຸປະສັກ ແລະ ບັນຫາລວມ ຂອງໂລກ-ພາກພື້ນ, ບໍ່ມີແຕ່ປະເທດເຮົາທີ່ຖືກກະທົບ, ແຕ່ຍາມຫຍຸ້ງຍາກຄືແນວນີ້ຕ້ອງເອື້ອເຟື້ອເພື່ອແຜ່ກັນບໍ່ເອົາລັດເອົາປຽບກັນໂດຍສະເພາະເຈົ້າຂອງປໍ້ານໍ້າມັນທັງຫລາຍ ຄວນແກ້ໄຂບັນຫາເປັນຫລັກ ເຊັ່ນພິ ຈາລະນາຈັດລະບຽບການຊື້ນໍ້າມັນໂດຍແບ່ງຊ່ອງລົດຈັກ ລົດໃຫຍ່ ຫລື ຜູ້ຖືກະຕຸກ ມາຊື້ຢ່າງຄັກແນ່, ກຳ ນົດເພດານການຂາຍໃຫ້ເໝາະສົມຄືລົດໃຫຍ່ຄັນໜຶ່ງ, ລົດຈັກຄັນໜຶ່ງ, ຜູ້ຖືກະຕຸກຜູ້ໜຶ່ງຊື້ໄດ້ເທົ່ານີ້ລິດ ຫລື ເທົ່ານີ້ກີບ.
ສຳຄັນຄືຢ່າໂກງລາຄາ ຢ່າຮຽກເກັບເງິນນໍາຜູ້ຊື້ ຢ່າງໜ້າລັງກຽດຄືມີບາງປໍ້າເຮັດມາແລ້ວ. ທ່າມກາງຄວາມຫຍຸ້ງຍາກ ພວກເຮົາຕ້ອງມີສະຕິ ບໍ່ແຕກຕື່ນ ຊ່ວຍເຫລືອກັນ ເພື່ອຮ່ວມກັນສາມາດຜ່ານຜ່າໄປນໍາກັນ.